ໜໍ່ຫຼອຍ ແຂວງຫົວພັນ

Languages

10 Feb 2020 Authors: TABI
Phakhaolao.la

ໜໍ່ຫລອຍ ແມ່ນຈັດຢູ່ໃນຕະກຸນໄມ້ປ່ອງ ທີ່ພົບເຫັນແບບກະແຈກກະຈາຍຢູ່ຕາມພື້ນທີ່
ຕ່າງໆ ໃນແຂວງທາງພາກເໜືອ. ປະຊາຊົນທ້ອງຖິ່ນຮູ້ຈັກດີໃນລົດຊາດທີ່ເປັນເອກະລັກ,
ຄົນພາຍໃນເທດສະບານແຂວງ ແລະ ນະຄອນຫລວງວຽງຈັນ ເລີ່ມມີຄວາມນິຍົມກັນບໍລິ
ໂພກໜໍ່ຫລອຍຫລາຍຂຶ້ນ. ໜໍ່ຫລອຍມີເນື້ອບາງ ແລະ ທາງໃນມັນໂກນ ທີ່ແປກບໍ່ຄືກັບ
ໜໍ່ໄມ້ຊະນິດອື່ນໆ, ລໍາຂອງມັນຍັງໄດ້ນໍາເອົາໄປເຮັດທໍ່ດູດນໍ້າດື່ມປ່ຽນແທນທໍ່ດູດຢາງຢູ່
ໃນຮ້ານອາຫານໃຫຍ່ໆແລ້ວ. ໜໍ່ຫລອຍເກີດຫລາຍຢູ່ຕາມທໍາມະຊາດ ແລະ ກໍ່ມີການສົ່ງ
ເສີມໃຫ້ມີການປູກຂະຫຍາຍເພື່ອເປັນສິນຄ້າ.

ດາວໂຫລດ

ການປະກອບສ່ວນ