ປູກອ້ອຍສົ່ງອອກຂາຍສ້າງລາຍຮັບເຂົ້າຄອບຄົວ 15-50 ລ້ານກີບຕໍ່ປີ

ປູກອ້ອຍເປັນສິນຄ້າສົ່ງອອກ ໜຶ່ງໃນອາຊີບທີ່ສ້າງລາຍຮັບເຂົ້າຄອບຄົວ
ຂ່າວເສດຖະກິດ-ການຄ້າ Lao Economic Daily

ວັນທີ 12 ພຶດສະພານີ້ທ່ານ ທອງດຳ ໄຊຍະວົງ ຮອງຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມຊູກຍູ້, ການເກັບກູ້ ຜົນຜະລິດອ້ອຍ ຂອງຊາວກະສິກອນເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງໃນປັດຈຸບັນເນື້ອທີ່ສວນອ້ອຍຫຼາຍກວ່າ 800 ເຮັກຕາ.

ໂອກາດດັ່ງນີ້ ທ່ານ ບຸນສີ ສິດທະວົງ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງນາໝໍ້ ໄດ້ລາຍງານວ່າ ປັດຈຸບັນນີ້ ຊາວກະສິກອນ ເມືອງນາໝໍ້ ແຂວງອຸດົມໄຊ ພວມເລັ່ງໃຊ້ເກັບກູ້ຜົນຜະລິດອ້ອຍທີ່ເປັນສິນຄ້າຂາຍອອກ ໂດຍເລີ່ມແຕ່ເດືອນ ມັງກອນ ເປັນຕົ້ນມາຈົນຮອດປັດຈຸບັນນີ້ແມ່ນສໍາເລັດແລ້ວ 75 % ຂອງເນື້ອທີ່ 800 ກວ່າເຮັກຕາ ປະຊາຊົນພາຍໃນເມືອງນີ້ແມ່ນໄດ້ເລີ່ມຕົ້ນປູກອ້ອຍມາແຕ່ປີ 1997 ຮອດປະຈຸບັນນີ້ ເຂດທີ່ປູກອ້ອຍ ກວມເອົາ 2 ກຸ່ມບ້ານຄື: ກຸ່ມບ້ານ ຂວາງ ແລະ ກຸ່ມບ້ານນ້ຳເງິນ ລວມທັງໝົດມີ 616 ຄອບຄົວ, ຕາມແຜນອ້ອຍທີ່ປູກໄດ້ແມ່ນສົ່ງປ້ອນເຂົ້າໂຮງງານຢູ່ເມືອງລາ ສປ ຈີນ ລວມທັງໝົດ 40 ພັນໂຕນ ຄິດໄລ່ເປັນເງິນ ໂຕນລະ 5 ແສນກີບ ຄິດສະເລ່ຍຜົນໄດ້ຮັບຂອງປະຊົນຕ່ຳສຸດ ຄອບຄົວໜຶ່ງຈະມີລາຍຮັບ 15 ລ້ານກີບ ສູງສຸດ 50 ລ້ານກີບ.

ພ້ອມດຽວກັນນັ້ນທ່ານຍັງໄດ້ໃຫ້ຮູ້ອີກວ່າ ໂຄງການປູກອ້ອຍ ຖືວ່າເປັນອີກໂຄງການໜຶ່ງທີ່ເປັນໂຄງການຮ່ວມມືບູລິມະສິດ ລະຫວ່າງ ການນໍາ ເມືອງນາໝໍ້ ສປປ ລາວ ແລະ ການນຳ ເມືອງລາ ສປຈີນ ເພື່ອເຮັດໃຫ້ປະຊາຊົນເຂດຊາຍແດນມີອາຊີບ ແລະ ມີລາຍຮັບ ໂດຍສະເພາະແມ່ນການປູກອ້ອຍ ໃຫ້ເປັນສິນຄ້າ ທັງເປັນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ມີລາຍຮັບຫຼາຍຂຶ້ນ,ຫຼຸດຜ່ອນການຕັດໄມ້ທຳລາຍປ່າ ສໍາລັບໂຄງການປູກອ້ອຍ ແມ່ນບໍລິສັດເປັນຜູ້ລົງທຶນໂດຍສະເພາະແມ່ນສະໜອງອຸປະກອນ, ວິຊາການພ້ອມກັບການຕະຫຼາດ, ສ່ວນປະຊາຊົນແມ່ນພື້ນທີ່ ແລະ ແຮງງານເປັນຕົ້ນຕໍ.

ແນວໃດກໍ່ຕາມສໍາລັບ ການເກັບກູ້ຜົນຜະລິດອ້ອຍປີນີ້ ແມ່ນພົບຄວາມຫຍຸ້ງຍາກຫຼາຍຢ່າງ ຊຶ່ງຫຼັກໆແມ່ນບັນຫາທາງທຳມະຊາດບໍ່ອຳນວຍຄວາມສະດວກ, ເກີດມີຝົນຕົກຫຼາຍ ແລະ ສະພາບການລະບາດຂອງພະຍາດໂຄວິດ 19 ຊຶ່ງເຮັດໃຫ້ການເກັບກູ້ ອ້ອຍຊັກຊ້າ ແຕ່ແນວໃດກໍຕາມປະຊາຊົນຕັ້ງເປົ້າຈະເກັບກູ້ຜົນຜະລິດອ້ອຍໃຫ້ສຳເສັດພາຍໃນທ້າຍເດືອນພຶດສະພາ.

 

ການປະກອບສ່ວນ