ຜັກກູດມ້ອນ / Lady fern

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Athyrium wallichianum Ching/ Athyriaceae
ຊື່ພ້ອງ
Aspidium brunonianum Wall.
Aspidium brunonianum Wall. ex Mett.
Dryopteris brunoniana (Wall. ex Mett.) Kuntze
Lastrea brunoniana (Wall. ex Mett.) Bedd.
Lastrea brunoniana C. Presl
Nephrodium brunonianum (Wall. ex Mett.) Hook.
ຊື່ອື່ນ
ຊື່ກຼີກ: thyreos
ຊື່ອັງກິດ: lady-fern
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຜັກກູດມ້ອນເປັນພືດທີ່ເກີດຂື້ນຕາມດິນ. ລຳຕົ້ນເປັນລຳເຫງົ້າສັ້ນ, ມີເກັດກະຈ່າຍຢູ່ທົ່ວລຳຕົ້ນຢ່າງໜາແໜ້ນ, ສີນ້ຳຕານ ຫຼື ສີດຳ, ຮູບໄຂ່ ຫຼື ຮູບຫອກປີ້ນ. ໃບປະສົມ, ກ້ວາງ 5-10 ຊມ, ຍາວ 40-60 ຊມ, ຮູບໄຂ່ ຫຼື ຮູບຫອກ, ໂຄນໃບຕັດ, ຂອບແສກແຂວເລື້ອຍ, ປາຍໃບແຫຼມ ຫຼື ມົນ, ແຜ່ນໃບໜາຄ້າຍຄືໜັງ, ມີຂົນກະຈາຍຢ່າງໜາແໜ້ນທັງສອງດ້ານ. ກ້ານໃບຍາວ 20-50 ຊມ, ສີດຳ ຫຼື ສີນ້ຳຕານ, ມີຂົນອ່ອນນຸ້ມກະຈາຍຢ່າງໝາແໜ້ນ. ກຸ່ມຖົງສະປໍຈັບກະຈາຍຢູ່ຕາມແສກໃບ, ຮູບກົມ, ສີຂາວ, ກຸ່ມຖົງສະປໍແກ່ສີດຳ ຫຼື ສີນ້ຳຕານ, ແກ່ແລ້ວແຕກ.

ບັນຍາຍການນຳໃຊ້

ຄົນສ່ວນຫຼາຍນິຍົມປູກໃສ່ໂຖ່ເພື່ອປະດັບຕົບແຕ່ງຕາມໜ້າບ້ານ ຫຼື ຮ້ານອາຫານຕ່າງໆ. ນອກຈາກນີ້ແລ້ວຍັງປູກເປັນສິນຄ້າ. 

ການປະກອບສ່ວນ