ຊີ້ນໝູຝອຍ

Andy Souvanhphukdee
ຊີ້ນໝູຝອຍ ສາມາດນຳມາປະກອບອາຫານໄດ້ຫຼາກຫຼາຍປະເພດ
ເຮືອນຄົວລາວ
https://www.chinasichuanfood.com/homemade-meat-floss/v
chinasichuanfood.com

ເຄື່ອງປະກອບ
  •  ຊີ້ນໝູສົດ 1 ກິໂລກຼາມ
  •  ນ້ຳຕານຊາຍ ½ ກິໂລກຼາມ
  •  ເກືອ 1 ບ່ວງແກງ
  •  ນໍ້າສະອິວຂາວ 3 ບ່ວງແກງ
  •  ນ້ຳສະອິວແມັກກີ 3 ບ່ວງແກງ

ວິທີປຸງແຕ່ງ
  1.  ລ້າງຊີ້ນໝູ ໃຫ້ສະອາດແລ້ວຕັດເປັນຕ່ອນໃຫ່ຍພໍສົມຄວນ
  2.  ເອົານ້ຳໃສ່ ພໍໃຫ້ຖ້ວມຊີ້ນໝູ ປະສົມດ້ວຍເກືອ, ນ້ຳຕານ, ຊະອິວຂາວ, ຊະອິວແມັກກີ ແລ້ວນຳໄປໝັກໄວ້ 1 ຊົ່ວໂມງ
  3.  ເອົານ້ຳມັນໃສ່ໝໍ້ແລ້ວຈຽວນ້ຳຕານດ້ວຍໄຟອ່ອນໆ ພໍໃຫ້ນ້ຳຕານມີສີແດງ ແລ້ວເອົາຊີ້ນໝູ ພ້ອມນຳເຄື່ອງປຸງທີ່ໝັກໄວ້ມາຂົ້ວໃສ່ກັນ, ຄົນໃຫ້ທົ່ວແລ້ວຕື່ມນ້ຳໃສ່ຶ ເພື່ອຕົ້ມຊີ້ນໃຫ້ສຸກ, ຕົ້ມປະມານ 1 ຊົ່ວໂມງ ຫຼື ຈົນຊີ້ນໝູສຸກດີ ( ແຕ່ບໍ່ໃຫ້ຕົ້ມຈົນເປື່ອຍ) ປະໄວ້ໃຫ້ເຢັນ
  4.  ຈາກນັ້ນ ໃຫ້ຈີກຊີ້ນໝູອອກເປັນເສັ້ນໆ ແລ້ວນຳມາຕຳໃຫ້ແຕກອອກຈາກກັນ ແລ້ວນຳໄປຕາກແດດປະມານ 20-30 ນາທີ (ເພື່ອບໍ່ໃຫ້ຊີ້ນໝູຊຸ່ມ, ແຕ່ບໍ່ໃຫ້ຕາກແດດຈົນແຫ້ງກອບ ເພາະຖ້າແຫ້ງໂພດເວລາເອົາມາຕຳຈະເຮັດໃຫ້ຊີ້ນມຸ່ນ ຈະບໍ່ເປັນເສັ້ນຝອຍ)
  5.  ຈາກນັ້ນກໍນຳມາຕຳອີກເທື່ອໜຶ່ງ ເພື່ອໃຫ້ໄດ້ເສັ້ນໝູຝອຍ, ອ່ອນ ແລະ ຟູ. ຫຼັງຈາກນັ້ນ ເອົາມາຂົ້ວດ້ວຍໄຟອ່ອນໆ (ຂົ້ວບໍ່ໃສ່ນ້ຳມັນ) ຄົນໄປເລື້ອຍໆຈົນຊີ້ນໝູກາຍເປັນສີເຫຼືອງອ່ອນ ແລ້ວປົງລົງປະໄວ້ໃຫ້ເຢັນ
  6.  ບັນຈຸໃສ່ກະປຸກ ຫຼື ຖົງຢາງເກັບໄວ້ໃນຕູ້ເຢັນ ເປັນອາຫານທີ່ກິນງ່າຍ ແລະ ສາມາດເກັບໄວ້ໄດ້ດົນອີກດ້ວຍ
ຂໍ້ມູນເພີ່ມເຕີມຈາກ ປຶ້້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ Red Lantern Restaurant & Private Dining Room

ການປະກອບສ່ວນ