ກວາງປ່າ / Sambar Deer
APA 6th ed. ກວາງປ່າ / Sambar Deer. (2022, October 13). Retrieved from https://www.phakhaolao.la/kb/0001480
MLA 8th ed. ກວາງປ່າ / Sambar Deer. Pha Khao Lao, 13 October 2022, https://www.phakhaolao.la/kb/0001480.
Chicago 17th ed. Pha Khao Lao. 2022. "ກວາງປ່າ / Sambar Deer." Published October 13, 2022. https://www.phakhaolao.la/kb/0001480.
ອັງກິດ: Sambar, Sambar Deer ຫຼື Large Deer
ກວາງເປັນສັດລ້ຽງລູກດ້ວຍນ້ຳນົມ, ຕິນກີບຄູ່, ກວາງປ່າເປັນສັດທີ່ມີຂະໜາດໃຫຍ່ທີ່ສຸດຂອງຈຳພວກກວາງທັງໝົດໃນອາຊີຕາເວັນອອກສ່ຽງໃຕ້. ລຳໂຕຍາວ 1.62-2.7 ແມັດ (ປາຍດັງ-ປາຍຫາງ), ສູງ 1.4-1.60 ຊມ (ຈາກພື້ນ-ບ່າໄຫຼ່), ນ້ຳໜັກໂຕ 100-350 ກິໂລກຼາມ, ໂດຍທົ່ວໄປແລ້ວກວາງຕົວຜູ້ຈະມີຂະໜາດໃຫຍ່ກ່ວາຕົວແມ່. ມີຂົນທີ່ຍາບ ແລະ ແຂງ, ອອກແບບຫ່າງໆ, ມີສີເທົາ, ສີນ້ຳຕານອ່ອນ ຫຼື ສີນ້ຳຕານປົນເຫຼືອງອ່ອນ, ຂົນຕາມໂຕຍາວປະມານ 2-4 ຊມ, ຂົນຮອບຄໍຂອງກວາງເພດຜູ້ຂ້ອນຂ້າງຍາວປະມານ 7-10 ຊມ, ຂົນບໍລິເວນທ້ອງ ແລະ ກົ້ນຂຶ້ນຫ່າງກວ່າບໍລິເວນອື່ນ. ຫາງເປັນພວງຂ້ອນຂ້າງສັ້ນ, ມີອ່າງນ້ຳຕາຂະໜາດໃຫຍ່ບໍລິເວນຫົວຕາທັງສອງຂ້າງ.
ຖິ່ນອາໄສ: ມັກອາໄສຢູ່ໃນປ່າຕືບ, ປ່າໂປ່ງ, ແຄມປ່າທີ່ມີທົ່ງຫຍ້າ ແລະ ປ່າດົງດິບ, ສາມາດພົບໄດ້ທຸກພາກທັງປ່າສູງ ແລະ ປ່າຕ່ຳ.
ອາຫານ: ມັກກິນໃບໄມ້ ແລະ ຍອດອ່ອນຂອງພືດຫຼາຍກວ່າຫຍ້າ, ອາຫານຕາມທຳມະຊາດຂອງກວາງແມ່ນເຄືອໄມ້ອ່ອນ ແລະ ຍອດອ່ອນຂອງຟຸ່ມໄມ້ຕ່ຳ, ໃບໄມ້ໃບຫຍ້າອ່ອນ, ໃບໄຜ່ ແລະ ມັກກິນດິນເກືນຫຼາຍ.
ພຶດຕິກຳ: ມັກອອກຫາກິນຕອນຄ່ຳຮອດຕອນເຊົ້າມືດ ສ່ວນກາງເວັນຈະນອນພັກຢູ່ເຂດຕຶບໜາ. ມັກອອກມາຫາກິນຢູ່ຕາມແຄມຫ້ວຍ, ແຄມທາງ ແລະ ປ່າໂລ່ງ ຫຼື ທົ່ງຫຍ້າ, ມັກນອນແຊ່ຂີ້ຕົມຄືກັບຄວາຍເພື່ອປ້ອງກັນແມງໄມ້. ໃນລະດູປະສົມພັນໂຕຜູ້ຈະດຸຮ້າຍ ແລະ ຫວງຕົວແມ່ ແລະ ເປັນຊ່ວງທີ່ໂຕຜູ້ຕໍ່ສູ້ກັນເພື່ອຍາດໂຕແມ່. ສາມາດລອຍນ້ຳເກັ່ງ ແລະ ວ່ອງໄວ.
ອາຫານ:
- ຊີ້ນ: ເປັນອາຫານທີ່ມີຄຸນນະພາບດີ, ມີໂປຣຕີນສູງ, ໄຂມັນຕ່ຳ, ຄໍເລສເຕີລໍຕ່ຳ ແລະ ມີກົດໄຂມັນຊະນິດທີ່ຈຳເປັນຕໍ່ຮ່າງກາຍພາຍໃນປະລິມານສູງ
ຢາ:
- ເອັນ, ກະດູກ, ເຂົາກວາງ ແລະ ຊາກຕ່າງໆ: ນຳມາໃຊ້ເປັນຢາຮັກສາພະຍາດ.
ສິນຄ້າ:
- ໜັງ: ນຳມາແປຮູບເປັນເປັນຜະລິດຕະພັນໜັງຕ່າງໆ ເຊັ່ນ ກະເປົາ ແລະ ອື່ນໆ ເນື່ອງຈາກໜັງກວາງມີຄວາມໜຽວ, ນຸ້ມ ແລະ ຢືດຢຸນໄດ້ດີ.
- ປັດຈຸບັນມີການນຳກວາງມາລ້ຽງເພື່ອເປັນເສດຖະກິດ.