ອາການເຈັບຫູເກີດມາຈາກໃສ? ພ້ອມ​ທັງ​ສະ​ໝຸນ​ໄພ​ຮັກ​ສາ

Bouavone Thipphavanh
ອາ​ການ​ເຈັບ​ຫູ ສາມາດຮັກສາເບື້ອງຕົ້ນດ້ວຍສະ​ໝຸນ​ໄພ​ພື້ນ​ບ້ານດັ່ງນີ້: ເອື້ອງກະເລ້ໃບຫາງແຂ້, ຕົ້ນພັບດົງ, ຫຍ້າຂິວຂົນ ແລະ ຂີ້ອົ້ນນ້ຳ
ຊີວະນາໆພັນກະສິກຳ
ອາການເຈັບຫູເກີດມາຈາກໃສ? ພ້ອມ​ທັງ​ສະ​ໝຸນ​ໄພ​ຮັກ​ສາ
www.phakhaolao.la

 

ອາ​ການ​ເຈັບ​ຫູເກີດ​ມາ​ຈາກ​ໃສ​? ອາ​ການ​ທີ່​ຈະ​ບົ່ງ​ບອກວ່າ​ຫູ​ຊັ້ນ​ນອກ​ອັກ​ເສບແມ່ນ​ເກີດ​ມາ​ຈາກ​ມີ​ອາ​ການ​ຄັນ, ມີ​ການ​ລະ​​ຄາຍເຄືອງ, ຫູ​ອື້, ເຈັບ​ຫູ ຫຼື ​ມີ​ຂອງ​ແຫຼວ​ໄຫຼ​ອອກ​ຫູ ສິ່ງ​ທີ່​ສັງ​ເກດ​ເຫັນ​ໄດ້​ງ່າຍໆ​ຄື ຜິວ​ໜັງ​ສ່ວນ​ນອກ​ຂອງ​ຫູ​ຈະ​ແດງ, ບວມທັງ​ໝົດ ບາງ​ຄັ້ງ​ກໍ​ມີ​ໜອງ​ອອກ​ມາ​ສົ່ງ​ກິ່ນ​ເໝັນ​ຢູ່​ໃນ​ຫູ, ເວ​ລາ​ເຄື່ອນ​ໄຫວ​ໃນ​ຫູ​ຈະ​ມີ​ອາ​ການ​ເຈັບ​ ຫຼື ມີ​ຕ່ອມ​ນ້ຳ​ເຫຼືອງ​ບໍ​ລິ​ເວນ​ໜ້າ ຫຼື ​ຫຼັງຫູ ບາງ​ຄົນ​ກໍ​ເຖິງ​ຂັ້ນ​ເຮັດ​ໃຫ້​ໃບ​ຫູ​​ຍື່ນອອກ​​ໄປທາງ​ໜ້າ, ກະ​ດູກຫູບວມ, ແດງ ແລະ ເຈັບ ຫຼື ​ມີ​ອາ​ການ​ອຳ​ມະ​ພາດເສັ້ນ​ປະ​ສາດ​​ສະ​ໝອງ​ບາງ​ເສັ້ນ​ໄດ້.

ສາ​ເຫດຫຼັກໆ​ຂອງ​ອາ​ການ​ເຈັບ​ຫູ​ມີ​ດັ່ງ​ນີ້:

