ກະພີ້ເຂົາຄວາຍ / Burma Blackwood
APA 6th ed. ກະພີ້ເຂົາຄວາຍ / Burma Blackwood. (2021, July 23). Retrieved from https://www.phakhaolao.la/kb/0001268
MLA 8th ed. ກະພີ້ເຂົາຄວາຍ / Burma Blackwood. Pha Khao Lao, 23 July 2021, https://www.phakhaolao.la/kb/0001268.
Chicago 17th ed. Pha Khao Lao. 2021. "ກະພີ້ເຂົາຄວາຍ / Burma Blackwood." Published July 23, 2021. https://www.phakhaolao.la/kb/0001268.
ອັງກິດ: hei huang tan.
ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງ 15-25 ມ, ປາຍຍອດເປັນຟຸ່ມຊົງກະບອກ, ເປືອກສີເທົາ, ລຽບ ຫຼື ແຕກເປັນເກັດ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 10-15 ຊມ. ໃບຍ່ອຍມີ 7-13 ໃບ, ຮູບຂອບຂະໜານ ຫຼື ຮູບໄຂ່, ກວ້າງ 1.5-2 ຊມ, ຍາວ 2.5-4.5 ຊມ, ໂຄມໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍມົນ ຫຼື ເປັນວ້ຳຕື້ນ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ຍາວ 4-5 ຊມ, ມີໃບອ່ອນແຕກອອກນຳ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວອົມບົວອ່ອນ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ສີຂຽວອ່ອນ. ກີບດອກມີ 5 ແສກ, ຮູບໄຂ່ກວ້າງ ຫຼື ຮູບໝາກໄຂ່ຫຼັງ, ຍາວ 4-5 ມມ, ສີຂາວ. ໝາກເປັນຝັກແຫ້ງ, ຮູບຂອບຂະໜານ, ກວ້າງປະມານ 2 ຊມ, ຍາວ 5-10 ຊມ, ຝັກໂຄ້ງງໍເລັກນ້ອຍ, ໝາກແກ່ສີນ້ຳຕານ. ແກ່ນມີ 1-3 ເມັດ, ຮູບແກ່ຖົ່ວ ຫຼື ຮູບໝາກໄຂ່ຫຼັງ.
ສັບພະຄຸນ:
ຮາກ: ຕົ້ມດື່ມຮັກສາພະຍາດກະເພາະ ແລະ ຮັກສາມະເຮັງ.
ເນື້ອໄມ້: ແກ້ພິດໄຂ້, ຖອນພິດໄຂ້, ແກ້ພິດສຳແດງ ແລະ ແກ້ຮ້ອນໃນເນື່ອງຈາກຂາດນ້ຳ.
ຄຸນປະໂຫຍດ:
ເນື້ອໄມ້: ເປັນໄມ້ເນື້ອແຂງ, ລາຄາແພງ ສາມາດນຳໄປປຸກສ້າງເຮືອນ, ເປັນເຄື່ອງເຟີນິເຈີ້ ແລະ ແກະສະຫຼັກ.
ຖຶກນຳໄປປູກເປັນພືດບຸກເບີກພື້ນທີ່ພາກເໜືອຂອງໄທ ແລະ ປູກພື້ນທີ່ປ່າໂລ່ງ ເນື່ອງຈາກເປັນພືດທີ່ເຕີບໂຕໄດ້ໄວ.
ຕົ້ນ ແລະ ແກ່ນ: ໃຫ້ນຳ້ມັນເລຊີນສີແດງທີ່ມີປະໂຫຍດ.