ເຂົ້າໄກ່ນ້ອຍແດງດໍ /Minor Little Chicken Rice
APA 6th ed. ເຂົ້າໄກ່ນ້ອຍແດງດໍ /Minor Little Chicken Rice. (2020, December 15). Retrieved from https://www.phakhaolao.la/kb/0000095
MLA 8th ed. ເຂົ້າໄກ່ນ້ອຍແດງດໍ /Minor Little Chicken Rice. Pha Khao Lao, 15 December 2020, https://www.phakhaolao.la/kb/0000095.
Chicago 17th ed. Pha Khao Lao. 2020. "ເຂົ້າໄກ່ນ້ອຍແດງດໍ /Minor Little Chicken Rice." Published December 15, 2020. https://www.phakhaolao.la/kb/0000095.
ລຳຕົ້ນ ຍາວ108−117 ຊມ, ແຂງແຮງ, ໜາ, ບໍ່ລົ້ມ, ມີ 7−8 ລໍາ/ສຸ່ມ. ໃບຍາວ 21−40 ຊມ, ແຜ່ນໃບກ້ຽງ, ສີຂຽວ. ກາບໃບສີຂຽວ. ມູມໃບຕັ້ງຊື່. ລີ້ນໃບປາຍແຫຼມ, ສີປົນ. ຄໍໃບສີຂຽວອ່ອນ. ຫູໃບສີປົນ. ຂໍ້ລຳຕົ້ນສີຂຽວ. ປ້ອງສີຄໍາອ່ອນ. ເກສອນແມ່ສີຂາວ. ມູມໃບວີປານກາງ. ການຖອດຮວງດີ, ຮວງກ່ອງ, ຍາວ 24−28 ຊມ. ຄວາມໜາແໜ້ນຂອງຮວງປານກາງ. ການແຕກກິ່ງຂັ້ນທີສອງ(ຂອງຮວງເຂົ້າ) ຫຼາຍ. ຫາງເຂົ້າຍາວ ແລະ ມີບາງເມັດ, ສີແດງ. ເມັດເຕັມ 75−90%. ລົ່ນຈາກຮວງ<1%. ສີກົ້ນເມັດສີເຟືອງ, ສີປີກເຂົ້ານໍ້າຕານ, ປີກເຂົ້າ 75%, ເປືອກເມັດເຂົ້າສີແດງ, ມີຂົນສັ້ນ. ນ້ຳໜັກ 1000 ເມັດ 25.6 ກຣາມ. ເມັດຍາວ 6.9 ມມ. ເມັດກວ້າງ 3.76 ມມ. ເມັດໜາ 2.37 ມມ, ເຈັ້ຍຫູ້ມເມັດເຂົ້າສານສີຂາວ, ມີກິ່ນຫອມ.ອາຍຸອອກດອກ 92 ວັນ.
ເປັນອາຫານຫຼັກ ແລະ ປຸງແຕ່ງເປັນຂອງຫວານ, 4−6 ໂຕນ/ຮຕ, ລາຄາເຂົ້້າເປືອກ 4.000ກີບ/ກລ ແລະ ລາຄາເຂົ້າສານ 8.000 ກີບ/ກລ, ຜູ້ບໍລິໂພກມີຄວາມຕ້ອງການສຸງເນື່ອງຈາກມີຄຸນນະພາບການກິນດີ ແລະ ມີຄວາມຫອມ