ກອງປະຊຸມຮ່ວມມືຂຽນປື້ມຄູ່ມືເພື່ອປະເມີນເຂດວັງສະຫງວນ

ບໍລິສັດ ຟິສໄບໂອລາວ ລາວເປັນເຈົ້າພາບໃນການຈັດກອງປະຊຸມຮ່ວມມືກັບກົມລ້ຽງສັດແລະ ການປະມົງຂອງກະຊວງກະສິກໍາ ແລະ ປ່າໄມ້ ເພື່ອສ້າງເປັນປື້ມຄູ່ມືເລັ້ມໃໝ່ທີ່ພັດທະນາຂຶ້ນເພື່ອໃຊ້ໃນການປັບປຸງການປະເມີນເຂດວັງສະຫງວນໃນປະເທດລາວ.
Lee Cha
Lee Cha

ຊັບພະຍາກອນທີ່ມີແມ່ນຍັງເຫຼືອໜ້ອຍສໍາລັບຜູ້ປະຕິບັດການອະນຸລັກທີ່ໄດ້ຮັບການຈັດຕັ້ງຂຶ້ນ ທີ່ຕ້ອງການປະເມີນປະສິດທິຜົນຂອງເຂດສະຫງວນສັດນ້ໍາຈືດ ເຊັ່ນວັງສະຫງວນປາ. ປື້ມຄູ່ມືນີ້ຈະຖືກເຜີຍແຜ່ໄປທົ່ວປະເທດລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ເພື່ອປັບປຸງການຄຸ້ມຄອງເຂດດັ່ງກ່າວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການອະນຸລັກປາ.

ໂຄງການພັດທະນາລະບົບນິເວດຊີວະນາໆພັນກະກຳຢູ່ເຂດພຸດອຍ (TABI), ຮັບທຶນຈາກອົງການ ເພື່ອການພັດທະນາ ແລະ ການຮ່ວມມື ຂອງ ປະເທດ ສະວິດເຊແລນ (SDC), ໄດ້ຮັບການສະໜັບສະໜູນໃນການສ້າງເຂດວັງສະຫງວນປາຫຼາຍກວ່າ 150 ແຫ່ງໃນແຂວງຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ ແລະ ເປັນເຈົ້າພາບຈັດກອງປະຊຸມສ້າງເຂດວັງສະຫງວນຄັ້ງທໍາອິດໃນ ຫຼວງພະບາງ ເດືອນກຸມພາ ປິ 2017, ເຊິ່ງໄດ້ມີ່ສ່ວນຊ່ວຍໃນການພັດທະນາຊັບພະຍາກອນທີ່ສໍາຄັນນີ້. ສຳຫຼັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານຂອງ TABI ສາມາດເຂົ້າເບິ່ງໄດ້ທີ່ www.phakhaolao.la ແລະ www.tabi.la ເຊິ່ງເປັນສື່ອອນໄລນ໌ທໍາອິດຂອງປະເທດລາວໃນເຜີຍແຜ່ຂໍ້ມູນທາງດ້ານຊີວະນາໆພັນກະສິກຳ ເພື່ອການແບ່ງປັນຂໍ້ມູນ, ເພື່ອສົ່ງເສີມວັດທະນະທໍາ ແລະ ມໍລະດົກຂອງລາວ.

ການປະກອບສ່ວນ