ສົ້ມໃບມັນຕົ້ນ

Andy Souvanphakdy
ສົ້ມໃບມັນຕົ້ນ ໜຶ່ງໃນເມນູອາຫານທີ່ປະຊາຊົນລາວນິຍຍົມເຮັດໄວ້ກິນ ໂດຍສະເພາະຜູ້ເຖົ້າຜູ້ແກ່ ເພາະວ່າມີລົດຊາດທີ່ແຊບ ແລະ ຍັງເຮັດງ່າຍ ໃຊ້ສ່ວນປະສົມໜ້ອຍ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ຍອດມັນຕົ້ນ 
  • ເກືອ
  • ກະທຽມ
  • ເຂົ້າໜຽວໜຶ້ງສຸກ

ວິທີປຸງແຕ່ງ

  1. ນຳຍອດໃບມັນຕົ້ນມາລ້າງນໍ້າໃຫ້ສະອາດ
  2. ນຳມາລວກ (ໃຫ້ໃບອ່ອນ) ໂດຍໃຊ້ນໍ້າເດືອດ ປະມານ 4-5 ນາທີ
  3. ນຳອອກຈາກໝໍ້ ມາລ້າງດ້ວຍນໍ້າເຢັນ ແລ້ວ ພັກໃສ່ຊາມປະໄວ້ໃຫ້ເຢັນ
  4. ທຸບກະທຽມໃຫ້ມຸ່ນໃສ່ໃນຊາມຜັກ, ຕາມດ້ວຍເກືອພຽງເລັກນ້ອຍ ແລະ ເຂົ້າໜຽວໜຶ້ງສຸກ ຫຼັງຈາກນັ້ນກໍຄົນໃຫ້ເຂົ້າກັນ ຫຼື ຈະຄັ້ນດ້ວຍມືເບົາໆປະມານ 1 ນາທີ
  5. ໃສ່ໄວ້ໃນໄຫ ຫຼື ໂຖ ປະໄວ້ປະມານ 10 ຊົ່ວໂມງກໍສາມາດນຳມາປະກອບອາຫານໄດ້ແລ້ວ
phakhaolao.la

 

ວິທີຮັບປະທານ

ຕັກອອກຈາກໄຫ ແລ້ວໃສ່ຖ້ວຍ ຊອຍໝາກເຜັດໃສ່ ຖ້າຕ້ອງການ ກໍສາມາດຮັບປະທານໄດ້ແລ້ວ

ຖ້າຫາກກິນບໍ່ໝົດ ສາມາດເກັບໄວ້ໃນຕູ້ເຢັນເພື່ອຮັບປະທານເທື່ອຕໍ່ໄປໄດ້

ການປະກອບສ່ວນ