ຍົກລະດັບການຜະລິດເສັ້ນເຝີນານູ ໃຫ້ມີຄຸນນະພາບ

ໃນລະຫວ່າງວັນທີ 24 – 28 ກຸມພາ 2020 ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້: ການປັບປຸງຂະບວນການຜະລິດເສັ້ນເຝີໃຫ້ສະອາດ, ເກັບຮັກສາໄດ້ດົນ ແລະ ຖືກສຸຂະນາໄມ ໃຫ້ແກ່ກຸ່ມຜະລິດເສັ້ນເຝີບ້ານນານູ ເມືອງແປກ ແຂວງຊຽງຂວາງໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ).
http://www.spoon.la/home/single/blog/spoon-recommended-show/Harnsoklarb
spoon.la

     ໃນລະຫວ່າງວັນທີ 24 – 28 ກຸມພາ 2020 ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້: ການປັບປຸງຂະບວນການຜະລິດເສັ້ນເຝີໃຫ້ສະອາດ, ເກັບຮັກສາໄດ້ດົນ ແລະ ຖືກສຸຂະນາໄມ ໃຫ້ແກ່ກຸ່ມຜະລິດເສັ້ນເຝີບ້ານນານູ ເມືອງແປກ ແຂວງຊຽງຂວາງໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ).

   ໃຫ້ກຽດກ່າວເປີດພິທີຝຶກອົບຮົມໃນຄັ້ງນີ້ແມ່ນທ່ານ ນາງ ສາຍພູເງິນ ອຸດົມສຸກ ຮອງຫົວໜ້າພະແນກ ອຄ ແຂວງຊຽງຂວາງ, ມີຜູ້ຕາງໜ້າຈາກກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມການຄ້າ, ຄະນະຈັດຕັ້ງບ້ານນານູ ແລະ ສະມາຊິກກຸ່ມຜະລິດເຝີ ຈຳນວນ 36 ທ່ານ. ໃນນັ້ນ, ເປັນແມ່ຍິງ 26 ທ່ານ.
ການຈັດຊຸດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນແຜນພັດທະນາວິສາຫະກິດຂະໜາກນ້ອຍ ແລະ ກາງ 2016-2020. ນອກຈາກນີ້ ກໍຍັງເປັນການສືບຕໍ່ ຫຼື ຕໍ່ຍອດຈາກການຝຶກອົບຮົມຄັ້ງທຳອິດໃນເດືອນມັງກອນ 2020 ທີ່ຜ່ານມາ.
   ເປົ້າໝາຍຂອງການຝຶກອົບຮົມໃນເທື່ອນີ້ ແມ່ນຖ່າຍທອດ ຄວາມຮູ້ຂະບວນການຜະລິດເສັ້ນເຝີທີ່ສະອາດ ໂດຍຜ່ານວິທີຮຽນແບບທິດສະດີແລະ ພາກປະຕິບັດຕົວຈິງ ເຊິ່ງຫົວຂໍ້ການຝຶກອົບຮົມແມ່ນປະກອບດ້ວຍ:

  1. ທິດສະດີການຮັກສາຄວາມສະອາດ ແລະ ສຸຂະນາໄມ ໃນຂະບວນການຜະລິດ
  2. ທິດສະດີການເກັບຮັກສາຜະລິດຕະພັນ
  3. ວິທີການແປຮູບອາຫານຈາກເສັ້ນເຝີ ໃຫ້ເປັນລາຍການອາຫານຕ່າງໆ ເຊັ່ນ: ລາຍການເຝີຂົ້ວ, ລາຍການເຝີນ້ຳ ແລະ ອື່ນໆ
  4. ສາທິດ ແລະ ລົງມືປະຕິບັດຕົວຈິງ ເພື່ອແນະນຳຂັ້ນຕອນການຜະລິດເສັ້ນເຝີ ນັບແຕ່ຂັ້ນຕອນການໂມ້ແປ້ງຈົນຮອດຂັ້ນຕອນໄດ້ເສັ້ນເຝີສຳເລັດຮູບ.

   ພາຍຫຼັງການຝຶກອົບຮົມໃນຄັ້ງນີ້ສຳເລັດ ເຈົ້າຂອງໂຄງການກໍຄືພະແນກ ອຄ ແຂວງຊຽງ ຂວາງ ຈະພະຍາຍາມສືບຕໍ່ຊຸກຍູ້ໃຫ້ກຸ່ມດັ່ງກ່າວໄດ້ຮັບການຢັ້ງຢືນກາໝາຍໂອດ໋ອບແຫ່ງຊາດໃນອະນາຄົດ.

 

ຂ່າວ: laoedaily.com.la

ການປະກອບສ່ວນ