ເຂົ້າປາດນໍ້າອ້ອຍ

Andy Souvanphakdy
ເຂົ້າປາດເມນູອາຫານຫວານ ສືບສານພູມປັນຍາທ້ອງຖິ່ນ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບທີ່ສໍາຄັນໃນການປຸງແຕ່ງ

  • ແປ້ງເຂົ້າຈ້າວ 1 ຖົງ 
  • ນໍ້າອ້ອຍປ່ຽງປະມານ 8 ຂີດ 
  • ນໍ້າກະທິໝາກພ້າວ 1 ໜ່ວຍ 
  • ເກືອ 1 ບ່ວງແກງ
  • ນໍ້າຕານຊາຍແດງ 2 ບ່ວງແກງ
  • ນໍ້າສະອາດ

ຂັ້ນຕອນແລະວິທີປຸງແຕ່ງ

  1. ຕົ້ມກ້ອນນໍ້າອ້ອຍໃນນໍ້າສະອາດຈົນເປື່ອຍ ແລ້ວຕອງ, ຫຼັງຈາກນັ້ນເອົານໍ້າອ້ອຍທີ່ຕອງແລ້ວເທໃສ່ຫມໍ້
  2. ຕີແປ້ງເຂົ້າຈ້າວປະສົມກັບນໍ້າກະທິໝາກພ້າວ, ເກືອ ແລະ ນໍ້າຕານ, ຄົນໃຫ້ມັນເຂົ້າກັນດີ ແລ້ວຖອກລົງຫມໍ້ (ຄົນໄປເລື້ອຍໆ ປະມານ 30 ນາທີ)
  3. ສັງເກດເຫັນນໍ້າຂຸ້ນພໍດີແລ້ວຈຶ່ງຖອກລົງໃສ່ພາຖາດ, ປະໄວ້ໃຫ້ເຢັນປາດເປັນຕ່ອນນ້ອຍໃຫຍ່ຕາມຕ້ອງການ
  4. ສາມາດຮັບປະທານເປັນອາຫານຫວ່າງ ຫຼື ຂອງຫວານກໍໄດ້, ຮັກສາໄວ້ບ່ອນຮົ່ມເຢັນສາມາດຮັບປະທານໄດ້ດົນປະມານ 2 ມື້

 

ສູດອາຫານ: ສືບສານພູມປັນຍາທ້ອງຖິ່ນອາຫານພື້ນບ້ານຂອງຊາວເມືອງໄຊ ແຂວງອຸດົມໄຊ
 

ການປະກອບສ່ວນ