ເຕັກນິກການປູກໝາກນາວດ້ວຍແທ່ງສ້າງ ຫຼື ບໍ່ຊີເມັນ

Andy Souvanphakdy
ປູກໝາກນາວໃນບໍ່ຊີເມັນ ນອກລະດູສ້າງລາຍຮັບເຂົ້າສູ່ຄອບຄົວ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ຕົ້ນໝາກນາວເປັນພືດທີ່ມີຄວາມສຳຄັນຊະນິດໜຶ່ງ ນິຍົມໃຊ້ໃນການປະກອບອາຫານເນື່ອງຈາກສະເໜ່ຂອງລົດຊາດ ແລະ ກິ່ນຫອມຂອງນໍ້າຄັ້ນ ເຮັດໃຫ້ຫຼາຍໆຄົນມັກ ແລະ ຫຼົງໄຫຼ. ໝາກນາວຊ່ວຍເພີ່ມລົດຊາດໃຫ້ເກີດຄວາມແຊບຫຼາກຫຼາຍ ບໍ່ວ່າຈະເປັນອາຫານຄາວຫວານ ຫຼື ເຄື່ອງດື່ມເຊັ່ນ: ຕຳໝາກຫຸ່ງ, ແຈ່ວ ຫຼຶ ຊາເປັນຕົ້ນ. ນອກນັ້ນ ໝາກນາວຍັງມີສັບພະຄຸນທາງການຢາ ໂດຍການນຳໝາກສົດຄັ້ນເອົານ້ຳໃສ່ເກືອເລັກຫນ້ອຍ ຫຼື ຄັ້ນເອົານ້ຳປະສົມກັບນ້ຳເຜີ້ງ 1 ຕໍ່ 3 ສ່ວນ ຈິບເບົາໆ ຫຼື ຝານບາງໆຈ້ຳເກືອ, ແກ້ໄອ ນຳໃບໝາກນາວປາດເປັນຕ່ອນນ້ອຍໆແຊ່ນ້ຳຮ້ອນດື່ມແບບນ້ຳຊາ ຊ່ວຍຫຼຸດໄຂ້ ແລະ ໃຊ້ປົວຄໍຂ້າເຊື້ອພະຍາດໄດ້ດີ.

ເນື່ອງຈາກ ຄວາມສຳຄັນດັ່ງກ່າວຈຶ່ງເຮັດໃຫ້ການນິຍົມບໍລິໂພກໝາກນາວນັບມື້ນັບສູງຂຶ້ນ ແລະ ສົ່ງຜົນໃຫ້ລາຄາໝາກນາວນອກລະດູ ເພີ່ມສູງຂຶ້ນ. ເຊັ່ນດຽວກັນຄວາມນິຍົມປູກໝາກນາວກໍເພີ່ມຂຶ້ນ ໃນປະຈຸບັນເລີ່ມມີການຫັນປ່ຽນຈາກການປູກລົງດິນ ມາປູກໃນແທ່ງສ້າງຊີເມັນ ເຊິ່ງ​ຂໍ້ດີຂອງການປູກໝາກນາວໃນທໍ່ສ້າງກໍຄື ສາມາດເຄື່ອນຍ້າຍ ຫຼື ຍົກໄປປູກທີ່ອື່ນໄດ້ ວິທີນີ້ຈະຊ່ວຍຫຼຸດຕົ້ນທຶນການຜະລິດ ຕົ້ນໝາກນາວສາມາດຈະເລີນເຕີບໂຕໄດ້ດີ ດູແລຮັກສາງ່າຍ ໃສ່ປຸ່ຍ ແລະ ໃຫ້ນໍ້າ ເຊັ່ນດຽວກັນກັບການປູກໃນວົງບໍ່ຊີເມນ ແລະ ສາມາດບັງຄັບໃຫ້ໝາກນາວຕິດດອກອອກໝາກນອກລະດູໄດ້ອີກ

 

    phakhaolao.la

     

    ຂັ້ນຕອນ ແລະ ວິທີການປູກໝາກນາວ ໃນບໍ່ຊີເມັນ

    • ຄວນເປັນສາຍພັນທີ່ຕະຫຼາດມີຄວາມຕ້ອງການ, ອອກດດອກ ແລະ ໝາກຕິດງ່າຍ, ໃຫ້ໝາກດົກ ກິ່ນຫອມ ແລະ ທົນຕໍ່ພະຍາດ ແລະ ແມງໄມ້
    • ຄວນໃຊ້ແທ່ງສ້າງ ຫຼື ບໍ່ຊີເມັນທີ່ມີຂະໜາດເສັ້ນຜ່າສູນກາງປະມານ 80-100 ຊມ ສູງ 40-60 ຊມ. ກົ້ນບໍ່ຄວນມີຝາຊີເມັນ ມົນກົມຂະໜາດ 90-110 ຊມ
    • ວາງກາງວົງບໍ່ຊີເມັນ
    • ໄລຍະປູກ 3x3 ແມັດ, 3x4 ແມັດ, 4x4 ແມັດ
    phakhaolao.la

