ທ່າແຮງດ້ານການຕະຫລາດນໍ້າເຜິ້ງປ່າຂອງ ລາວ: ແນວໂນ້ມ ສໍາລັບ “ສຸກຂະພາບ” ໃນອະນາຄົດ

Languages

07 May 2018 Authors: Emmanuelle Andaya, Soutsada Chanthasiri, Manivanh Aliyavong

ຂໍ້ຄວາມຫລັກ
• ການຮັບຮູ້ ກ່ຽວກັບ ຄຸນປະໂຫຍດດ້ານສຸກຂະພາບ ແລະ ຄຸນນະພາບທໍາມະຊາດຈາກນໍ້າເຜິ້ງປ່າ ຂອງ ລາວ ຢູ່ໃນບ່ອນທີ່ໄດ້ມີການ ນໍາ ໃຊ້ນໍ້າເຜິ້ງເພື່ອສຸຂະພາບເປັນສ່ວນໃຫຍ່ນັ້ນ ແມ່ນເຮັດໃຫ້ມີປະໂຫຍດສູງດ້ານການຕະຫລາດ ຫລາຍກ່ວາ ບັນດາຜູ້ແຂ່ງຂັນອື່ນຢູ່ພາຍ ໃນປະເທດ ແລະ ພາກພື້ນ. ເຮັດການເສີມສ້າງຮູບພາບ ແລະ ຍີ່ຫໍ້ ນໍ້າເຜິ້ງປ່າບໍລິສຸດ ສໍາລັບ ຂາຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍຜ່ານ (1) ມາດຕະຖານລະດັບຊາດ, (2) ຄຸນນະພາບ ແລະ ລະບົບກວດສອບ, (3) ກາຍຢັ້ງຢືນດ້ານສຸກຂະອະນາໄມ ແລະ ຄວາມປອດໄພ, (4) ຍົກລະດັບການຫຸ້ມຫໍ່ ແລະ ຍີ່ຫໍ້, ແລະ (5) ການສື່ສານ.
• ເຫນັ້ນໃສ່ການຕະຫລາດຊ່ອງຫວ່າງ, ການແຂ່ງຂັນດ້ານຄຸນນະພາບ ແລະ ຄຸນຄ່າ ແທນການເຫນັ້ນແຕ່ ຈໍານວນ ແລະ ລາຄາ. ແທນ ທີ່ຈະເຮັດການຕະຫລາດຂາຍຍົກເພື່ອສົ່ງອອກ ແລະ ການຂາຍແບບດັ້ງເດີມນັ້ນ, ຂະແຫນງການນໍ້າເຜິ້ງຂອງ ລາວຄວາມຕ້ອງໄດ້ເຫນັ້ນ ໃສ່ໃນການສ້າງຕະຫຫລາດຊ່ອງຫວ່າງຂອງຕົນເອງ ແລະ ໄດ້ຮັບສ່ວນແບ່ງຂອງຕະຫລາດ ນໍ້າເຜິ້ງສຸດທ້າຍໃນລະດັບກາງ ແລະ ສູງ ຢູ່ພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ, ຫລັງຈາກນັ້ນ ກໍເຮັດການຂະຫຍາຍຂາຍອອກໄປສູ່ ບັນດາປະເທດທີ່ຊື້ເຂົ້າໃນມູນຄ່ າລາຄາສູງ.
• ຍົກລະດັບການບໍລິໂພກນໍາເຜິ້ງລາວ ຢູ່ພາຍໃນປະເທດ ໂດຍຜ່ານ ການເຂົ້າເຖິງໄດ້ ແລະ ການເຜີຍແຜ່ຂໍ້ມູນ-ຂ່າວສານ. ປັບປຸງລະບົບການຈໍລະຈອນແຈກຢາຍ ແລະ ຍົກລະດັບເພີ້ມຄວາມຮັບຮູ້ຂອງ ຜູ້ບໍລິໂພກກ່ຽວກັບຜົນປະໂຫຍດລວມ ດ້ານສຸກຂະພາບ, ການມີໄວ້ ແລະ ຄຸນນະພາບ ຂອງ ນໍ້າເຜິ້ງ ລາວ ເພື່ອເສິມສ້າງການຕະຫລາດພາຍໃນໃຫ້ແຂງແຮງ.
• ສໍາລັບການແຂ່ງຂັນຂອງ ຂະແຫນງການນໍ້າເຜິ້ງ ຂອງ ລາວ, ແມ່ນຍົກລະດັບຄວາມສາມາດໃນການຜະລິດ ແລະ ການ ຕະຫລາດ ຂອງ ຜູ້ດໍາເນີນການຕ່ອງໂສ້ມູນຄ່າ, ລົງທຶນເຂົ້າໃນການຄົ້ນຄ້ວາສຶກສາ ແລະ ພັດທະນາ ແລະ ເຮັດການສົ່ງເສີມ ນະວັດຕະກໍາການປ່ຽນແປງໃຫມ່. ລວບລວມເອົາຄວາມຮູ້ພື້ນບ້ານ, ເຕັກນິກວິຊາການ ແລະ ເຕັກໂນໂລຢີໃຫມ່ ເພື່ອສະຫນອງ ໂອກາດໃຫ້ແກ່ການຍົກລະດັບການຜະລິດ ແລະ ສ້າງໃຫ້ເກີດມີຜະລິດຕະພັນທີ່ເປັນເອກະລັກ ສໍາລັບ ການສຸກຂະພາບ ແລະ ການຕະຫລາດຊ່ອງຫວ່າງ.
• ເຊື່ອມພັນກັບ ຜູ້ປະກອບການ ແລະ ຂະແຫນງການອື່ນ. ເຮັດການນໍາໃຊ້ ຂະແຫນງການທ່ອງທ່ຽວ ໃຫ້ກາຍ ເປັນເວທີການສົ່ງເສີມ ແລະ ດຶງເອົາສັັງຄົມຜູ້ປະກອບການ ເພື່ອເຂົ້າມາເຮັດການສົ່ງເສີມ ຂະແຫນງການນໍ້າເຜິ້ງ ຂອງ ລາວ.
• ຮູບພາບແຫລ່ງກໍາເນີີດທີ່ແຂງແກ່ນຂອງປະເທດຈະເປັນປະໂຫຍດໃຫ້ແກ່ນໍ້າເຜິ້ງຂອງລາວ ແລະ ຜະລິດຕະພັນທໍາມະ ຊາດອື່ນໆ. ປະເທດລາວ ສາມາດເຮັດການພັດທະນາຮູບພາບຂອງນໍ້າເຜິ້ງໃຫ້ເປັນລະດັບປະເທດ ສໍາລັບບ່ອນທີ່ໄດ້ເຮັດການຜະລິດເປັນຜະລິດ ຕະພັນທີ່ສະອາດ ແລະ ປອດໄພ. ອັນນີ້ມີຄວາມຕ້ອງການໃຫ້ມີການຮ່ວມມືກັບລະຫວ່າງແຕ່ລະກະຊວງ ແລະ ຂະແຫນງການຕ່າງໆ ແລະ ກໍຕ້ອງໄດ້ມີຍຸດທະສາດລະດັບຊາດທີ່ເປັນການສົ່ງເສີມ ແລະ ປ້ອງກັນຮູບພາບ (ພາບລັກ) ຂອງ ຜະລິດຕະພັນຂອງ ລາວ.

ການປະກອບສ່ວນ