ບຸນຫຼິ້ນຫຸ່ນຂອງຊາວບ້ານກອງລໍ

Andy Souvanhphukdee
ບຸນຫຼິ້ນຫຸ່ນແມ່ນໜຶ່ງບຸນປະເພນີທີ່ຊາວບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນໄດ້ຈັດຂຶ້ນ ຊຶ່ງຈະກຳນົດເອົາເດືອນ 4 ເພັງໃນແຕ່ລະປີເປັນມື້ຈັດງານ
ພູມປັນຍາທ້ອງຖິ່ນ
https://medialaos.com/
medialaos


ບຸນຫຼິ້ນຫຸ່ນຂອງຊາວບ້ານກອງລໍ ອີກໜຶ່ງບຸນປະເພນີທີ່ໜ້າສົນໃຈ
         ບຸນຫຼິ້ນຫຸ່ນແມ່ນໜຶ່ງບຸນປະເພນີທີ່ຊາວບ້ານກອງລໍ ເມືອງຄູນຄຳ ແຂວງຄຳມ່ວນໄດ້ຈັດຂຶ້ນ ຊຶ່ງຈະກຳນົດເອົາເດືອນ 4 ເພັງໃນແຕ່ລະປີເປັນມື້ຈັດງານ, ເມື່ອໃກ້ຮອດຊ່ວງງານບຸນຊາວບ້ານຈະພາກັນຕົ້ມເຫຼົ້າ ແລະ ກະກຽມອາຫານການກິນເພື່ອຕ້ອງຮັບສັດທາຈາກພາກສ່ວນຕ່າງໆທີ່ມາຮ່ວມງານ.


         ໃນມື້ຂຶ້ນ 13 ຄ່ຳເດືອນ 4 ລາວຈະເປັນມື້ຫ້າງຫາກະກຽມສະຖານທີ່, ຫໍອຸປະຄຸດ, ບ່ອນຝັງຫຸ່ນ ໂດຍການເອົາກະໂປະຫົວຄວາຍຈຳນວນ 4 ຫົວຝັງໄວ້ທັງ 4 ທິດ, ພໍເຖິງເວລາ 4 ໂມງເຊົ້າຂອງມື້ຂຶ້ນ 14 ຄ່ຳກໍ່ຈະພາກັນໄປນຳເອົາອຸປະຄຸດ (ຫີນແຮ່-ຫີນຊານຢູ່ພື້ນນ້ຳ) ມາຂຶ້ນຫໍທີ່ໄດ້ກະກຽມໄວ້ເພື່ອເປັນການປົກປັກຮັກສາຊາວບ້ານ ແລະ ເຮັດໜ້າທີ່ປາບມານຮ້າຍ.


          ສຳລັບຕອນກາງຄືນຈະມີການຄົບງັນຕາມຮີດຄອງປະເພນີ, ໃນເວລາ 7 ໂມງເຊົ້າຂອງມື້ຂຶ້ນ 15 ຄ່ຳທຸກໆຄອບຄົວໄດ້ກະກຽມເຄື່ອໃສ່ບາດຖວາຍສັງຂະທານ, ເວລາ 14 ໂມງຊາວບ້ານກໍຈະແຮ່ອ້ອມບ້ານ ໂດຍແຕ່ລະຄົນຈະແຕ່ງກາຍທີ່ມີຫຼາກຫຼາຍສີສັນແຕກຕ່າງກັນໄປ ມືຖືດາບທີ່ເຮັດຈາກໄມ້ເພື່ອໄລ່ມານຮ້າຍພ້ອມທັງຕີກອງແລງ, ກອງຫາງ, ລຳພະຫຍາຍ່ອຍ, ເປົ່າກອງຫາງ, ລຳພະຫຍາຍ່ອຍ, ເປົ່າປີ່, ເປົ່າແຄນ ແລະ ອື່ນໆ. 

