ການປູກໝາກເລັ່ນ

Soulivanh BOUNTHAMMY
ເຕັກນິກການປູກໝາກເລັ່ນ ໃຫ້ໄດ້ຮັບຜົນດີ ແລະ ປອດສານພິດ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%A7%E0%B8%B4%E0%B8%98%E0%B8%B5%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%A1%E0%B8%B0%E0%B9%80%E0%B8%82%E0%B8%B7%E0%B8%AD%E0%B9%80%E0%B8%97%E0%B8%A8&source=lnms&tbm=isch&sa=X&ved=0ahUKEwj824iauvzjAhXDdd4KHQ1zD1cQ_AUIESgB&cshid=1565582999748558&biw=1280&bih=610#imgrc=Wm5q72GFj3TfcM:
ch3thailand.com

ການກ້າເບ້ຍ ແລະ ການປູກ
  -  ການກ້າເບ້ຍແມ່ນເອົາແນວພັນໝາກເລັ່ນທີ່ກະກຽມໄວ້ແລ້ວມາຫວ່ານໃນໜານໃຫ້ມັນທົ່ວໜານບາງໆ, ປະມານ 30-35 ມື້ຈຶ່ງນໍາໄປປູກໄດ້. 
  -  ການປູກໝາກເລັ່ນ: ຍ້າຍເບ້ຍໄປປູກໃສ່ໜານທີ່ກຽມໄວ້ດ້ວຍໄລຍະຫ່າງ 20 x 20 ຊມ ແລ້ວເອົາໃບຕອງກ້ວຍ, ໃບ ໄມ້, ເຝືອງ ຫຼື ຜ້າແພ (ຄວນເຮັດເຮືອນຮົ່ມ) ທີ່ສາມາດກັນແດດໄດ້ປົກໄວ້ປະມານ 2-3 ມື້ ເພື່ອປ້ອງກັນບໍ່ໃຫ້ເບ້ຍຕາຍຍ້ອນແສງແດດ. 
ການບົວລະບັດຮັກສາ 
  -  ຫົດນໍ້າໃຫ້ພຽງພໍໃນໄລຍະປູກໃໝ່ໆຈົນກວ່າກົກມັນຈະຕິດດິນ ແລ້ວຄ່ອຍໆຜ່ອນການຫົດນໍ້າໃຫ້ໜ້ອຍລົງ. 
  -  ຖ້າກົກໝາກເລັ່ນຕັ້ງຕົ້ນໄດ້ແລ້ວແມ່ນເຮັດຮາວໄມ້, ຮ້ານ ຫຼື ຄ້າງ, ຖ້າມີຮົ້ວທີ່ແໜ້ນໜາ, ໃຫ້ກິ່ງ, ງ່າໝາກເລັ່ນເລືອຂຶ້ນຕາມຮົ້ວກໍ່ໄດ້.
ການເກັບກ່ຽວ
   ແມ່ນເກັບໝາກທີ່ແກ່ ແລະ ສຸກດີເວລາເກັບລະວັງບໍ່ໃຫ້ຕົ້ນໝາກເລັ່ນຫຼັກ. 
ການເກັບ ແລະ ຮັກສາໄວ້ກິນຍາວນານ 
  -   ເກັບເອົາໜ່ວຍໝາກເລັ່ນ ລ້າງນໍ້າໃຫ້ສະອາດ, ປະໃຫ້ສະເດັດ, ຫຼັງຈາກນັ້ນ, ເອົາໃສ່ຖົງຢາງ ອັດໃຫ້ແໜ້ນເອົາເຂົ້າໄວ້ຕູ້ແຊ່ ຫຼື ຕູ້ເຢັນ.
  -   ເຮັດຊ໋ອດໝາກເລັ່ນ (ແຈ່ວ) ໄວ້ປຸງແຕ່ງອາຫານ.
ຄຸນຄ່າທາງໂພຊະນາການ
ມີວິຕາມິນ ເອ ແລະ ຊີ, ບໍາລຸງສາຍຕາ, ບໍາລຸງຜິວ, ຕ້ານການເກີດສິວ, ຊ່ວຍເສີມສ້າງພູມຕ້ານທານຂອງຮ່າງກາຍ, ປ້ອງກັນການເກີດມະເຮັງ.
ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