ການຄັດເລືອກຢີສ໌ທີ່ສາມາດໃຊ້ໄຊໂລສເພື່ອການໜັກເຫຼົ້າເອຕາໂນລ

Languages

24 Sep 2018 Authors: ອໍລະໄທ ສຸລິຍາ ແລະ ທີ່ປຶກສາ: ຮສ ມະນີຈັນ ໄຊຍະວົງ
ORLATHAI

ການສຶກສາກ່ຽວກັບການຄັດເລືອກເຊື້ອຢີສ໌ທີ່ສາມາດໝັກໄຊໂລສໃຫ້ເປັນເຫຼົ້າເອຕາໂນລ ເຊິ່ງໄດ້ນໍາໃຊ້ ສິ່ງເສດເຫຼືອທາງການກະເສດ ລວມທັງໝົດ 56 ຕົວຢ່າງ. ໃນຂະບວນການທົດລອງໄດ້ດຳເນີນໂດຍ ນຳໃຊ້ເຕັກນິກການເພີ່ມເຊື້ອໃນອາຫານແຫຼວ YPX ທີ່ອຸນຫະພູມ 37ºC. ຈາກການຄັດແຍກ ໄດ້ເຊື້ອ ບໍລິສຸດທັງໝົດ 60 ໄອໂຊເລດ ແລະ ໃນຈໍານວນນີ້ໄດ້ຄັດເລືອກເອົາ 35 ໄອໂຊເລດ ມາທົດສອບຄວາມ ສາມາດ ຈະເລີນເຕີບໂຕຢູ່ໃນອາຫານແຂງ YPD,  YPS, YPX  ແລະ YNB ທີ່ອຸນຫະພູມ 37ºC, 40ºC,  42ºC  ແລະ 45ºC, ສຶກສາລັກສະນະລັກສັນຖານຂອງເຊື້ອຢີສ໌, ທົດສອບຄຸນລັກສະນະຕ່າງໆຂອງຢີສ໌ ທີ່ຖືກຄັດເລືອກທີ່ອຸນຫະພູມ 37ºC ແລະ ການຈັດຈຳແນກຊະນິດຂອງເຊື້ອຢີສ໌ທີ່ຖືກຄັດເລືອກ. ຈາກຜົນທີ່ໄດ້ຮັບສະແດງໃຫ້ເຫັນວ່າເຊື້ອຢີສ໌ສາມາດຈະເລີນເຕີບໂຕໄດ້ດີທີ່ອຸນຫະພູມຕ່າງໆໃນອາຫານ YPD ມີ 8 ໄອໂຊເລດ, ອາຫານ YPS ມີ 6 ໄອໂຊເລດ, ສ່ວນໃນອາຫານ YPX ແລະ ອາຫານ YNB  ມີພຽງອາຫານລະ 2 ໄອໂຊເລດເທົ່ານັ້ນທີ່ຈະເລີນເຕີບໂຕໄດ້ດີ. ຜົນການສຶກສາລັກສະນະທາງ ສັນຖານວິທະຍາຂອງຢີສ໌ ຈຸລັງຂອງຢີສ໌ມີລັກສະນະເປັນຮູບໄຂ່-ຍາວ, ມົນກົມ, ບາງຈຸລັງມີ ການແຕກໜໍ່ ແລະ ແຍກເປັນຈຸລັງດຽວ, ການທົດສອບຊີວະເຄມີບາງຢ່າງພົບວ່າ ຢີສ໌ທັງ 23 ໄອໂຊເລດ ມີເອັນໄຊມ໌ Catalase. ຈາກການຄັດເລືອກຢີສ໌ເພື່ອການໝັກເຫຼົ້າເອຕາໂນລໂດຍໃຊ້ນໍ້າຕານໄຊໂລສ 2% ເປັນແຫຼ່ງຄາບອນ ພົບວ່າມີ 3 ໄອໂຊເລດ ໄດ້ແກ່: OX17, OX22 ແລະ OX30 ທີ່ສາມາດໝັກໄດ້ດີກວ່າ Kluyveromyces marxianu BUNL-21 ທີ່ເປັນໂຕປຽບທຽບ. ນອກຈາກນັ້ນ ເຊື້ອຢີສ໌ OX17 ສາມາດທົນຕໍ່ທາດລະລາຍທີ່ເປັນພິດໄດ້ດີກວ່າໄອໂຊເລດອື່ນໆ ແລະ ໄອໂຊເລດທີ 25 ສາມາດ ຈະເລີນເຕີບໂຕໄດ້ໄວ ແລະ ມີລັກສະນະທີ່ແຕກຕ່າງກວ່າໄອໂຊເລດອື່ນໆ. ຈາກການວິເຄາະ D1/D2 ໂດເມນຂອງຢີນ ສາມາດຈັດຈໍາແນກໄດ້ທັງໝົດ 5 ໄອໂຊເລດ ເຊິ່ງເປັນ Candida tropicalis ຈໍານວນ 3 ໄອໂຊເລດ ແລະ 2 ໄອໂຊເລດເປັນ Blastobotrys adeninivorans.
ຄຳສຳຄັນ: ເຊື້ອຢີສ໌, ອຸນຫະພູມ, ລິກໂນແຊລລູໂລສ໌, ນໍ້າຕານໄຊໂລສ, ເຫຼົ້າເອຕາໂນລ.

ດາວໂຫລດ

Selection of Xylose Utilizing Yeast For Ethanol Fermentation - ລາວ (1.7 MB)

Selection of Xylose Utilizing Yeast For Ethanol Fermentation

ການປະກອບສ່ວນ