ກວາງຊາຍ / Hog Deer

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Axis porcinus (Zimmermann, 1780) / Cervidae
ຊື່ພ້ອງ
Hyelaphus porcinus (Zimmermann, 1780)
ຊື່ອື່ນ
ລາວ: ຊາຍ ແລະ ກະຊາຍ
Thai: ເນື້ອຊາຍ
German: Schweinshirsch
French: Cerf cochon
Spanish: Ciervo porcino ແລະ Ciervo cerdo
English: Hog Deer
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

    ຫົວ ແລະ ລຳໂຕ ຍາວ: 140-150 ຊມ. ຫາງ ຍາວ: 17-21 ຊມ. ເປັນກວາງຊະນິດນ້ອຍສັ້ນ, ມີໜັງທີ່ສວຍງາມ, ໃນລະດູແລ້ງເປັນສີນ້ຳຕານ, ໃນລະດູຝົນເປັນສີຂີ້ເທົ່າ,  ສ່ວນລຸ່ມຂອງລຳໂຕເປັນສີແຈ້ງກວ່າ. ເຂົາທີ່ເປັນກິ່ງນັ້ນມີຂະໜາດຄ້າຍຄືກັບກວາງ, ແຕ່ວ່ານ້ອຍກວ່າຫຼາຍ ແຕ່ລະກິ່ງຂອງເຂົາມີ 3 ໜາມປາຍແຫລມ, ທາງໃນຂອງສ່ວນທາງເທິງມີ 2 ໜາມ ແລະ ກົງລົງລຸ່ມສະເໝີ. ຢູ່ຫົວດ້ານໜ້າມີລາຍເປັນແຖບສີດໍາ. ໃນໂຕຜູ້ຂໍ້ຂາ ແລະ ສ່ວນທີ່ຢູ່ເທິງຫົວເຂົ່າເປັນສີເຂັ້ມ. ລູກກວາງ ມີລາຍເປັນຈຸດສະເໝີ, ໃນບາງໂຕອາດຮັກສາໄວ້ຈົນເຖິງເວລາໃຫຍ່.
    ອຸປະນິໄສ: ສ່ວນຫຼາຍຢູ່ເປັນກຸ່ມກິນຫຍ້າສູງ ແລະ ແຄມບຶງ, ການກິນດ້ວຍການແຫ້ນ ແລະ ກິນຫຍ້າ, ໃບໄມ້ ແລະ ໝາກໄມ້, ສາມາດແລ່ນໄດ້ໄວ ແລະ ຜ່ານປ່າຕຶບໄດ້ໄວ, ດັ່ງນັ້ນຈິ່ງເອີ້ນວ່າ "ຊາຍ". ມັກພົບຫາກິນເປັນຝູງຕາມປ່າໂປ່ງ ຫຼື ທົ່ງຫຍ້າໃນພື້ນທີ່ທົ່ງພຽງແຄມແມ່ນ້ຳ, ປົກກະຕິອອກຫາກິນຕອນແລງຫາຕອນເຊົ້າມືດ, ເປັນສັດທີ່ລະວັງ ແລະ ຕື່ນໂຕຕະຫຼອດເວລາ.
    ຖິ່ນອາໄສ: ແຕ່ກ່ອນອາໄສຢູ່ໃນເຂດທີ່ຕ່ຳ, ໂດຍສະເພາະຢູ່ຕາມທີ່ຮາບພຽງທີ່ນ້ຳພັດພາມາໃນ ສປປ ລາວ ສູນພັນໄປແລ້ວ.

ການສຶບພັນ ແລະ ວົງຈອນຊີວິດ

ອາຍຸສະເລ່ຍປະມານ 20 ປີ, ພວກມັນເລີ່ມປະສົມພັນໄດ້ເມື່ອອາຍຸໄດ້ 2 ປີ, ຖືພາເປັນເວລາ 8 ເດືອນ ແລະ ອອກລູກຄັ້ງລະ 1 ໂຕ.

ການປະກອບສ່ວນ