• ການລ້ຽງເຜິ້ງ: ຈະສາມາດບັນລຸ ກາຍເປັນທ່າແຮງທີ່ສຳຄັນ ສໍາລັບນໍ້າເຜິ້ງຂອງລາວໄດ້ຖ້າຫາກມີການຕະຫລາດ, ມີການຄວບຄຸມຄຸນນະພາບ ແລະ ມີຂະຫຍາຍການລ້ຽງເຜິ້ງ.
• ໝາກກ້ວຍພື້ນເມືອງ: ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນ ຍັງຕ້ອງໄດ້ພາກັນເຮັດກິດຈະກໍາການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມ.
• ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ: ຂະຫຍາຍຈໍານວນໂຮງຮຽນທີ່ເຮັດການຮຽນການສອນຕາມຫລັກສູດຊີວະນາໆພັນກະສິກໍາ, ລວມທັງ ຢູ່ໃນ ສະຖາບັນການສຶກສານອກລະບົບ ແລະ ໃຫ້ການຊ່ວຍເຫລືອ ດ້ານເຄື່ອງມືຕື່ມໃຫ້ແກ່ໂຮງຮຽນຕາມຄວາມຕ້ອງການ.
• ຊາປ່າ: ຕົ້ນຊາດັ້ງເດີມ ເປັນແຫລ່ງ ສໍາຫລັບ ຂະຫຍາຍການຜະລິດຊາ ແຕ່ຍັງຕ້ອງໄດ້ປົກປັກຮັກສາ, ແລະ ຕ້ອງໄດ້ໃຫ້ການຊ່ວຍເຫລືອດ້ານການຈັດຕັ້ງກຸ່ມ ແລະ ການຕະຫລາດທີ່ເປັນເອກະພາບ.
• ການລ້ຽງປາໃນນາເຂົ້າ: ເປັນກິດຈະກໍາສືບທອດກັນມາແຕ່ບູຮານນະການໃນຂົງເຂດອາຊີ ແລະ ໃນບາງທ້ອງຖິ່ນຂອງປະເທດລາວ. ຢາກໃຫ້ການຜະລິດປາເພີ່ມຂຶ້ນ ກໍ່ສາມາດເຮັດໄດ້ໂດຍການນໍາໃຊ້ວິທີການປະຕິບັດຢູ່ໃນປະເທດອື່ນໃນເຂດອາຊີ ແລະ ສາມາດເຮັດໄດ້ຮ່ວມກັບລະບົບການຄວບຄຸມສັດຕູພືດແບບປະສົມປະສານ(IPM)ໃນການປູກເຂົ້າ.
• ການປ້ອງກັນໄຟໄໝ້ລາມປ່າ: ສາມາດປ້ອງກັນໄຟໄໝ້ລາມປ່າໄດ້ໂດຍວິທີການໃຫ້ຊຸມຊົນສ້າງແລວປ້ອງກັນໄຟໄປຕາມພູມສັນຖານຕ່າງໆ