ລາບປາ

Andy Souvanhphukdee
ກິ່ນຫອມຈາກກະທຽມ, ຫົວຜັກບົ່ວ ແລະ ໝາກເຂືອທີ່ຈີ່ຈົນສຸກ ປະສົມປະສານກັບໝາກເຜັດ ແລະ ນ້ຳແກງ ໄດ້ສ້າງຄວາມເປັນເອກະລັກພິເສດໃຫ້ກັບອາຫານຈານນີ້ ຫຼື ຈະນຳໄປຂົ້ວ ແຕ່ກໍຍັງຄົງມີ ຄວາມເປັນເອກະລັກຂອງລາບປາທີ່ປະກອບດ້ວຍສະມຸນໄພສົດຊະນິດຕ່າງໆ
ເຮືອນຄົວລາວ
Kees Sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
•   ປາສົດຊອຍ 2 ຈອກກາເຟ
•   ຫົວຜັກບົ່ວແດງ 10 ຫົວ
•   ໝາກເຂືອ 6 ໜ່ວຍ
•   ກະທຽມ 1 ຫົວ
•   ຜັກແພວ ຊອຍ ¼ ຈອກກາເຟ
•   ຫອມບົ່ວໃບ ຊອຍ ¼ ຈອກກາເຟ
•   ຜັກຫອມປ້ອມ ຊອຍ ¼ ຈອກກາເຟ
•   ຫົວຫອມບົ່ວແດງ ຊອຍ 2-3 ເທົ່າຂອງບ່ວງແກງ
•   ກະທຽມ 4 ຫົວ
•   ນ້ຳມັນ 2 ບ່ວງແກງ
•   ປາແດກ 3 ບ່ວງແກງ
•   ໝາກເຜັດສຸກ 2 ໜ່ວຍນ້ອຍ
•   ເຂົ້າຂົ້ວ 3 ບ່ວງແກງ
•   ນ້ຳປາ 1-2 ບ່ວງແກງ
ຜັກກັບ
•   ໝາກແຕງ 1 ໜ່ວຍ, ຊອຍ ແລະ ປອກເປືອກ (ຄວນປອກ ສະເພາະແຕ່ໝາກແຕງທີ່ແກ່ແລ້ວ ເທົ່ານັ້ນ)
•   ຜັກຊີ, ໝາກເຜັດ, ຜັກສະລັດ ຫຼື ຜັກກະລຳ
•   ຫອມລາບ, ຜັກຫອມປ້ອມ, ຜັກຫອມເປ ຫຼື ຜັກຊະນິດອື່ນໆ ທີ່ມີລົດຊາດຂົມ
•   ໝາກເຜັດແດງ 3 ໜ່ວຍ

ວິທີປຸງແຕ່ງ
1.  ຊອຍປາຍາວ 5 ຊມ ເພື່ອນຳມາຟັກຈົນກວ່າຈະມຸ່ນປະມານ 10 ນາທີ ເພື່ອຄວາມສະດວກຄວນໃຊ້ມີດທີ່ມີຂະໜາດໃຫ່ຍ ແລະ ໜັກ
2.  ຜ່າເຄິ່ງ ສຳລັບຫົວຜັກບົ່ວແດງ, ຟັກແລະຊອຍໝາກເຂືອແລ້ວ ເອົາແກ່ນຖິ້ມ ເພາະແກ່ນຈະແກ່ ແລະ ມີລົດຊາດຂົມ
3.  ຈີ່ກະທຽມ, ໝາກເຂືອ ແລະ ກະທຽມຈົນກ່ວາເປືອກບາງສ່ວນຈະໄຫ້ມ ເປັນສີດຳ
4.  ຂະນະທີ່ກຳລັງຈີ່ກະທຽມ ໃຫ້ຄ້າງໝໍ້ແລ້ວໃສ່ນ້ຳມັນ 2 ບ່ວງແກງ ລໍຖ້າຈົນໝໍ້ຮ້ອນ, ໃສ່ກະທຽມ ແລະ ຫົວຜັກບົ່ວດິບ ເພື່ອທອດ ຕາມດ້ວຍປາແດກ ຫຼື ນ້ຳປາ ແລະ ນ້ຳ. ຫຼັງຈາກຂົ້ວໄດ້ປະມານ 1 ນາທີ ໃຫ້ໃສ່ປາລົງໄປ ພ້ອມເກືອ ½ ບ່ວງຊາ ຂົ້ວປະມານ 4 ນາທີ ໃຊ້ບ່ວງຄົນເພື່ອແຍກປາອອກ ແລະ ປະໄວ້ໃຫ້ເຢັນ
5.  ຊອຍກະທຽມ ແລະ ຫົວຜັກບົ່ວໃສ່ຄົກ ຕາມດ້ວຍໝາກເຂືອ ແລ້ວຕຳໃຫ້ເຂົ້າກັນ
6.  ໃສ່ປາທີ່ຂົ້ວສຸກແລ້ວ ພ້ອມນ້ຳປາ 5 ບ່ວງແກງ, ກະທຽມ ແລະ ໝາກເຜັດ 1 ບ່ວງແກງ ລົງຄົກ ແລ້ວຕຳອີກເທື່ອໜຶ່ງ, ຫຼັງຈາກນັ້ນໃຫ້ໃສ່ເຂົ້າຂົ້ວພ້ອມນ້ຳປາອີກ 4 ບ່ວງແກງ ຫຼື ປຸງລົດຕາມຕ້ອງການ
7.  ຕັກປາອອກຈາກຄົກ ເພື່ອເອົາໄປຂົ້ວໂດຍໃຊ້ໄຟຄ່ອນຂ້າງແຮງ ແລ້ວໃສ່ຜັກແພວ, ຫອມບົ່ວໃບ ແລະ ຫອມປ້ອມ, ຄົນໃຫ້ເຂົ້າກັນ
8.  ຕັກໃສ່ຈານ ຕົບແຕ່ງຈານອາຫານດ້ວຍໝາກແຕງ ແລະ ໝາກເຜັດ, ກິນກັບເຂົ້າໜຽວ ແລະ ຜັກກັບ

ຂໍ້ມູນຈາກອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
 

Video recipes by Buavone

 

ການປະກອບສ່ວນ