ເອາະໄຕດຳໃສ່ ຊີ້ນໝູ

Andy Souvanhphukdee
ເອາະໄຕດຳເປັນອາຫານຈານປະຈຳ ຂອງບ້ານໄຕດຳ ແຂວງຫຼວງນ້ຳທາ
ເຮືອນຄົວລາວ
Kees sprengers
Kees Sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
•  ນ້ຳ 4 ຈອກ
•  ເກືອ 1 ບ່ວວງຊາ
•  ນ້ຳມັນ 2 ບ່ວງແກງ
•  ຫົວສີໄຄ 1 ຫົວ
•  ໝາກເຜັດ 2 ໜ່ວຍ, ໃສ່ຕາມຕ້ອງການ
•  ຄະນໍ ½ ບ່ວງຊາ
•  ເກືອຢິບໜຶ່ງ
•  ຊີ້ນໝູຊອຍ 200 g
•  ນ້ຳ (ຖ້າຕ້ອງການໃສ່)
•  ຜັກກາດກວາງຕຸ້ງ 1 ມັດ, ຊອຍຍາວ 5 ຊມ
•  ຜັກຊີ 1 ມັດ
   ສຳລັບ2-4 ຄົນ

ວິທີປຸງແຕ່ງ
1. ຕົ້ມນ້ຳໃສ່ເກືອປະໄວ້ ດ້ວຍໝໍ້ຂະໜາດກາງ
2. ຄ້າງໝໍ້ກະທະແລ້ວໃສ່ນ້ຳມັນລົງໄປ ເພື່ອທອດຫົວສີໄຄ, ໝາກເຜັດ ແລະ ໝູ 2-3 ນາທີ ໃສ່ກືອແລະຄະນໍ ເພື່ອເພີ່ມລົດຊາດ
3. ຫຼັງຈາກທີ່ຂົ້ວສຳເລັດແລ້ວ ກໍນຳລົງໝໍ້ທີ່ຕົ້ມນ້ຳໄວ້ ພ້ອມຫຼຸດຜ່ອນລະດັບໄຟໝໍ້ລົງ, ປິດຝາຕົ້ມໄວ້ປະມານ 5 ນາທີ ຫຼື ຫຼາຍກວ່າ ຖ້າຊີ້ນໝູທີ່ໃຊ້ຫຍາບ
4. ໃສ່ເຂົ້າຂົ້ວ ຕົ້ມໄວ້ປະມານ 7 ນາທີ ຈົນກວ່າເຂົ້າຂົ້ວຈະເປື່ອຍ
5. ໃສ່ຜັກກາດກວາງຕຸ້ງ ແລ້ວຕົ້ມຈົນສຸກ (ເພື່ອຮັກສາລົດຊາດ ບໍ່ຄວນຕົ້ມດົນຈົນເກີນໄປ)ປະມານ 3 ນາທີ
6. ຊອຍຜັກຊີ ຍາວປະມານ 5 ຊມ ແລ້ວໃສ່ລົງໝໍ້
7. ຕັກໃສ່ຈານ ກິນກັບແຈ່ວ, ເຂົ້າໜຽວ, ແຈ່ວ ແລະ ອາຫານປະເພດຂົ້ວ ຫຼື ປີ້ງຊີ້ນ

ຄຳແນະນຳ
•  ໃສ່ຊີ້ນໄກ່, ໄກ່ງວງ, ເປັດ ຫຼື ເຕົ້າຮູ້ ແທນຊີ້ນໝູ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ
 

ການປະກອບສ່ວນ