ເຫງັນຫາງກ່ານ / Large-spotted Civet

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Viverra megaspila Blyth, 1862 / Viverrida
ຊື່ພ້ອງ
ຊື່ອື່ນ
French: Civette à grandes taches
Thai: ຊະມົດແຜງສັນຫາງດຳ
Englis: Large-spotted civet
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

ຫົວ ແລະ ລຳໂຕ ຍາວ: 75-85 ຊມ. ຫາງ ຍາວ: 30-37 ຊມ. ເປັນເຫງັນໃຫຍ່ຊະນິດໜຶ່ງທີ່ມີຈຸດສີດຳຢູ່ຂ້າງ ເຊິ່ງສັງເກດເຫັນມີແຖບຕາມຂວາງ. ຢູ່ຕາມຂາໜ້າ ແລະ ຂາຫຼັງ ມີໝາຍໄຂວ່ຊື່ທີ່ມີລັກສະນະແກ່ຍາວໄປຕາມຫຼັງ. ຢູ່ດ້ານຫຼັງ ແລະ ຢູ່ຫາງມີລາຍແຊກສີດຳ ຫາງມີລາຍຂາວດຳບໍ່ເປັນວົງຊັດເຈນ, ຄໍ ແລະ ຂ້າງຄໍມີແຖບສີຂາວ- ຕາມຂວາງຢ່າງຊັດເຈນຄືກັບເຫງັນແຜງຫາງປ່ອງ.
   ອຸປະນິໄສ: ບໍ່ມີຂໍ້ມູນທີ່ຊັດເຈນ, ມີພຽງຂໍ້ມູນຈຳນວນໜຶ່ງກ່ຽວກັບສັດທີ່ມີລຳໂຕຂະໜາດປານກາງ, ພວກມັນຫາກິນກາງຄືນ, ດຳລົງຊີວິດຕາມໜ້າດິນ.
   ອາຫານ: ກິນສັດນ້ອຍເປັນອາຫານ ເຊັ່ນ ໜູ, ກະຕ່າຍ, ກະຫອກ, ໄກ່, ລວມທັງໝາກໄມ້ ແລະ ໝໍ່ໄມ້ບາງຊະນິດ.
   ຖິ່ນອາໄສ: ພົບຢູ່ບາງບ່ອນໃນປ່າກວ້າງ, ສ່ວນໃຫຍ່ພົບຕາມເຂດທີ່ມີຄວາມສູງຕໍ່າກວ່າ 300 ມ. ຍົກເວັ້ນເຂດພູພຽງນາກາຍສູງເຖິງ 520 ມ. ເທິງພູພຽງນາກາຍ, ຂໍ້ມູນຈາກພູຊ້າງແຫ່ ແລະ ປ່າສະຫງວນເຊປຽນ.
   ໄວຂະຫຍາຍພັນ: ເລີ່ມປະສົມພັນໄດ້ເມື່ອອາຍຸ 1-2 ປີ ແລະ ຖືພາເປັນເວລາ 45 ວັນ, ອອກລູກຄັ້ງລະ 2-3 ໂຕ.
    ສະພາບການອະນຸລັກ:  ເນື່ອງຈາກພວກມັນດຳລົງຊີວິດຕາມເຂດປ່າໄມ້ລະດັບຕ່ຳ ດ້ວຍເຫດນັ້ນຖິ່ນອາໄສຂອງມັນຈິ່ງຫລຸດລົງຢ່າງໜ້າເປັນຫ່ວງ

ການປະກອບສ່ວນ