ສັງຂະຫຍາໝາກອຶ

Andy Souvanhphukdee
ສັງຂະຫຍາໝາກອຶ ຈານດຽວໄດ້ກິນທັງສອງຢ່າງ, ໜຶ່ງໜ່ວຍ ກໍພຽງພໍທີ່ຈະເປັນອາຫານວ່່າງສຳລັບຄອບຄົວ ຫຼື ໝູ່ເພື່ອນ
ເຮືອນຄົວລາວ
Great British Chefs 2019

ສ່ວນປະສົມ
     • ໝາກອຶ ໜ່ວຍນ້ອຍ ໜ່ວຍໜຶ່ງບໍ່ກາຍ 1 ກິໂລ ຈໍານວນ 2 ໜ່ວຍ
     • ຫົວກະທິ 250 ກລາມ
     • ນໍ້າຕານ 500 ກລາມ
     • ໄຂ່ໄກ່ 3 ໜ່ວຍ
     • ໄຂ່ເປັດ 3 ໜ່ວຍ
     • ໃບເຕີຍ 5 ໃບ
     • ເກືອ (ໜ້ອຍນຶ່ງ)
ວິທີປຸງແຕ່ງ
1.    ເອົາມີດເຈາະຂ້ວນໝາກອຶເປັນວົງມົນ ຫຼື ສີ່ລ່ຽມກໍ່ໄດ້
2.    ໃຊ້ບ່ວງຂູດເອົາແກ່ນ ແລະ ໃສ້ໝາກອຶອອກ ແລ້ວເອົາໄປລ້າງນໍ້າ ປະໃຫ້ແຫ້ງ
3.    ຖອກຫົວກະທິ ນໍ້າຕານ ຕີໄຂ່ ແລະ ໃສ່ເກືອລົງໄປ
4.    ໃຊ້ໃບເຕີຍຄັ້ນໃຫ້ສ່ວນປະສົມທຸກຢ່າງເຂົ້າກັນ
5.    ຕອງດວ້ຍຕາໜ່າງແລ້ວຖອກໃສ່ໃນໜ່ວຍໝາກອຶ (ສວ່ນປະສົມນີ້ໃຊ້ສໍາຫຼັບໝາກອຶ 2 ໜ່ວຍ)
6.    ເອົາໄປໜຶ້ງໃສ່ໝໍ້ໜຶ້ງທີ່ນໍ້າກຳລັງຟົດ ຫຼັງຈາກນັ້ນອ່ອນໄຟລົງ ໃຊ້ເວລາໜຶ້ງປະມານ 1 ຊົ່ວໂມງ (ເປີດຝາໝໍ້ໜຶ້ງ ທຸກໆ 20 ນາທີ)


ຂໍ້ມູນຈາກ SNV Netherlands Development Organisation

ການປະກອບສ່ວນ