ຈືນປາໃສ່ຜັກທຽມ

Andy Souvanhphukdee
ຫຼາຍຄົນອາດຈະຄິດວ່າອາຫານຈານນີ້ ຕ້ອງມັນຢ່າງແນ່ນອນ ເພາະໃຊ້ນ້ຳມັນເປັນສ່ວນປະສົມຫຼັກໃນການທອດ, ຄວາມຈິງແລ້ວ ຈືນປາຈານນີ້ບໍ່ໄດ້ມີຄວາມມັນເລີຍ ກົງກັນຂ້າມນ້ຳມັນ ຊ່ວຍເຮັດໃຫ້ປາຈືນມີຄວາມກອບຫຼາຍຂຶ້ນ
ເຮືອນຄົວລາວ
https://foodfromnorthernlaos.com/quick-find/
Kees Sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
•  ປານິນ 1 ໂຕຍາວ 25 ຊມ (ໃຊ້ປາໄດ້ທຸກຊະນິດທີ່ຕ້ອງການ)
•  ກະທຽມ 6 ກີບ
•  ເກືອ 2 ບ່ວງຊາ
•  ແປ້ງ 1 ບ່ວງແກງ (ຖ້າຕ້ອງການ)
•  ນ້ຳມັນພືດ 1 ບ່ວງແກງ
•  ຫອມປ້ອມຊອຍ 1 ບ່ວງແກງ
ວິທີປຸງແຕ່ງ
1.  ປາດໜັງປາແຕ່ລະຂ້າງ ໃຫ້ຂະໜານກັນ 2 ຊມ (ບໍ່ປາດເລິກ ເຖິງຊີ້ນຫຼາຍຈົນເກີນໄປ)
2.  ທຸບກະທຽມ
3.  ທາກະທຽມ ແລະເກືອ ຫຼື ຄະນໍໃສ່ປາທັງ 2 ດ້ານໃຫ້ທົ່ວ ແລ້ວປາໄປປະສົມກັບແປ້ງ, ປ່ອຍໄວ້ 2-3 ນາທີ ເພື່ອໃຫ້ແປ້ງຊຶ້ມເຂົ້າ ຕິດກັບປາ
4.  ຄ້າງໝໍ້ກະທະ ໃສ່ນ້ຳມັນແລ້ວໃສ່ກະທຽມລົງໄປໜ້ອຍໜຶ່ງ ເພື່ອທົດສອບຄວາມຮ້ອນຂອງນໍ້າມັນກ່ອນ, ຖ້າຫາກກະທຽມຟູ ສະແດງວ່າໝໍ້ຮ້ອນພໍທີ່ຈະທອດປາໄດ້ແລ້ວ, ຫຼັງຈາກນັ້ນໃຫ້ໃສ່ກະທຽມທີ່ທຸບໄວ້ທັງໝົດລົງໝໍ້ ຕາມດ້ວຍປາ (ພະຍາຍາມວາງປາລົງໝໍ້ຢ່າງ ລະມັດລະວັງ), ທຸກໆ 30-60 ວິນາທີ ໃຫ້ຄົນ ຫຼື ຍ້າຍປາ ເພື່ອປ້ອງກັນບໍ່ໃຫ້ຕິດກະທະ,ປາຂ້າງໜຶ່ງຈະໃຊ້ເວລາທອດປະມານ 4 ນາທີ. ຕັກກະທຽມຫຼັງຈາກປ່ຽນເປັນສີເຫຼືອງອອກ, ລໍຖ້າ 4 ນາທີ ຫຼື ຈົນກວ່າປາຈະກອບ ແລ້ວນຳໄປເຊັດນ້ຳມັນ ໂດຍການວາງໄວ້ເຈ້ຍອາໄມ ຫຼື ທິດຊູ. ນຳປາໃສ່ຈານ ໂຮຍໜ້າດ້ວຍກະທຽມທອດ ແລະ ຜັກຫອມປ້ອມ
5.  ຮັບປະທານໄດ້ກັບເຂົ້າທຸກຊະນິດ
ຄຳແນະນຳ 
•  ທຸບຫົວສີໄຄຍັດໃສ່ປາເພື່ອເີ່ມກິ່ນຫອມ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ວີດີໂອຈາກ FoodTravelTVEnglish

ການປະກອບສ່ວນ