ຕົ້ນຜັກສ້ຽນຜີ / Asian Spider Flower

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cleome viscosa L. / Cleomaceae
ຊື່ພ້ອງ
Cleome viscosa var. deglabrata (Backer) B.S.Sun
Cleome viscosa f. deglabrata (Backer) Jacobs
Cleome viscosa var. nagarjunakondensis Sundararagh.
Cleome viscosa var. parviflora Kuntze
Cleome viscosa var. viscosa.
ຊື່ອື່ນ
ລາວ: ຕົ້ນຜັກສ້ຽນຜີ.
ໄທ: ຜັກສ້ຽນຜີ, ຜັກສົ້ມຜີ, ສົ້ມສ້ຽນຜີ ( ພາກເໜືອ ), ຜັກສ້ຽນໂຕແມ່, ໄປນິບພານບໍ່ຮູ້ກັບ ເປັນຕົ້ນ.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 1 ແມັດ,  ສ່ວນຕ່າງໆຂອງຕົ້ນຈະມີຕ່ອມຂົນໜຽວສີເຫຼືອງປົກຄຸມຢູ່ໜາແໜ້ນ, ມີກິ່ນເໝັນ. ໃບປະສົມ, ມີ 3–5 ໃບຍ່ອຍ, ກ້ານໃບຍາວປະມານ 1–6 ຊັງຕີແມັດ, ເປັນສີນ້ຳຕານແດງ. ແຜ່ນໃບເປັນຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່ກັບຫົວ, ຍາວ 1.5–4.5 ຊັງຕີແມັດ, ປາຍແຫຼມ ຫຼື ມົນ, ໂຄນໃບຮຽວ, ຂອບໃບລຽບ ມັກເປັນສີດຽວກັນກັບກ້ານໃບ ແລະ ມີຂົນ, ໃບປະດັບຄ້າຍໃບ ມີ 3 ໃບຍ່ອຍ ຍາວປະມານ 1–2.5 ຊັງຕີແມັດ, ມີກ້ານສັ້ນໆ ຫຼົ່ນໄດ້ງ່າຍ. ດອກເປັນຊໍ່ຢູ່ປາຍກີ່ງ ຫຼື ຕາມຊອກໃບ, ຍາວ 5–10 ຊັງຕີແມັດ, ກ້ານດອກຍາວ 1–1.4 ຊັງຕີແມັດ, ດອກມີກາບດອກ 3 ກີບ, ກາບດອກເປັນຮູບໃບຫອກມີຄວາມຍາວ 0.5–1 ຊັງຕີແມັດ, ຕິດທົນ, ກີບດອກສີເຫຼືອງມີ 4 ກີບ, ໂຄນຮຽວແຄບເປັນກ້ານກີບ, ມີສີເຂັ້ມຢູ່ໂຄນ, ແຜ່ນກີບມີລັກສະນະເປັນຮູບຮີ, ຍາວ 0.7–1.2 ຊັງຕີແມັດ, ດອກມີເກສອນຜູ້ຈຳນວນຫຼາຍ ແລະ ມີຂະໜາດບໍ່ເທົ່າກັນ, ກ້ານເກສອນມີສີເຫຼືອງອ່ອນອົມຂຽວ ຍາວປະມານ 4–9 ມີນລີແມັດ. ໝາກເປັນຝັກຄືໝາກຖົ່ວຂຽວແຕ່ມີຂະໜາດນ້ອຍກວ່າ, ໝາກກວ້າງ 2– 4.5 ມີນລີແມັດ ແລະ ຍາວ 2.6–11 ຊັງຕີແມັດ.

ບັນຍາຍການນຳໃຊ້

ໃບຊ່ວຍແກ້ອາການເຈັບຫົວໂດຍໃຊ້ໃບສົດນຳມາຕຳແລ້ວໂພະໃສ່ຫົວ ຫຼື ແກ້ອາການເຈັບຫົວຂ້າງດຽວດ້ວຍການໃຊ້ໝົດຕົ້ນ, ໃບຂີ້ເຫຼັກອ່ອນ, ດອກຂີ້ເຫຼັກອ່ອນ ແລະ ຮາກ, ຕົ້ນ, ໝາກ, ໃບ ແລະ ດອກຂອງຜັກອີ່ຕູ່ ນຳມາຕົ້ມເປັນຢາກິນ, ຮາກຜັກສ້ຽນຜີໃຊ້ປະສົມກັບແກ່ນເປັນຢາແກ້ເລືອດອອກຕາມແຂ້ວ, ໝາກຊ່ວຍຂ້າພະຍາດ, ໝົດຕົ້ນຊ່ວຍຂັບພະຍາດໃນລຳໄສ້, ຮາກ ແລະ ແກ່ນຊ່ວຍຂັບພະຍາດໂຕກົມ ຫຼື ຈະໃຊ້ແກ່ນຳມາຕຳ ຫຼື ຊົງເປັນຊາໃຊ້ດື່ມຂັບພະຍາດຂີ້ກະເດືອນ. ນອກນັ້ນຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ສາມາດນຳມາບໍລິໂພກເປັນອາຫານໄດ້ດ້ວຍການນຳມາຄັ້ນສົ້ມກິນກັບແຈ່ວກັບປົ່ນ ຫຼື ນຳມາປຸງອາຫານເຊັ່ນ: ຕົ້ມສົ້ມ, ແກງສົ້ມ ເປັນຕົ້ນ.

ການປະກອບສ່ວນ