ດອກເຜິ້ງສາມປອຍ / Sampoi Vanda

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Vanda denisoniana Benson & Rchb. f./Ochidaceae
ຊື່ພ້ອງ
Vanda denisoniana var. tessellata Guillaumin
ຊື່ອື່ນ
ໄທ: ສາມປ່ອຍຂຸນຕານ, ສາມປ່ອຍນ້ອຍ, ສາມປ່ອຍຫຼວງ, ສາມປ່ອຍດົງ ແລະ ເອື້ອງສາມປ່ອຍຂາວ.
ຫວຽດນາມ: Lan Thanh Nga, Vân đa dạ hương ແລະ Mỹ dung dạ hương.
ອັງກິດ: Lady Denison Londesborough's Vanda.
ຈີນ: 白花万带兰.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດອີງອາໄສ, ເກິດຕາມຕົ້ນໄມ້. ລຳຕົ້ນສູງ 40-60 ຊມ, ອວບນ້ຳ. ໃບດ່ຽວ, ອອກວຽນສະຫຼັບ, ຮູບແຖບ, ກວ້າງ 3-3.5 ຊມ, ຍາວ 25-30 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 30-40 ຊມ. ດອກຍ່ອຍມີ 3-5 ດອກ, ດອກບານເຕັມທີກວ້າງ 4-5 ມ, ມີກິ່ນຫອມ. ກາບດອກ ແລະ ກີບດອກສີຂາວອົມຂຽວ.

ບັນຍາຍການນຳໃຊ້

ພືດປະດັບ: ເນື່ອງຈາກມີດອກທີ່ສວຍງາມຈຶ່ງນິຍົມນຳມາປູກເປັນພືດປະດັບຢ່າງກວ້າງເຮັດໃຫ້ເກີດຄວາມສ່ຽງຕໍ່ການສູນພັນ.

ສິນຄ້າ: ປັດຈຸບັນໄດ້ນຳດອກເຜີ້ງດັງກ່າວມາຂະຫຍາຍເພື່ອຂາຍເປັນສິນຄ້າຕາມທ້ອງຕະຫຼາດ.

ການປະກອບສ່ວນ