ຫຼັກການເລືອກຊື້ວັດຖຸດິບທີ່ສົດໃໝ່ ແລະ ບໍ່ມີສານພິດຕົກຄ້າງ

bouavone thipphavanh
3 ຫຼັກການທີ່ເຮົາຄວນຄໍານຶງເຖິງໃນການເລືອກອາຫານ ຄື: ປະໂຫຍດ, ຄວາມປອດໄພ ແລະ ປະຢັດ
ແນະນຳວິທີເຮັດ
ຫຼັກການເລືອກຊື້ວັດຖຸດິບທີ່ສົດໃໝ່ ແລະ ບໍ່ມີສານພິດຕົກຄ້າງ
www.phakhaolao.la

ອົງປະກອບທີ່ສໍາຄັນໃນການດຳລົງຊີວິດຂອງມະນຸດປະກອບດ້ວຍ 4 ປັດໄຈ ຄື: ທີ່ຢູ່ອາໄສ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ຢາປົວພະຍາດ. ທັງ 4 ປັດໄຈນີ້ລ້ວນແລ້ວແຕ່ມີຄວາມຈໍາເປັນ ຖ້າຂາດສິ່ງໃດສິ່ງໜຶ່ງກໍຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຫຼາຍຢ່າງ ເຊັ່ນ: ອາຫານຖືໄດ້ວ່າເປັນສິ່ງທີ່ສໍາຄັນບໍ່ໜ້ອຍກວ່າສິ່ງອື່ນໃດ ແຕ່ຫຼາຍຄົນອາດເບິ່ງຂ້າມ ແລະ ບໍ່ຄ່ອຍໃສ່ໃຈວ່າອາຫານທີ່ເຮົາຮັບປະທານເຂົ້າໄປນັ້ນປອດໄພ ຫຼື ບໍ? ລວມທັງວັດຖຸດິບທີ່ພວກເຮົານໍາມາປຸງແຕ່ງອາຫານຮັບປະທານຢູ່ໃນຄອບຄົວ ຮູ້ໄດ້ແນວໃດວ່າມັນປອດໄພ?  

ຫຼັກການທີ່ເຮົາຄວນຄໍານຶງເຖິງໃນການເລືອກອາຫານມີ 3 ຫຼັກການຄື:

  1. ປະໂຫຍດ: ຕ້ອງເປັນອາຫານທີ່ສົດໃໝ່, ມີຄຸນຄ່າທາງດ້ານໂພສະນາການຄົບຖ້ວນ ແລະ ເໝາະສົມກັບຄວາມຕ້ອງການໃນຊ່ວງອາຍຸຂອງຄົນເຮົາ.
  2. ຄວາມປອດໄພ: ຕ້ອງເລືອກອາຫານທີ່ແນ່ໃຈວ່າສະອາດ, ປອດໄພ, ຜະລິດຈາກແຫຼ່ງຜະລິດທີ່ໜ້າເຊື່ອຖືໄດ້ ແລະ ບໍ່ມີຄວາມສ່ຽງຕໍ່ການເກີດພະຍາດໃນລະບົບທາງເດີນອາຫານ, ເນື່ອງຈາກສານພິດ ແລະ ສານເຄມີ ບໍ່ສາມາດກໍາຈັດດ້ວຍຄວາມຮ້ອນໄດ້.
  3. ປະຢັດ: ຕ້ອງເລືອກຊື້ອາຫານຕາມລະດູການຈະເຮັດໃຫ້ໄດ້ອາຫານທີ່ມີຄຸນນະພາບດີ, ລາຄາຖືກ ແລະ ຫາຊື້ໄດ້ງ່າຍ.

ມາຮອດນີ້ຫຼາຍຄົນອາດຈະສົງໄສວ່າ ເຮົາຈະມີວິທີເລືອກຜັກ-ໝາກໄມ້ ແລະ ຊີ້ນແນວໃດໃຫ້ໄດ້ຂອງທີ່ສົດ, ໃໝ່ ແລະ ສານພິດຕົກຄ້າງໜ້ອຍທີ່ສຸດ ຊຶ່ງວິທີການເລືອກມີດັ່ງນີ້:

ຜັກ-ໝາກໄມ້: 

