ກວາງ / Sambar

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Rusa unicolor (Kerr, 1792) / Cervidae
ຊື່ພ້ອງ
Cervus unicolor
ຊື່ອື່ນ
German: Sambar
Spanish: Sambar ແລະ Sambhur
French: Sambar
Thai: ກວາງປ່າ
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

    ຫົວ ແລະ ລຳໂຕ ຍາວ: 180-200 ຊມ. ຫາງ ຍາວ: 25-28 ຊມ. ເປັນກວາງທີ່ໃຫຍ່ ແລະ ແຂງແຮງ, ຜິວໜັງ ແລະ ຂົນເປັນສີນ້ຳຕານເຂັ້ມ. ປົກກະຕິແລ້ວມີກິ່ງເຂົາແຂງແຮງ ແຕ່ລະຂ້າງມີໜາມແຫລມ 3 ອັນ. ຢູ່ຂ້າງລຸ່ມຂອງຫາງເປັນສີຂາວ ແລະ ໃຊ້ໄວ້ສົ່ງສັນຍານ. ເພດຜູ້ຈະມີຂະໜາດໃຫຍ່ກວ່າເພດແມ່, ຂົນຍາບແຂງ ແລະ ອອກຫ່າງໆ, ຂົນຕາມໂຕຍາວປະມານ 2-4 ຊມ, ຂົນຮອບຄໍຂອງກວາງເພດຜູ້ຈະຍາວປະມານ 7-10 ຊມ, ຫາງເປັນພວງຂ້ອນຂ້າງສັ້ນ ແລະ ມີແອງນ້ຳຕາຂະໜາດໃຫຍ່ຢູ່ເທິງຕາທັງສອງຂ້າງ
     ອຸປະນິໄສ: ມັກຢູ່ກັນເປັນກຸ່ມໃນກຸ່ມມີຂະໜາດແຕກຕ່າງກັນ. ຕາມທໍາມະດາແລ້ວເປັນສັດຫາກິນກາງຄືນ ດັ່ງນັ້ນມັນອາດເຄື່ອນໄຫວໃນຕອນເຊົ້າໆ ແລະ ຕອນຫົວຄໍ່າໃນບໍລິເວນທີ່ມີຄວາມກົດດັນດ້ານການລ່າເນື້ອຕ່ຳ, ສ່ວນກາງເວັນຈະນອນໃນພື້ນທີ່ຮົກ, ມັກອອກຫາກິນຕາມແຄມນ້ຳ ແລະ ປ່າໂປ່ງ, ມັກນອນແຊ່ໂຄນຄືກັບຄວາຍເພື່ອປ້ອງກັ່ນແມງໄມ້. ໃນລະດູການຂະຫຍາຍພັນປະກົດຂຶ້ນໃນເດືອນພະຈິກ ເຖິງເດືອນ ມັງກອນ, ໃນລະດູປະສົມພັນໂຕຜູ້ຈະດຸຮ້າຍເພື່ອຍາດໂຕແມ່, ລອຍນ້ຳເກັ່ງ ແລະ ຄ່ອງແຄວ.
    ຖິ່ນອາໄສ: ພົບອາໄສຢູ່ໃນຫລາຍບ່ອນ, ປົກກະຕິພົບຢູ່ໄກ້ກັບປ່າ, ຫາຍາກໃນປ່າໄມ້ດິບທີ່ມີຕົ້ນສູງ. ປະກົດມີຢູ່ທົ່ວປະເທດ
    ອາຫານ: ມັກກິນໃບໄມ້ ແລະ ຍອດອ່ອນຂອງພືດຫຼາຍກວ່າຫຍ້າ, ອາຫານທຳມະຊາດຂອງກວາງແມ່ນເຄື່ອອ່ອນ, ຍອດອ່ອນຂອງໄມ້ຟຸ່ມຕ່ຳ, ໃບໄມ້, ຫຍ້າທີ່ກຳລັງປົ່ງ ແລະ ມັກກິນດິບປົ່ງຫຼາຍ.

ບັນຍາຍການນຳໃຊ້

ອາຫານ: ຊີ້ນ: ເປັນອາຫານທີ່ຄົນນິຍົມກິນ ແຕ່ຫາກິນໄດ້ຍາກ
ສິນຄ້າ: ບາງທ້ອງຖິ່ນຍັງມີການລັກລອບລ່າເພື່ອນຳມາຂາຍເປັນສິນຄ້າ

ການສຶບພັນ ແລະ ວົງຈອນຊີວິດ

ຖຶພາດົນປະມານ 8 ເດືອນ, ອອກລູກຄັ້ງລະ 1 ໂຕໃນຊ່ວງຕົ້ນລະດູຝົນ, ລູກກວາງຈະເລີ່ມແຍກຈາກແມ່ເພື່ອໄປຊອກຫາກິນເມື່ອອາຍຸໄດ້ປະມານ 1 ປີ ຫຼື 1 ປີປາຍ ແລະ ພວກມັນຈະພ້ອມປະສົມພັນໄດ້ເມື່ອມີອາຍຸໄດ້ 18 ເດືອນ. ມີອາຍຸຢືນສະເລ່ຍປະມານ 15-20 ປີ

ການປະກອບສ່ວນ