ເຄື່ອງມືຫາປາທີ່ຜະລິດຈາກໄມ້ປ໋ອງ

ໄມ້ປ່ອງມີການນຳໃຊ້ຜະລິດເປັນເຄື່ອງມີຫາປາມາແຕ່ດົນນານແລ້ວ, ໂດຍມີຄວາມຕິດພັນກັບວິຖີຊີວິດຂອງຄົນລາວ ທີ່ອາໄສຢູ່ຕາມແຄມລ້ອງແມ່ນ້ຳຕ່າງໆທົ່ວປະເທດ.
www.sac.or.th

ປະຊາຊົນລາວທີ່ຕັ້ງຖີ່ນຖານຢູ່ເລາະແຄມແມ່ນ້ຳໃຫຍ່ ຈະມີການນຳໃຊ້ເຄື່ອງມືຕ່າງໆເພື່ອຫາປາຕາມແມ່ນ້ຳ ສ່ວນຫຼາຍແມ່ນຜະລິດຈາກໄມ້ປ່ອງ ໂດຍສານເປັນຄ້ອງທີ່ມີຮູບຮ່າງ ແລະ ຮູບຊົງແຕກຕ່າງກັນໄປຕາມວັດຖຸປະສົງຂອງການຈັບຊະນິດປາ, ເຊິ່ງເຄື່ອງມືດັ່ງກ່າວໄດ້ມີປະກົດຂຶ້ນມາຫຼາຍພັນປີແລ້ວ ໂດຍມີຫຼັກຖານຈາກພາບແຕ້ມ ແລະ ວັນນະຄະດີຕ່າງໆ. ເຄື່ອງມີທີ່ຜະລິດຈາກໄມ້ປ໋ອງສ່ວນຫຼາຍແມ່ນກ່ຽວຂ້ອງກັບການດັກຈັບສັດນ້ຳຕາມແມ່ນ້ຳ, ບືງ, ໜອງ, ທົ່ງນາ ແລະ ອື່ນໆ, ເຊິ່ງມີການກະຈາຍທົ່ວໄປ ແຕ່ຊື່ເອີ້ນຂອງມັນແຕ່ລະອັນແມ່ນມີຄວາມແຕກຕ່າງກັນຕາມແຕ່ລະທ້ອງຖີ່ນ ແລະ ເຄື່ອງມືທີ່ປະກົດໃຫ້ເຫັນໃນລາວເຮົາມີ: ຕຸ້ມ, ຂ້ອງ, ລອບ, ໄຊ, ສຸ້ມ, ບັ້ງລັນ, ແງບກົບ, ແມ້ກະທັ້ງ ຄັນເບັດ ແລະ ຄັນກະດຸ້ງ ກໍ່ຍັງນິຍົມໃຊ້ໄມ້ປ໋ອງ.

ການປະກອບສ່ວນ