ຟານເຂົາໃຫຍ່ / Large-antlered Muntjac

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Muntiacus vuquangensis (Tuoc, Dung, Dawson, Arctander and Mackinnon, 1994) / Cervidae
ຊື່ພ້ອງ
ຊື່ອື່ນ
ລາວ: ຟານເຂົາໃຫຍ່ ແລະ ຟານດົງ
ໄທ: ເກ້ງຍັກ
ອັງກິດ: Giant muntjac ແລະ Large-antlered Muntjac
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

       ຫົວ ແລະ ລຳໂຕ ຍາວ: 110-128 ຊມ. ຫາງ ຍາວ: 14-16 ຊມ. ຂ້ອນຂ້າງໃຫຍ່ກວ່າຟານແດງ, ແຕ່ວ່າພາຍໃຕ້ເງື່ອນໄຂພາກສະໜາມຍັງບອກບໍ່ໄດ້. ຄືກັບຟານອື່ນໆ. ມີລາຍ, ເປັນແຖບສີດຳເປັນຄູ່ຢູ່ດ້ານໜ້າ. ມີເຂົາເປັນກິ່ງຍາວ ແລະ ມີກ້ານເຂົາສັ້ນກວ່າຟານແດງ. ເຂົາເປັນກິ່ງໂຄ້ງອອກນອກ ແລະ ກັບຫລັງຢ່າງສວຍງາມ, ແລ້ວກັບເຂົ້າໃນ ແລະ ອອກໄປທາງໜ້າ, ແຕ່ຫາຍາກທີ່ທາງປາຍຂອງມັນຈະໂຄ້ງກັບຄືນ. ໂຕຜູ້ມີແຂ້ວໝາກແງຍາວ ແຕ່ໂຕແມ່ບໍ່ມີ, ທາງປາຍຂອງເຂົາ, ກ້ານເຂົາ ແລະ ຫລັງເປັນສີສົ້ມ, ສີຂອງໂຕເປັນສີນ້ຳຕານເຂັ້ມແຕ່ວ່າບໍ່ເປັນສີແດງ. ຂາເປັນສີນ້ຳຕານເຂັ້ມກວ່າລໍາໂຕ, ຫາງເປັນສີນ້ຳຕານເຂັ້ມເປັນຮູບສາມຫລ່ຽມ ແລະ ຢູ່ເບື້ອງລຸ່ມເປັນສີຂາວ; ໃນຟານແດງນ້ອຍບາງກວ່າ ແລະ ແກວ່ງໄກວໄດ້ດີກວ່າ.
    ອຸປະນິໄສ: ເກືອບບໍ່ຮູ້ຈັກ ແຕ່ສັນນິຖານວ່າ ຄ້າຍຄືກັບຟານແດງ, ປົກກະຕິຢູ່ໂດດດ່ຽວແຕ່ບາງເທື່ອພົບເຫັນຢູ່ເປັນຄູ່.
    ຖິ່ນອາໄສ: ປ່າໄມ້ຂຽວປ່າເລົ່າອ່ອນ ທາງຕາວັນອອກຂອງແມ່ນ້ຳຂອງ. ອັນຂອບເຂດທາງພາກໃຕ້ຍັງບໍ່ຊັດເຈນ, ແຕ່ຢ່າງໜ້ອຍປະກົດມີຢູ່ແຖວບໍລິຄາໍໄຊ.

ການປະກອບສ່ວນ