  • ຜັກ ຄວນເລືອກຜັກທີ່ໃໝ່, ສະອາດ, ມີສີຕາມທໍາມະຊາດ, ມີກ້ານແຂງແຕ່ບໍ່ແຂງຈົນເກີນໄປ, ບໍ່ມີກິ່ນເນົ່າ, ບໍ່ມີສິ່ງຕົກຄ້າງປົນຢູ່ໃນຍອດ ແລະ ໃບອ່ອນຂອງຜັກ, ບໍ່ມີສານທີ່ເປັນສີຂາວຕົກຄ້າງຢູ່ໃນຜັກ ແລະ ບາງຄັ້ງການເລືອກຊື້ຜັກທີ່ມີແມງໄມ້ເຈາະກິນເລັກໜ້ອຍກໍຈະຖືເປັນການດີເພາະນັ້ນຖືວ່າເປັນຜັກທີ່ມີສານຕົກພິດໜ້ອຍ. 
  • ໝາກໄມ້ ແນ່ນອນວ່າການຮັບປະທານໝາກໄມ້ຕາມລະດູການຖືໄດ້ວ່າເປັນອີກທາງເລືອກໜຶ່ງທີ່ ຫຼີກລ່ຽງສານພິດຕົກຄ້າງໄດ້. ການເລືອກຊື້ຄວນເລືອກເອົາໝາກໄມ້ທີ່ກ້ານຍັງແຂງ, ເບິ່ງສີພື້ນຜິວຂອງໝາກໄມ້ບໍ່ຄວນເອົາໝາກໄມ້ທີ່ມີຈໍ້າເມັດສີດໍາ ແລະ ມີເຊື້ອຣາ (ຂຶ້ນເປັນສີຂາວຢູ່ບໍລິເວນໃດໜຶ່ງຂອງໝາກໄມ້)

ຊີ້ນ ຄວນເລືອກຊື້ຊີ້ນທີ່ບໍ່ມີສີແດງຊໍ້າຈົນເກີນໄປ, ຊີ້ນດັ່ງກ່າວຕ້ອງບໍ່ມີຕຸ່ມ ແລະ ບໍ່ມີກິ່ນ

  • ຊີ້ນງົວ: ຕ້ອງສົດ, ໃໝ່, ບໍ່ມີສີຂຽວຢູ່ໃນຊີ້ນ, ບໍ່ມີກິ່ນ, ບໍ່ແຫ້ງເກີນໄປ ແລະ ໄຂມັນຂອງງົວຕ້ອງເປັນສີຫຼືອງ.
  • ຊີ້ນໝູ: ສັງເກດເບິ່ງຊີ້ນໝູຕ້ອງມີສີບົວ, ບໍ່ແດງເກີນໄປ ແລະ ບໍ່ຂາວຈົນເກີນໄປ ຄວນຊື້ຊີ້ນທີ່ມີມັນຕິດສີຂາວ, ບໍ່ມີຕຸ່ມ ຫຼື ກ້ອນເນື້ອ, ເມື່ອເຮົາຕັດຊີ້ນເປັນຕ່ອນ ຊີ້ນດ້ານໃນກໍຕ້ອງມີສີດຽວກັນກັບທາງນອກ ແລະ ທີ່ສໍາຄັນທີ່ສຸດຄືເວລາທີ່ເຮົາປາດຊີ້ນເປັນຕ່ອນ ບໍລິເວນດັ່ງກ່າວນັ້ນຈະຕ້ອງບໍ່ແຂງ ຖ້າຫາກແຂງນັ້ນສະແດງວ່າຊີ້ນໝູດັ່ງກ່າວມີສານເລັ່ງກະຕຸ້ນຊີ້ນ.
  • ຊີ້ນເປັດ-ໄກ່: ຄວນເລືອກຊື້ເປັດໄກ່ທີ່ບໍ່ມີສີເຈືອປົນ, ຕັບເຄື່ອງໃນຂອງເປັດໄກ່ບໍ່ຄວນມີກິ່ນເໝັນ ຫຼື ມີສີດໍາ, ບໍ່ຄວນຊື້ເປັດໄກ່ທີ່ມີກິ່ນເໝັນໂດຍສະເພາະແມ່ນບໍລິເວນກົກປີກ, ຂາ, ກ້ານຄໍ ແລະ ກົ້ນ.
  • ປາ: ການທີ່ຈະເລືອກເບິ່ງວ່າປາດັ່ງກ່າວນັ້ນສົດຫຼືບໍ? ການສັງເກດເບິ່ງຕາຂອງປາ ກໍເປັນອີກວີທີໜຶ່ງທີ່ໃຊ້ໄດ້ເຊັ່ນດຽວກັນ, ຖ້າຫາກປາດັ່ງກ່າວສົດ ຕາປາກໍຈະໃສ, ຕາປາຈະບໍ່ຢູ່ໃນຫຼືນອກຈົນເກີນໄປ ແລະ ເວລາທີ່ເອົາປາຕາຍລົງໃນນໍ້າຖ້າຫາກເປັນປາສົດ ປາດັ່ງກ່າວກໍຈະຈົມລົງ.

 

ແຫຼ່ງຂໍ້ມູນ: สำนักงานสาธารณสุขจังหวัดนครสวรรค์ ລາຍງານໜ້າທີ່ 33-35.

ການປະກອບສ່ວນ