https://medialaos.com/


            ພໍຮອດເດີ່ນວັດກໍຈະມີຂັນຫ້າເພື່ອເຊີນໃຫ້ໝໍຫຸ່ນ (ເຈົ້າມະເຫສັກ) ມາຫຼິ້ນບຸນຮ່ວມກັບຊາວບ້ານແລ້ວມີການແຮ່ອ້ອມວັດ 3 ຮອບ, ຜູ້ເປັນໝໍຫຸ່ນຈະເຮັດໜ້າທີ່ແຕ່ງຕັ້ງຜູ້ຮັບໃຊ້ ຊຶ່ງປະກອບມີສັດດົມກິ່ນ ແລະ ທະຫານຈຳນວນໜຶ່ງເພື່ອລໍຖ້າປາບຜີຮ້າຍ, ພໍຮອດເວລາໝໍຫຸ່ນກໍຈະໃຫ້ຊາວບ້ານເອົານ້ຳມາຫົດຈຸດທີ່ຝັງກະໂປະຫົວຄວາຍ ແລະ ໃຫ້ໝໍສ່ຽງ, ໝໍໂຫນ, ໝໍທວາຍສ່ຽງທວາຍພ້ອມໃຫ້ສັດດົມກິ່ນກວດວ່າຈຸດໃດມີຫຸ່ນ (ຜີຮ້າຍ) ເມື່ອພົບຫຸ່ນແລ້ວ ໝໍຫຸ່ນຈະມີວິທີພິສູດເພື່ອເອົາຫຸ່ນອອກພ້ອມທັງໃຫ້ຊາວບ້ານລົງເກືອກຂີ້ຕົມໃນຈຸດທີ່ຫຸ່ນຖືກຝັງຢູ່ ແລະ ປະຕິບັດໄປຈົນຄົບ 4 ທິດ ໂດຍເລີ່ມຈາກທິດເໜືອ, ຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນຕົກ.


          ຕໍ່ມາກໍໄດ້ມີພິທີປັດກວາດສິ່ງທີ່ບໍດີອອກຈາກບ້ານ ແລ້ວນຳຫຸ່ນ ແລະ ອຸປະຄຸດລົງສູ່ທ່ານ້ຳປ່ອຍໃຫ້ໄຫຼໄປກັບນ້ຳຖືວ່າເປັນການລ້າງຊ່ວຍໃຫ້ສິ່ງທີ່ບໍດີອອກຈາກຮ່າງກາຍ ຈາກນັ້ນກໍໄດ້ພ້ອມກັນກັບຄືນສູ່ວັດເພື່ອໃຫ້ຄູບາສູດໄຊຍັນໂຕ ແລະ ບາສີສູ່ຂວັນເປັນສິລິມຸງຄຸນ, ເວລາ 4 ໂມງຊາວບ້ານກໍນຳເອົາກອງເລງພ້ອມຕົ້ນກາລະພຶກແຮ່ອ້ອມບ້ານອີກຄັ້ງ (ເກັບດູກເຫຼົ້າ) ແລ້ວນຳໄປຖວາຍຕົ້ນກາລະພຶກ ແລະ ປັດໄຈໃສຍະທານຕ່າງໆໃຫ້ແກ່ພະພິຂຸສົງ ສຳມະເນແມ່ນຂັ້ນຕອນສຸດທ້າຍຂອງງານບຸນ

https://medialaos.com/

 

           ງານບຸນປະເພນີຫຼິ້ນຫຸ່ນຂອງຊາວບ້ານກອງລໍແມ່ນໄດ້ປະຕິບັດສືບຕໍ່ກັນທຸກໆປີມາຫຼາຍຮຸ້ນຄົນໂດຍມີຄວາມເຊື່ອວ່າ:ການຈັດບຸນປະເພນີຫຼິ້ນຫຸ່ນນີ້ເພື່ອໃຫ້ເຈົ້າຖິ່ນເຈົ້າຖານປົກປັກຮັກສາແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໃນຖ້ຳກອງລໍ ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງຊາວບ້ານທັງເປັນການສືບທອດ, ອະນຸລັກຮັກສາດ່ານວັດທະນາທຳ, ຮີດຄອງປະເພນີສະເພາະຂອງທ້ອງຖິ່ນໄວ້ໃຫ້ລູກຫຼານໄດ້ຮູ້ຈັກ ແລະ ສືບຕໍປະຕິບັດໃຫ້ຢູ່ຄູ່ກັບຊາວບ້ານກອງລໍຕະຫຼອດໄປ.

           ປະຈຸບັນສະມາຄົມພັດທະນາການທ່ອງທ່ຽວຖ້ຳກອງລໍ ຮ່ວມກັບອຳນາດການປົກຄອງບ້ານໄດ້ກະກຽມເພື່ອສະເໜີເອົາກິດຈະກຳບຸນຫຼິ້ນຫຸ່ນເປັນກິດຈະກຳການທ່ອງທ່ຽວທີ່ຕິດພັນກັບວັດທະນະທຳຮີດຄອງປະເພນີເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມບ້ານກອງລໍໃຫ້ນັບມື້ນັບຫຼາຍຂຶ້ນ

 

source: ໜັງສືພິມເສດຖະກິດ-ສັງຄົມ

ການປະກອບສ່ວນ