  • ສາ​ເຫດ​ຈາກ​ຫູ​ຊັ້ນ​ນອກ: ເກີດ​ມາ​ຈາກ​ການ​ຕິດ​ເຊື້ອ​​ແບັດ​ທິ​ເຣຍ (bacteria), ຊ່ອງ​ຫູ​ຊັ້ນ​ນອກ​ມີ​ການ​ອັກ​ເສບເກີດຈາກການ​ຄວັດ​ຫູ, ນ້ຳ​ເຂົ້າ​ຫູ ແລະ ອື່ນໆ.
  • ສາ​ເຫດ​ຈາກ​ຫູ​ຊັ້ນ​ກາງ: ການ​ອັກ​ເສບ​ຂອງ​ຫູ​ຊັ້ນ​ກາງ​ເກີດ​ມາ​ຈາກ​ການ​ຕິດ​ເຊື້ອ​​ແບັດ​ທິ​ເຣຍ (bacteria) ຫຼື ​ໄວ​ຣັ​ສ ຊຶ່ງ​ມັກ​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງຫຼັງ​ຈາກ​ດີ​ໄຂ້​ຫວັດ ແລະ ມີ​ອາ​ການ​ເຈັບ​ຫູ​ໃນ​ເວ​ລາ​ດຳ​ນ້ຳ ຫຼື ນັ່ງ​ເຄ​ືຶ່ອງ​ບິນ ຊຶ່ງ​ຜູ້​ປ່ວຍ​ຈະ​ມີ​ອາ​ການ​ຫູ​ອື້, ເຈັບ​ຫົ​ວ ຊຶ່ງ​ເກີດ​ມາ​ຈາກ​ການ​ປ່ຽນ​ແປງ​ຄວາມ​ກົດ​ດັນ​ຂອງ​ອາ​ກາດ​​ຮອບ​ຕົວ​ກັບ​ຄວາມ​ດັນ​ໃນ​ຫູ.
  • ສາ​ເຫດ​ຈາກ​ຫູ​ຊັ້ນ​ໃນ: ຜູ້​ປ່ວຍ​ມີ​ອາ​ການ​ເຈັບ​ຫູ​ເມື່ອ​ໄດ້​ຍິນ​ສຽງ​ດັງ ຊຶ່ງ​ອາດ​ເກີດ​ມາ​ຈາກ​ຄວາມ​ຜິດ​ປົກ​ກະ​ຕິ​ຂອງ​ຫູ​ຊັ້ນ​ໃນ ຫຼື ​ເສັ້ນ​ປະ​ສາດ​ຫູ​ເສື່ອມ, ນອກ​ຈາກ​ນີ້​​ຍັງ​ມີ​ອາ​ການ​ອື່ນໆອີກ ​ເປັນ​ຕົ້ນ​ແມ່ນມີ​ສຽງ​ດັງ​ຢູ່​ໃນ​ຫູ ຫຼື ການ​ໄດ້​ຍິນ​ສຽງ​ໜ້ອຍ​ລົງ.

ເຊິ່ງອາ​ການ​ເຈັບ​ຫູ ສາມາດຮັກສາເບື້ອງຕົ້ນດ້ວຍສະ​ໝຸນ​ໄພ​ພື້ນ​ບ້ານ​ດັ່ງນີ້:  

  • ອື້ອງກະເລ້ໃບຫາງແຂ້: ສຳຫຼັບການຮັກສາພະຍາດຫູໜອງ ແລະ ຫູອັບເສບ ໂດຍນຳໃຊ້ທັ້ງຕົ້ນປະສົມກັບຂີງ ແລະ ນ້ຳ ແລ້ວໃສ່ຫູ.
  • ຕົ້ນພັບດົງ: ໃບຮັກສາອາການເຈັບຫູ ແລະ ຫູເປັນໜອງ, ນຳມາຕົ້ມຮັກສາອາການເຈັບທ້ອງປະຈຳເດືອນ ແລະ ອາການງຸດງິດ.
  • ຫຍ້າຂີວຂົນ: ຄັ້ນນ້ຳດື່ມຊ່ວຍເຮັດໃຫ້ປວດຮາກ, ໃຊ້ຍອດຕາຮັກສາອາການເຈັບຕາ ແລະ ຊ່ວຍຮັກສາຫູຊັ້ນກາງອັກເສບ.
  • ຂີ້ອົ້ນນ້ຳ: ໃບຮັກສາອາການເຈັບຫົວ ແລະ ຮັກສາອາການເຈັບຫູ.

 

ການປະກອບສ່ວນ