ເຂົ້າໜົມບ້າບິ່ນ

Andy Souvanphakdy
ວິທີເຮັດເຂົ້າໜົມບ້າບິ່ນ ຈາກຫຼວງພະບາງ ຫອມ, ຫວານ ມັນອ່ອນໆ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ເຂົ້າຈ້າວ
  • ເຂົ້າໜຽວ
  • ໝາກພ້າວກະຈາຂູດ
  • ນໍ້າຕານ
  • ເກືອ

ວິທີປຸງແຕ່ງ

  1. ມ່າເຂົ້າໜຽວໄວ້ແລ້ວນຳໄປໂມ້ (ບົດໃຫ້ລະອຽດ ເປັນແປ້ງ), ແລະ ກໍໂມ້ເຂົ້າຈ້າວເຊັ່ນດຽວກັນ
  2. ນຳແປ້ງເຂົ້າໜຽວ, ແປ້ງເຂົ້າຈ້າວ, ໝາກພ້າວ, ເກືອ, ແລະ ນໍ້າຕານມາປະສົມເຂົ້າກັນ
  3. ຫຼັງຈາກນັ້ນເທນໍ້າມັນໃສ່ໝໍ້ໃຫ້ຮ້ອນພໍປະມານ ແລ້ວກໍໃສ່ແປ້ງທີ່ກຽວໄວ້ລົງໄປ ປິດຝາອົບໄວ້
  4. ຟື້ນດ້ານ ເມື່ອແປ້ງອີກດ້ານສຸກແລ້ວ
  5. ຫຼັງຈາກທີ່ສຸກແລ້ວ ກໍນຳມາພັກໄວ້ໃຫ້ສະເດັດນໍ້າມັນ ແລ້ວກໍຮັບປະທານໄດ້

 

ແນະນຳ

  • ຕາມວິທີພື້ນເມືອງແລ້ວ ຈະໃຊ້ເປືອກໝາກພ້າວເປັນເຊື້ອໄຟເນື່ອງຈາກຈະເຮັດໃຫ້ລະດັບຄວາມຮ້ອນຢູ່ໃນຂັ້ນພໍດີ ບໍຮ້ອນ ຫຼື ເຢັນເກີນໄປ ດັ່ງນັ້ນຈຶ່ງເຮັດໃຫ້ແປ້ງມີຄວາມນຸ່ມ ແລະ ຟູ
  • ສາມາດເຮັດຮັບປະທານເອງໄດ້ ຫຼື ຖ້າຕ້ອງການສຳພາດກັບລົດຊາດແບບດັ້ງເດີມກໍສາມາດມາຊິມ ແລະ ທ່ຽວຊົມໄດ້ ທີ່ນະຄອນຫຼວງພະບາງ 

 

 

ການປະກອບສ່ວນ