ຄວາມສຳຄັນຂອງໝາກແໜ່ງຕໍ່ລະບົບນິເວດ

Andy Souvanphakdy
ໝາກແໜ່ງຈັດຢູ່ໃນພືດຕະກຸນດຽວກັນກັບຂີງຂ່າ ເປັນພືດທີ່ມີລັກສະນະໂດດເດັ່ນ ແລະ ກິ່ນຫອມພິເສດໃນກຸ່ມຂອງພືດໃບລ້ຽງດ່ຽວ
ຊີວະນາໆພັນກະສິກຳ
phakhaolao.la

ໃນປະເທດລາວເຮົາມີໝາກແໜ່ງທັງໝົດ 32 ຊະນິດ ແລະ 4 ສະກຸນເຊັ່ນ: ສະກຸນໝາກກຸກປີກ, ສະກຸນໝາກແໜ່ງສາ, ສະກຸນໝາກກຸກກ້ຽງ, ສະກຸນໝາກແໜ່ງ 

ໝາກແໜ່ງປາກຊ່ອງ ແລະ ໝາກແໜ່ງກວາງຕຸ້ງ ເປັນຊະນິດທີ່ມີຄວາມສຳຄັນຕໍ່ທາງດ້ານເສດຖະກິດໃນ ສປປ ລາວ ເຊິ່ງປະຈຸບັນມີການປູກເພື່ອເປັນສິນຄ້າ, ເນື່ອງຈາກການເກັບກູ້ບໍ່ພຽງພໍ, ສາມາດພົບໝາກແໜ່ງປາກຊ່ອງໄດ້ທົ່ວໄປໃນພາກໃຕ້ ສ່ວນໝາກແໜ່ງກວາງຕຸ້ງສາມາດພົບໄດ້ໃນພາກເໜືອ

ໃນແຕ່ລະປີຜົນຜະລິດໝາກແໜ່ງ ຖືກສົ່ງອອກໄປຍັງຕະຫຼາດສາກົນ ຫຼາຍພັນໂຕນ ເຊິ່ງລາຄາໝາກແໜ່ງແຫ້ງ ສູງເຖິງ 450,000 ກີບ/ກິໂລ ໃນຂັ້ນບ້ານ ເນື່ອງຈາກໝາກແໜ່ງນິຍົມໃຊ້ເປັນເຄື່ອງເທດ ແລະ ຢາສະໝຸນໄພ ນອກນັ້ນຍັງເປັນແຫຼ່ງສະໜອງນ້ຳຫວານ, ອາຫານໃຫ້ແກ່ແມງໄມ້ ແລະ ສັດປ່າ

ປະຈຸບັນໝາກແໜ່ງຄືໜຶ່ງໃນເຄື່ອງປ່າຂອງດົງທີ່ມີການ ການເກັບກູ້ຈຳນວນຫຼາຍ, ຫຼາຍກວ່າການອະນຸຮັກ ແລະ ປູກທົດແທນແບບຍືນຍົງ ເຊິ່ງສົ່ງຜົນໂດຍກົງຕໍ່ຄວາມສົມດຸນຂອງລະບົບນິເວດ ຄວນເພີ່ມການເອົາໃຈໃສ່ ໂຄສະນາເຜີຍແພ່ປູກຈິດສຳນຶກໃຫ້ປະຊາຊົນເຂົ້າໃຈເຖິງການອະນຸຮັກເຄື່ອງປ່າຂອງດົງ ຫຼື ຊີວະນາໆພັນ ເພື່ອຄວາມອຸດົມສົມບູນຂອງລະບົບນິເວດ ຈັດຕັ້ງກຸ່ມຜະລິດຂັ້ນບ້ານ ແທນຂັ້ນຄອບຄົວ ເພື່ອສົ່ງເສີມເຕັກນິກການປູກໝາກແໜ່ງ ແລະ ການນຳໃຊ້ທີ່ດິນແບບມີສ່ວນຮ່ວມ
 

ການປະກອບສ່ວນ