ເຫັດເຟືອງ/ Paddy straw mushroom

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Volvariella volvacea (Bull.) Singer / Volvariella
ຊື່ພ້ອງ
Agaricus rhodomelas Lasch,
Agaricus volvaceus Bull
Agaricus volvaceus var. minor Bull.,
Agaricus volvaceus var. rhodomelas (Lasch) Fr
Amanita virgata Pers
Vaginata virgata (Pers.) Gray
Volvaria rhodomelaena (Lasch) P. Kumm
Volvaria virgata var. fennica P. Karst
Volvaria volvacea (Bull.) P. Kumm
Volvaria volvacea var. edulis Overeem
Volvaria volvacea var. fennica (P. Karst.) Sacc
Volvaria volvacea var. nigricans Kawam.,
Volvariella volvacea var. heimii Singer
Volvariella volvacea var. masseei Singer & Wasser
Volvariella volvacea var. nigricans Kawam. Ex Hongo
Volvariopsis volvacea (Bull.) Murrill,
ຊື່ອື່ນ
Thai: เห็ดฟาง
Eng: Paddy straw mushroom
China: CHO KU (ເຊົາຄູ)
Japan: FUKUROTAKE (ຟູກູໂຣຕາເກະ)
Philippine: KABUTI (ຄາບູຕິ)
ບັນຍາຍລັກສະນະພືດສາດ

ດອກມີຂະໜາດປານກາງ ແລະ ອວບນໍ້າ, ໝວກມີເສັ້ນໄຍສີຂີ້ເທົ່າດໍາປົກຄຸມ ແລະ ສີເຂັ້ມກວ່າຢູ່ກາງໝວກ, ເສັ້ນເຫຼື້ອມ ແລະ ເປັນແຖວຍາວໄປຫາຂອບດອກ. ກວ້າງເຖິງ 15 ມມ. ກີບບໍ່ຕິດກັບກ້ານ, ຖີ່ ແລະ ມີຈໍານວນຫຼວງຫຼາຍ, ເບື້ອງຕົ້ນສີຂາວ ແລະ ກາຍເປັນສີບົວເມື່ອແກ່ແລ້ວ, ລາຍພີມສະປໍເປັນສີບົວ. ກ້ານຍາວ ແລະ ແຄບ, ມີຂະໜາດ 70-120 x 85-10 ມມ, ມີເຍື່ອຫຸ້ມຖານກ້ານເປັນຄືຖົງ. ມີກິນຄ້າຍຄືຜັກ.

ບັນຍາຍການນຳໃຊ້

ຜົນຜະລິດຈາກການເພາະປູກມີຂາຍທົ່ວໄປໃນຕະຫຼາດທົ່ວປະເທດ ແລະ ເປັນເຫັດທີ່ນິຍົມກິນທົ່ວອາຊີ ແຕ່ບໍ່ນິຍົມໃນເຂດຢູໂລບ. ເຫັດເຟືອງສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍເມນູເຊັ່ນ: ແກງ, ເອາະ, ແຈ່ວ... ນອກຈາກຈະນໍາໄປເຮັດອາຫານໄດ້ຫຼາຍຢ່າງແລ້ວເຫັດເຟືອງຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ຊ່ວຍປ້ອງກັນການຈະເລີນເຕີບໂຕຂອງໄວຣັດ, ຊ່ວຍບໍາລຸງຕັບໃຫ້ແຂງແຮງ, ມີວິຕາມິນສູງຈື່ງຊ່ວຍແກ້ໄຂ້ຫວັດ ແລະ ເຮັດໃຫ້ຜິວສົດໃສ.

ການປະກອບສ່ວນ