ຜູ້ຜະລິດຖ່ານຂາວໄດ້ປູກຕົ້ນໄມ້ໃຫ້ຫຼາຍຂຶ້ນເພື່ອສົ່ງເສີມການສົ່ງອອກ

ກູ່ມຜູ້ຜະລິດຖ່ານຂາວເພື່ອສົ່ງອອກ ຫຼື (WPEG) ກໍາລັງຮ່ວມມືກັບລັດຖະບານ ແລະ ຊຸມຊົນທ້ອງຖິ່ນໃນໂຄງການປູກໄມ້ຕິ້ວ ໃນບາງພາກພື້ນທີ່ພັດທະນາໜ້ອຍທີສຸດໃນປະເທດ ເພື່ອຫວັງວ່າຈະຊ່ວຍສົ່ງເສີມການຄ້າ ແລະ ລົບລ້າງຄວາມທຸກຍາກ.
Binchōtan
Photo: wikipedia.org

ໄມ້ຕິ້ວ ຍັງມີຊື່ທາງດ້ານພືດສາດຄື Cratoxylum formosum, ຊື່ງເປັນໄມ້ພື້ນຖານສໍາລັບການຜະລິດຖ່ານຂາວ. ໃບແລະດອກຂອງມັນຍັງຖືກນໍາໃຊ້ໃນອາຫານເຮັດໃຫ້ມີລົດຊາດທີ່ ສົ້ມ” ໃຫ້ກັບແກງ ແລະ ອາຫານອື່ນໆ.

ຈຸດປະສົງຂອງກຸ່ມໃນການສ້າງຕັ້ງການປູກໄມ້ຕິ້ວ ແມ່ນເພື່ອຂະຫຍາຍກຳລັງການຜະລິດຖ່ານຂາວ ແລະ ຈັບຕະຫຼາດການສົ່ງອອກຂອງປະເທດຍີ່ປຸ່ນ ແລະ ເກົາຫລີ ເຊິ່ງໄດ້ໃຫ້ຄວາມສົນໃນຜະລິດຕະພັນເປັນແຫຼ່ງພະລັງງານທົດແທນ ຊຶ່ງ ບໍລິສັດຄາດວ່າການວ່າຈະຜະລິດໄດ້ຖ່ານ 200 ໂຕນຕໍ່ເດືອນໃຫ້ກັບລູກຄ້າຂອງເຂົາ. ເຈົ້າຫນ້າທີ່ຈາກ (WPEG) ແລະ ຈາກພະແນກກະຊວງປ້ອງກັນປະເທດໄດ້ລວມໂຕກັນໃນບ້ານເພົາ, ນະຄອນຫຼວງວຽງຈັນໃນວັນເສົາທີ່ຜ່ານມາເພື່ອປູກໄມ້ຕິ້ວ 2,000 ເມັດໃນພື້ນທີ່ຫນຶ່ງເຮັກຕາ.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ, ປະທານ(WPEG) ທ່ານ ບຸນອຸ້ມ ພັນທະປັນຍາ ແລະ ເຈົ້າໜ້າທີກະຊວງຈາກເມືອງປາກງື່ມ ໄດ້ເຂົ້າຮ່ວມໃນພິທີປູກຕົ້ນໄມ້ຊຶ່ງເປັນການສະເຫຼີມສະຫຼອງໃຫ້ກັບວັນປູກຕົ້ນໄມ້ສາກົນ ແລະ ຍັງສອດຄ່ອງກັບແຜນຍຸດທະສາດຂອງລັດຖະບານໃນການເພີ່ມພື້ນທີ່ປ່າໃຫ້ທົ່ວປະເທດ.

WPEG ແລະ ເຈົ້າໜ້າທີຈາກພະແນກກອງທັບໄດ້ເລີ່ມເຮັດວຽກຮ່ວມກັນໃນການຜະລິດຖ່ານຫີນຂາວໃນປີ 2012. ພວກເຂົາໄດ້ວາງແຜນສ້າງປ່າໄມ້ຕິ້ວໃນພື້ນທີ 30 ເຮັກຕາ. ທ່ານ ບຸນອຸ້ມກ່າວວ່າຫຼັງຈາກການປູກໄມ້ໃນວຽງຈັນສຳເລັດແລ້ວ, ບໍລິສັດຫວັງວ່າຈະຈ້າງຄົນໃນແຂວງບໍລິຄຳໄຊ ແລະ ສາລະວັນເພື່ອປູກປ່າຢູ່ທີ່ນັ້ນ. ລາວຍັງກ່າວອີກວ່າ ໃນ 2 ແຂວງນີ້ມີເງື່ອນໄຂທີ່ເໝາະສົມໃນການປູກຕົ້ນໄມ້.

ການປູກປ່າໄມ້ຕິ້ວຈະຊວ່ຍນຳລາຍໄດ້ໃຫ້ກັບຊຸມຊົນທີ່ເຮັດວຽກໃຫ້ບໍລິສັດ ແລະ ສາມາດຍົກລະດັບຄວາມທຸກຍາກ. ຫຼັງຈາກການປູກໄມ້ຕິ້ວ ຈະໃຊ້ເວລາ 6-7ປີທີ່ໄມ້ຈະໃຫຍ່, ເມື່ອໄມ້ຖືກຕັດຈະຖືກສົ່ງໄປທີ່ໂຮງງານ (WPEG) ເພື່ອການແປຮູບ ແລະ ຕົ້ນໄມ້ຊະນິດດຽວກັນຈະຖືກຜະລິດອີກແບບໜຶ່ງຫຼັງຈາກນັ້ນອີກ 3 ປີ, ຊຶ່ງໃນເວລານັ້ນຈະຢຸດການຜະລິດ!

ຂໍ້ມູນຂ່າວຈາກ: Vientiane on June 11, 2019

ໂດຍ ສັງຄົມໄຊ ບຸບຜານຸວົງ
 

ການປະກອບສ່ວນ