ຄຸນຄ່າຂອງໄມ້ປ່ອງຕໍ່ການຮັກສາສຸຂະພາບຮ່າງກາຍ.

Keooudone Souvannakhoummane
ໄມ້ປ່ອງນອກຈາກຈະມີຄຸນປະໂຫຍດດ້ານອື່ນໆແລ້ວ, ສ່ວນຕ່າງໆຂອງໄມ້ປ່ອງຍັງມີຄຸນປະໂຫຍດ ຫຼື ສັບພະຄູນທາງຢາ ເພື່ອຮັກສາສຸຂະພາບຮ່າງກາຍອິກດ້ວຍ.
ພູມປັນຍາທ້ອງຖິ່ນ
Google Images
Google Images

ຢາພື້ນເມືອງ: ສ່ວນສໍາຄັນຂອງໄມ້ປ່ອງທີ່ເປັນຢາຄືທຸກສ່ວນຂອງມັນ, ເອົາມາຕາກແຫ້ງ ຫຼື ສົດ ນໍາມາຕົ້ມນໍ້າດື່ມທຸກວັນຈະເຮັດໃຫ້ຮ່າງກາຍແຂງແຮງ, ຮັກສາພະຍາດໝາກໄຂ່ຫຼັງ. ຕຳລາຢາຂະເມນຍັງບອກວ່ານ້ຳມັນສະກັດຈາກໄມ້ປ່ອງສາມາດຮັກສາພະຍາດຫອບຫືດໄດ້ດີ. ສ່ວນທີ່ເປັນໜໍ່ອ່ອນຮັກສາພະຍາດໜອງໃນ, ພະຍາດຫຼັງໄຂ່ຫຼັງ ແລະ ໂພກຍ່ຽວອັບເສບ. ນອກນັ້ນຍັງມີຕຳລາຢາຟີລິປີນ ກໍ່ບອກເຊັ່ນດຽວກັນ ຮາກສາມາດນຳມາຕົ້ມເພື່ອລ້າງໝາກໄຂ່ຫຼັງ. ຂໍ້ມູນດັ່ງກ່າວໄດ້ສະໜັບສະໜູນຄວາມເຊື້ອຂອງຜູ້ເຖົ້າຜູ້ແກ່ຕ່າງຊົນນະບົດຂອງລາວເຮົາ. ໂດຍສະເພາະແມ່ນການຮັກສາພະຍາດກ່ຽວກັບໝາກໄຂ່ຫຼັງດ້ວຍຮາກໄມ້ປ່ອງ, ນຳເອົາຕົ້ມນ້ຳດື່ມທຸກວັນ, ມີການໃຊ້ເວລາດົນເພື່ອຮັກສາ ແຕ່ກໍ່ສາມາດຫາຍດີໄດ້. ນອກນັ້ນຮາກຂອງໄມ້ປ່ອງບາງຊະນິດຍັງສາມາດຮັກສາໄຂ້ປ່າ ໂດຍສະເພາະ ແມ່ນຮາກຂອງໄມ້ເຮ້ຍ. ແຕ່ຂໍ້ຄວນລະວັງ ເພາະໄມ້ປ່ອງມີຂົນທີ່ຄາຍ, ເມື່ອຖືກກັບຜິວໜັງແລ້ວຈະເຮັດໃຫ້ເປັນຕູ່ມຄາຍໄດ້, ຄຸນປະໂຫຍດ ຫຼື ສັບພະຄຸນທາງຢາພື້ນເມືອງຂອງໄມ້ປ່ອງບາງຊະນິດດັ່ງລຸ່ມນີ້: 

Google Images
ສຸມໄມ້ຮວກ

ສັບພະຄູນຂອງໄມ້ຮວກ (Thyrsostachys siamensis): ນອກຈາກມີຄຸນປະໂຫຍດດ້ານອື່ນແລ້ວ, ລໍາຕົ້ນ ແລະ ຮາກ ຍັງເປັນຢາຮັກສາລິດສິດວງໄດ້ອິກດ້ວຍ, ໂດຍນໍາເອົາຮາກ ແລະ ລຳຕົ້ນຂອງໄມ້ຮວກມາຕົ້ມນ້ຳດື່ມປະມານ 15 ວັນກໍ່ຫາຍດີໄດ້. ແຕ່ຜູ້ທີ່ເປັນແບບຊຳເຮືອອາດຈະຕ້ອງໄດ້ໃຊ້ເວລາດົນ. ຮາກ ແລະ ລຳຕົ້ນ ສາມາດຕົ້ມໄດ້ທັ້ງສົດ ແລະ ຕາກໃຫ້ແຫ້ງກ່ອນກະໄດ້ເຊັ່ນດຽວກັນ. ນອກນັ້ນສາມາດຮັກສາໄດ້ຫຼາຍພະຍາດເຊັ່ນ: ລຳຕົ້ນສາມາດນໍາຕົ້ມແກ້ປວດທ້ອງ, ແກ້ທ້ອງເຟີ ຫຼື ອາຫານບໍ່ຍ່ອຍ, ອາຫານເປັນພິດ, ຮັກສາອາການເຈັບນໍລີ້ນໄກ່. ໜໍ່ອ່ອນຮັບປະທານແບບອາຫານບຳລຸງຮ່າງກາຍ ແລະ ບຳລຸງຕັບ. ຕາ ແລະ ໃບ ຕົ້ມນໍ້າດື່ມຂັບປະຈຳເດືອນໄດ້ດີ. 

Google Images
ລຳໄມ້ໄຜ່ບ້ານ

ສັບພະຄູນຂອງໄມ້ໄຜ່ບ້ານ (Bambusa blumeana): ເປັນໄມ້ປ່ອງທີ່ມີຄຸນປະໂຫຍດຫຼາຍຢ່າງ ມັນຍັງມີສັບພະຄຸນທາງຢາ, ເຊິ່ງເປັນຢາສະໜູນໄພພື້ນບ້ານ ຫຼື ຢາພື້ນເມືອງນັ້ນເອງ. ຮາກຈະມີຣົດຈືດນໍາມາຕົ້ມນໍ້າດື່ມເພື່ອຮັກສາອາການຖອກທ້ອງ, ຊ່ວຍຂັບລົມ, ຂັບປັດສະວະ, ຂັບປະຈຳເດືອນ, ຮັກສາມົດລູກອັບເສັບ. ໜໍ່ອ່ອນສາມາດຮັກສາອາການຮັກສາຕັບ ແລະ ມ້າມ. ໃບສາມາດຮັກສາໄຂ້, ອາການໄອ, ໃຊ້ປະສົມກັບຮາກຊ່ວຍໃນການຂັບປັດສະວະ, ຂັບລົມ ແລະ ບັນເທົາອາການຖອງທ້ອງ. 
ນອກນັ້ນຍັງມີໄມ້ປ່ອງທີ່ສາມາດເຈາະເອົານ້ຳຈາກຕົ້ນມາດື່ມເພື່ອຮັກສາພະຍາດ ແລະ ບຳລັງສຸຂະພາບ ໂດຍສະເພາະແມ່ນໄມ້ໄຜ່ກີມຊຸງ ທີ່ສາມາດເກັບເຈາະນໍ້າຈາກລຳຕົ້ນມາດື່ມເພື່ອບຳບັດພະຍາດ ແລະ ສານຕົກຄ້າງອອກຈາກຮ່າງກາຍ.

ການປະກອບສ່ວນ