ການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Andy Souvanphakdy
ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໝາຍເຖິງ ການໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງສະຫຼາດ ໂດຍໃຊ້ໃຫ້ໜ້ອຍ ເພື່ອໃຫ້ເກີດ ປະໂຫຍດສູງສຸດ ໂດຍຄໍານຶງເຖິງໄລຍະເວລາໃນການໃຊ້ໃຫ້ຍາວນານ ແລະ ເກີດຜົນ ເສຍຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ.
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ປະຈຸບັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຄວາມເຊື່ອມໂຊມຫຼາຍຂຶ້ນ, ດັ່ງນັ້ນ ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈິ່ງມີຄວາມໝາຍລວມໄປເຖິງການພັດທະນາຄຸນນະພາບສິ່ງແວດລ້ອມ ອີກດ້ວຍ. ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມສາມາດເຮັດໄດ້ ຫຼາຍວິທີທັງທາງກົງ ແລະ ທາງອ້ອມຄື:

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ

ຊຶ່ງປະຕິບັດໄດ້ ໃນລະດັບບຸກຄົນ, ອົງການ ແລະ ລະດັບປະເທດ ໄດ້ແກ່:

  1. ການໃຊ້ຢ່າງປະຢັດ: ຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ດົນ ແລະ ເກີດປະໂຫຍດຢ່າງຄຸ້ມຄ່າຫຼາຍທີ່ສຸດ.
  2. ການນໍາກັບມາໃຊ້ຄືນ: ໄດ້ແກ່ສິ່ງຂອງບາງປະເພດເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງພຣາສຕິກ, ເຈັ້ຍ ຫຼື ສາມາດທີ່ຈະນໍາກັບມາໃຊ້ໃໝ່ໂດຍຜ່ານຂະບວນການຕ່າງໆເຊັ່ນ: ຕົວຢ່າງ ການນໍາເອົາເຈັ້ຍທີ່ໃຊ້ແລ້ວໄປຜ່ານຂະບວນການຕ່າງໆ ເພື່ອເຮັດເປັນເຈັ້ຍແຂງ ຊຶ່ງເປັນການຫຼຸດຜ່ອນປະລິມານການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທໍາລາຍສິ່ງແວດລ້ອມໄດ້.
  3. ການບູລະນະສ້ອມແປງສິ່ງຂອງບາງຢ່າງ: ເມື່ອໃຊ້ເປັນເວລານານອາດເກີດການເປ່ເພໄດ້, ດັ່ງນັ້ນຖ້າມີການສ່ອມແປງກໍ່ຈະຍືດອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອເປັນການນໍາໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
  4. ການບໍາບັດ ແລະ ການຟື້ນຟູ: ເປັນວິທີການເພື່ອຊ່ວຍຫຼຸດຜ່ອນຄວາມເຊື່ອມໂຊມຂອງຊັບພະຍາກອນດ້ວຍການບໍາບັດກ່ອນເຊັ່ນ: ການບໍາບັດນໍ້າເສຍຈາກຄົວເຮືອນ ຫຼື ໂຮງງານອຸດສະຫະກໍາເປັນຕົ້ນ ກ່ອນທີ່ຈະປ່ອຍລົງສູ່ແຫຼ່ງນໍ້າສາທາລະນະ, ສ່ວນການຟື້ນຟູທໍາມະຊາດໃຫ້ກັບສູ່ສະພາບເດີມເຊັ່ນ: ການປູກຕົ້ນໄມ້ ເພື່ອຟື້ນຟູຄວາມສົມດຸນຂອງປ່າໃຫ້ກັບມາອຸດົມສົມບູນ ເປັນຕົ້ນ.
  5. ການໃຊ້ສິ່ງອື່ນມາທົດແທນ: ເປັນວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບພະຍາກອນທໍາມະຊາດລົດໜ້ອຍລົງ ແລະ ບໍ່ທໍາລາຍສິ່ງແວດລ້ອມເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງພຣາສຕິກ, ການໃຊ້ໃບຕອງແທນໂຟມ, ການໃຊ້ພະລັງງານແສງຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີເປັນຕົ້ນ.
  6. ການເວນຍາມ ແລະ ປ້ອງກັນ: ເປັນວິທີການທີ່ບໍ່ໃຫ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຖືກທໍາລາຍເຊັ່ນ: ການເຝົ້າລະວັງການຖີ້ມຂີ້ເຫຍື່ອລົງສູ່ແມ່ນໍ້າລໍາທານ, ການສ້າງແນວປ້ອງກັນໄຟປ່າເປັນຕົ້ນ.

ການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໂດຍທາງອ້ອມສາມາດເຮັດໄດ້ຫຼາຍວິທີດັ່ງນີ້:

  1. ການພັດທະນາຄຸນນະພາບປະຊາຊົນ ໂດຍສະນັບສະໜູນການສຶກສາດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທີ່ຖືກຕ້ອງຕາມຫຼັກວິຊາການຊຶ່ງສາມາດເຮັດໄດ້ທຸກລະດັບອາຍຸ ທັງໃນລະບົບໂຮງຮຽນ ຫຼື ສະຖາບັນການສຶກສາຕ່າງໆ ແລະ ນອກລະບົບໂຮງຮຽນໂດຍຜ່ານຂໍ້ມູນຂ່າວສານຕ່າງໆ ເພື່ອໃຫ້ປະຊາຊົນເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນໃນການອະນຸລັກ, ເກີດຄວາມຫວງແຫນ ແລະ ໃຫ້ຄວາມຮ່ວມມືຢ່າງຈິງຈັງ.
  2. ການໃຊ້ມາດຕະການທາງສັງຄົມ ແລະ ກົດໝາຍ: ການຈັດຕັ້ງກຸ່ມຊຸມຊົນສະມະຄົມເພື່ອການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕ່າງໆ ຕະຫຼອດຮອດການໃຫ້ຄວາມຮ່ວມມືທາງດ້ານພະລັງກາຍ, ພະລັງໃຈ, ພະລັງຄວາມຄິດດ້ວຍຈິດສໍານຶກໃນຄວາມມີຄຸນຄ່າຂອງສິ່ງແວດລ້ອມ ແລະ ຊັບພະຍາກອນທີ່ມີຕໍ່ໂຕເຮົາເຊັ່ນ:ອົງການອະນຸລັກສັດປ່າ WCS, WWF ແລະ ອື່ນໆ.
  3. ສົ່ງເສີມໃຫ້ປະຊາຊົນໃນທ່ອງຖີ່ນໄດ້ມີສ່ວນຮ່ວມໃນການອະນຸລັກ: ຊ່ວຍກັນຮັກສາເພື່ອໃຫ້ຄົງສະພາບເດີມ ແລະ ບໍ່ໃຫ້ເສື່ອມໂຊມ ເພື່ອປະໂຫຍດໃນການດໍາລົງຊີວິດໃນທ້ອງຖີ່ນຂອງຕົນ ການປະສານງານເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຈິດສໍານຶກ ລະຫວ່າງໜ່ວຍງານຂອງລັດກັບອໍານາດການປົກຄອງທ້ອງຖີ່ນກັບປະຊາຊົນໃຫ້ມີບົດບາດໜ້າທີ່ໃນການປົກປ້ອງຄຸ້ມຄອງ ຟື້ນຟູການໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ ແລະ ເກີດປະໂຫຍດສູງສຸດ. 
  4. ສົ່ງເສີມການສຶກສາວິໄຈຊອກຫາວິທີການ ແລະ ພັດທະນາເຕັກໂນໂລຊີ ມາໃຊ້ໃນການຈັດການກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ເກີດປະໂຫຍດສູງສຸດເຊັ່ນ: ການໃຊ້ຄວາມຮູ້ທາງຂໍ້ມູນຂ່າວສານເຕັກໂນໂລຊີ ມາຈັດການວາງແຜນພັດທະນາອຸປະກອນເຄື່ອງມື, ເຄື່ອງໃຊ້ໃຫ້ມີການປະຢັດພະລັງງານຫຼາຍຂຶ້ນເຊັ່ນ: ຄົ້ນຄ້ວາວິໄຈຫາວິທີການຈັດການ, ການປັບປຸງ, ການພັດທະນາສິ່ງແວດລ້ອມໃຫ້ມີຄຸນນະພາບ ແລະ ຍືນຍົງ.
  5. ການກໍານົດນະໂຍບາຍ ແລະ ວາງແນວທາງຂອງລັດຖະບານ ໃນການອະນຸລັກ ແລະ ພັດທະນາສິ່ງແວດລ້ອມທັງໃນໄລຍະສັ້ນແລະໄລຍະຍາວເພື່ອເປັນຫຼັກການໃຫ້ໜ່ວຍງານ, ອົງການ ແລະ ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຢຶດຖື ແລະ ນໍາໄປປະຕິບັດລວມໄປເຖິງການເຜີຍແຜ່ຂ່າວສານດ້ານການອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທັງທາງກົງ ແລະ ທາງອ້ອມ

 

Source: ນິເວດວິທະຍາພື້ນຖານ

ການປະກອບສ່ວນ