ເຂົ້າສັງຂະຫຍາ (ເຂົ້າຫວານ)

Andy Souvanhphukdee
ເຂົ້າສັງຂະຫຍາ ສາມາດເຮັດໄດ້ຫຼາກຫຼາຍໜ້າ ແລະ ຫຼາກຫຼາຍລົດຊາດ, ສຳລັັບສູດນີ້ ເປັນສັງຂະຫຍາເຂົ້າຫວານໂຮຍໜ້າດ້ວຍໝາກພ້າວ
ເຮືອນຄົວລາວ
https://www.youtube.com/watch?v=PIfAbEYqohM
Kelly Phrommala

ສ່ວນປະສົມເຂົ້າຫວານ

     • ເຂົ້າໜຽວເຂົ້າກໍ່າ 150 ກລາມ
     • ເຂົ້າໜຽວຂາວທຳມະດາຫຼືຈະເປັນເຂົ້າຮາງກໍ່ໄດ້ 150 ກລາມ
     • ກະທິ 1+1/2 ຖ້ວຍ
     • ນໍ້າຕານ 1 ຖ້ວຍ
     • ເກືອ 2 ບ່ວງແກງ
     • ຫີນສົ້ມ (ສໍາຫຼັບມາຂັດເຂົ້າໜາວ)
     • ໃບເຕີຍ

ສ່ວນປະສົມໜ້າສັງຂະຫຍາ

     • ໝາກພ້າວເປັນເສັ້ນນ້ອຍໆ
     • ນໍ້າລ້າ 1 ຖ້ວຍ
     • ນໍ້າຕານ
     • ເກືອ 

ວິທີປຸງແຕ່ງ

     1. ລ້າງເຂົ້າໜຽວໃຫ້ສະອາດ ຂັດດ້ວຍຫີນສົົ້ມແລ້ວລ້າງນໍ້າໃຫ້ສະອາດອີກເທື່ອນຶ່ງ ຈາກນັ້ນໃສ່ນໍ້າແຊ່ໄວ້ຢ່າງນ້ອຍ 3 ຊົ່ວໂມງຫຼື 1 ຄືນ
     2. ເອົາເຂົ້າໜຽວໄປໜຶ້ງພ້ອມໃບເຕີຍ ໃຊ້ໄຟແຮງປະມານ 30 ນາທີ ຈົນເຂົ້າສຸກ
     3. ຄ້ຽວກະທິ ເກືອ ແລະ ນໍ້າຕານໃຫ້ຟົດເລັກນ້ອຍ ແລະ ນໍ້າຕານເປື່ອຍ
     4. ໃສ່ເຂົ້າໜຽວໜຶ້ງລົງໄປໃນນໍ້າກະທິ ຄົນໃຫ້ເຂົ້າກັນ ອັດຝາໄວ້ປະມານ 10 ນາທີ ແລ້ວເປີດຝາອອກຄົນໃຫ້ເຂົ້າກັນອີກເທື່ອນຶ່ງ ໂດຍຄົນໃຫ້ທາງລຸ່ມຂຶ້ນມາທາງເທິງ ແລະ ອັດຝາໄວ້ປະມານ 20 ນາທີ

ວິທີປຸງແຕ່ງໜ້າສັງຂະຫຍາ

     1. ຄ້າງໝໍ້ຂຶ້ນ ເອົາໝາກພ້າວທີ່ຂູດໄວ້ແລ້ວໃສ່ ເອົານໍ້າລ້າຖອກໃສ່ ປຸງລົດດ້ວຍນໍ້າຕານ ແລະ ເກືອ ຄົນໄປເລື້ອຍໆຈົນກວ່ານໍ້າຕານຈະແຫ້ງແລະໜຽວ ປົງລົງ
     2. ຕັກເຂົ້າໜຽວທີ່ກວນແລ້ວໃສ່ພາສະນະແລ້ວໂຮຍໜ້າດ້ວຍສັງຂະຫຍາ
ຂໍ້ມູນຈາກ SNV Netherlands Development Organisation

ວີດີໂອຈາກ Kelly Phrommala

ການປະກອບສ່ວນ