     

    ການຕຽມດິນປູກ

    • ວັດສະດຸປູກຄວນມີລັກສະນະວ່າງ ແລະ ສາມາດລະບາຍນໍ້າໄດ້ດີ
    • ດິນລ່ວນ, ປຸ່ຍຄອກ ຫຼື ປຸ່ຍຫມັກ ແລະ ແກບດຳ ອັດຕາສ່ວນ 3:2:1
    • ນໍາຕົ້ນໝາກນາວທີ່ສົມບູນແຂງແຮງ ປູກບໍລິເວນເຄິ່ງກາງແທ່ງສ້າງຊີເມັນ ຮອງກົ້ນຂຸມດ້ວຍປຸ່ຍ, ປົກດິນ ແລະ ທັບໃຫ້ແໜ້ນ ໃຊ້ໄມ້ປັກຫຼັກກັນລົມພັດ ແລ້ວຫົດນໍ້າໃຫ້ຊຸ່ມ

    ການໃຫ້ນໍ້າ ໃຊ້ສາຍຢາງຫົດນໍ້າ ຫຼື ຕໍ່ລະບົບນໍ້າແບບມິນິສປິງເກີ, ຫົດນໍ້າ 1-2 ມື້ຕໍ່ເທື່ອ ຫຼື ມື້ລະ 1 ເທື່ອ

    ການໃສ່ປຸ່ຍ ຫຼັງຈາກໝາກນາວໄດ້ 1 ເດືອນຄວນໃສ່ປຸ່ຍເພື່ອເລັ່ງການຈະເລີນເຕີບໂຕ 

    ການບົວລະບັດຕົ້ນ

    • ຫຼັງຈາກປູກແລ້ວຄວນໃຊ້ເຟືອງເຂົ້າ, ຫຍ້າແຫ້ງ ປົກຮາກຂອງຕົ້ນ ເພື່ອຮັກສາຄວາມຊຸ່ມຊື່ນໃນດິນ
    • ການຕັດແຕ່ງກິ່ງ ຄວນຕັດກິ່ງທີ່ບໍ່ເປັນລະບຽບ ກິ່ງທີ່ຊ້ອນກັນ ກິ່ງທີ່ຢູ່ດ້ານລຸ່ມຂອງຕົ້ນ ລວມທັງກິ່ງທີ່ເປັນພະຍາດ ແລະ ແມງໄມ້ ໃຫ້ຕັດອອກ 
    • ການຄໍ້າກິ່ງ ໝາກນາວທີ່ປູກໃນແທ່ງສ້າງ ເມື່ອເວລາໝາກນາວອອກໝາກ ກິ່ງອາດຫັກ ຫຼື ລົ້ມໄດ້ ຄວນປ້ອງກັນໂດຍການໃຊ້ໄມ້ໄຜ່ຄໍ້າຍັນກິ່ງ ແລະ ລຳຕ້ນໝາກນາວ ຮູບແບບສີ່ຫຼ່ຽມ ຫຼື ກະໂຈມສາມຫຼ່ຽມ
    • ການເພີ່ມດິນປູກ ຫຼັງການເກັບກ່ຽວຜົນຜະລິດ ແລະ ຕັດກິ່ງໝາກນາວແຕ່ລະປີ ຄວນນໍາດິນມາໃສ່ເພີ່ມໃນວົງບໍ (ດິນປະສົມ)
    phakhaolao.la

     

    ການປະຕິບັດສຳລັບການປູກໝາກນາວເພື່ອຜະລິດໝາກນອກລະດູ 
     

    • ໄລຍະຕຽມຕົ້ນ (ພຶດສາພາ-ກັນຍາ) ຫົດນໍ້າ ແລະ ໃສ່ປຸ່ຍ
    • ໄລຍະເລັ່ງການອອກດອກ (ກັນຍາ-ຕຸລາ): ຢຸດການໃຫ້ນໍ້າ ແລ້ວນໍາຖົງພາສຕິກມາປົກຮາກໄວ້ ຈົນກວ່າຕົ້ນຈະຫ່ຽວປະມານ 75-80%
    • ໄລຍະອອກດອກ ແລະ ໝາກ (ຕຸລາ-ກຸມພາ) ໃຫ້ນໍ້າຢ່າງສະໝໍ່າສະເໝີ ແລະ ໃສ່ປຸ່ຍ
    • ໄລຍະເກັບໝາກ (ກາງເດືອນກຸມພາ- ເມສາ)
    phakhaolao.la

     

     

     

    ທີ່ມາ ສຳນັກຄວບຄຸມພືືດ ແລະ ວັດສະດຸການກະເສດ ປະເທດໄທ

    ການປະກອບສ່ວນ