ການລ້ຽງເປັດຂອງກຸ່ມຜະລິດກະສິກຳ ບ້ານດອນເຊໂຮງ

Sakhone INTHAVONG
ການລ້ຽງເປັດເທບເປັນອີກໜຶ່ງທາງເລືອກຊ່ວຍສ້າງລາຍໄດ້ໃຫ້ແກ່ປະຊາຊົນ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ບ້ານດອນເຊໂຮງ ເມືອງໂຂງ ແຂວງຈຳປາສັກ ເປັນອີກບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າ ຍ້ອນປະຊາຊົນໄດ້ຖືອາຊີບການຫາປາເປັນຫຼັກ  ເຊິ່ງກ່ອນໜ້ານັ້ນສາມາດສ້າງລາຍຮັບໄດ້ເຖິງ  75.000.000 – 90. 000.000 ກີບ / ປີ ຫຼຸດລົງມາເຫຼືອພຽງ 2.000.000 – 5.000.000 ກີບ / ປີເທົ່ານັ້ນ ສະນັ້ນການຫາປາຈຶ່ງບໍ່ແມ່ນອາຊີບຫຼັກອີກຕໍ່ໄປ.

ເມື່ອເປັນແນວນັ້ນປະຊາຊົນຈຶ່ງໄດ້ຫາວິທີໃນການຫາລາຍໄດ້ໂດຍ ນັບແຕ່ປີ 2018 ເປັນຕົ້ນມາຈຶ່ງໄດ້ມີການສ້າງກຸ່ມຜະລິດກະສິກຳຂຶ້ນ ເພື່ອທົດແທນອາຊີບການຫາປາ ເຊິ່ງໜຶ່ງໃນກິດຈະກຳຫຼັກທີ່ກຸ່ມຕັດສິນໃຈເຮັດຮ່ວມກັນແມ່ນການລ້ຽງເປັດເທບຂາວຖືເປັນແນວທາງໜຶ່ງທີ່ໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນ.

ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ

ການລ້ຽງນັບແຕ່ເດືອນສິງຫາ ປີ 2018 ເຖິງ ເດືອນທັນວາ 2019 ໄດ້ມີການລ້ຽງເປັດເທບທັງໝົດ 7,100 ໂຕ ໂດຍແບ່ງອອກເປັນ 7 ຊຸດລ້ຽງ ໃຊ້ຕົ້ນທຶນໃນການລ້ຽງຈຳນວນ 222,800,000 ກີບ ຈາກການລົງທຶນສາມາດສ້າງລາຍຮັບລວມຈຳນວນ 437,200,000 ກີບ, ກຳໄລ 214,400,00 ກີບ ສະເລ່ຍໃສ່ຫົວຄົນແມ່ນ 12, 612,000 ກີບ / ປີ. ສຳລັບການຂາຍແມ່ນກຸ່ມໄດ້ຊອກຫາຕະຫຼາດໃນເຂດເມືອງໂຂງ ແລະ ນະຄອນປາກເຊ ເຫັນວ່າເປັດເທບແມ່ນເປັນທີ່ຕ້ອງການສູງສະເລ່ຍ 200 – 300 ໂຕ / ມື້. ໃນນີ້ກຸ່ມຜະລິດກະສິກຳບ້ານດອນເຊໂຮງແມ່ນໄດ້ຮັບການສະໜັບສະໜຸນຈາກນັກວິຊາການ ແລະ ທຶນຂອງເຄືອຂ່າຍຊາວກະສິກອນລາວ ແລະ OXFAM ເຊິ່ງນັບແຕ່ການລິເລີ່ມເມື່ອວັນທີ 13 / 03 / 2018 ຈົນມາເຖິງປັດຈຸບັນກຸ່ມແມ່ນເປັນສະມາຊິກຂອງເຄືອຂ່າຍຊາວກະສິກອນລາວ.

ປັດໄຈສູ່ຄວາມສຳເລັດ

  • ເປັດເທດແມ່ນລ້ຽງງ່າຍ ແລະ ໃຫຍ່ໄວ ໂດຍອາຍຸການລ້ຽງແມ່ນປະມານ 10 – 12 ອາທິດ ເທົ່ານັ້ນ.
  • ອາຫານຂອງເປັດແມ່ນຫາໄດ້ງ່າຍເຊັ່ນ: ຫົວອາຫານ, ຮຳ ແລະ ເສດຜັກເທົ່ານັ້ນ.
  • ຫາກໃຊ້ຂີ້ແກບຮອງພື້ນຈະເປັນການດີ ເພາະແກບດັ່ງກ່າວນັ້ນຈະກາຍເປັນຝຸ່ນຫຼັກເພື່ອຂາຍອອກ.
  • ເນື້ອທີ່ໃນການໃຊ້ລ້ຽງເປັດພຽງແຕ່ 10 x 15 ແມັດ ອ້ອມຕາໜ່າງ ແລະ ໃຊ້ຄອກຂະໜາດ 4 x 4 ກໍສາມາດລ້ຽງເປັດໄດ້ 200 ໂຕ.
  • ຫາກມີລຳກ້ວຍພຽງພໍແມ່ນສາມາດນຳເອົາລຳຕົ້ນມາໝັກໃສ່ກາກນ້ຳຕານເປັນເວລາ 1 ອາທິດ ເພື່ອນຳມາປະສົມຫົວອາຫານ ເຊິ່ງມັນເປັນການຫຼຸດຕົ້ນທືນຄ່າອາຫານລົງໄດ້ ພ້ອມທັງເປັນການຫຼຸດຜ່ອນກິ່ນເໝັນຂອງຂີ້ເປັດໄດ້ເປັນຢ່າງດີ.
  • ອີກປັດໄຈໜຶ່ງທີ່ກຸ່ມປະສົບຜົນສຳເລັດໄດ້ຍ້ອນມີແມ່ຄ້າປະຈຳຈາກປາກເຊມາຮັບຊື້ເຖິງສະຖານທີ່ ໃນລາຄາ 20,000 – 25,000 ກີບ.

ສິ່ງທ້າທາຍ

  • ການລ້ຽງສຳລັບເປັດທີ່ມີອາຍຸ 0 – 2 ອາທິດ ຕ້ອງໄດ້ໃຊ້ດອກໄຟຂະໜາດ 100 ວັດ ເຊິ່ງ 1 ດອກຕໍ່ເປັດ 40 – 50 ໂຕ ເພື່ອບໍ່ໃຫ້ເປັດຕາຍ.
  • ການລ້ຽງໃນລະດູໜາວແມ່ນຕ້ອງໄດ້ເອົາໃຈໃສ່ເປັນພິເສດເພາະເປັດນ້ອຍມັກຈະເກີດພະຍາດໄດ້ງ່າຍ ສະນັ້ນຄວນມີດອກໄຟເພື່ອສ້າງຄວາມອົບອຸ່ນເພີ່ມຂຶ້ນ.

ຂໍ້ສະເໜີແນະ

  • ການລ້ຽງຕ້ອງມີນ້ຳໃຫ້ເປັດກິນຕະຫຼອດ 24 ຊົ່ວໂມງ.
  • ສຳລັບຜູ້ຕ້ອງການລ້ຽງເປັດນັ້ນຄວນສຶກສາຕະຫຼາດຂາຍເປັດໃຫ້ດີເສຍກ່ອນ.

ທີ່ມາ: ເຄືອຂ່າຍຊາວກະສິກອນລາວ 

ການປະກອບສ່ວນ