ຫອຍປາກກວ້າງ / Golden Apple Snail

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pomacea canaliculata (Lamarck, 1819) / Ampullariidae
ຊື່ພ້ອງ
ຊື່ອື່ນ
ໄທ: ຫອຍເຊີຣີ
ອັງກິດ: Golden apple snail
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຫອຍປາກກວ້າງເປັນຫອຍທາກນ້ຳຈືດຊະນິດໜຶ່ງ ມີລັກສະນະຄ້າຍຫອຍໂຂງ, ເປືອກມີສີອ່ອນກວ່າ ຄື: ສີຂຽວເຂັ້ມປົນດຳປະສົມແຖບສີຈາງ ພາດຕາມຄວາມຍາວຂອງເປືອກ, ບາງຕົວມີສີຂຽວເຂັ້ມປົນດຳ ແລະ ບາງຕົວມີສີເຫຼືອງປົນ. ສ່ວນຫົວຢູ່ປາຍສຸດທາງດ້ານໜ້າຂອງລຳໂຕ ປະກອບດ້ວຍປາກຢູ່ບໍລິເວນເຄິ່ງກາງຂ້ອນໄປທາງດ້ານທ້ອງ, ມີຮິມຝີປາກທີ່ມີລັກສະນະເປັນແຜ່ນຢື່ນອອກມາທາງດ້ານຂ້າງ 2 ຂ້າງ, ພາຍໃນປາກມີຄາງກະໄຕຂະໜາດໃຫຍ່ 1 ຄູ່ ໃຊ້ກັດກິນອາຫານ. ຖັດເຂົ້າໄປມີ radula ມີລັກສະນະເປັນເສັ້ນບາງໆທີ່ເຕັມໄປດ້ວຍແຂ້ວຂະໜາດນ້ອຍແຫຼມຄົມສີແດງຈຳນວນຫຼາຍພັນເຫຼັ້ມຮຽງເປັນແຖວຂວາງ 5 ແຖວ ເຮັດໜ້າທີ່ໃນການບົດອາຫານ, ຫອຍປາກກວ້າງຫົວຂະໜາດສັ້ນປະກອບດ້ວຍໜວດ 2 ຄູ່, ຄູ່ທີ່ 2 ຢູ່ຕິດກັບຕາ ແລະ ຍາວກວ່າຄູ່ທຳອິດ, ໜວດມີຮູບຮ່າງນ້ອຍ, ປາຍຮຽວແຫຼມ ເຮັດໜ້າທີ່ໃນການຮັບຄວາມຮູ້ສຶກ, ໜວດສາມາດຫົດສັ້ນ ແລະ ແປລົງໄດ້. ຕີນມີລັກສະນະເປັນກ້າມຊີ້ນໜ້າເປັນຮູບ 3 ຫຼ່ຽມ, ປາຍແຫຼມຊີ້ໄປທາງຫຼັງ, ຜິວຍາບສາມາດຍືດຍາວ ແລະ ແປໄດ້, ເຮັດໜ້າທີ່ໃນການຄືບຄານເພື່ອເຄື່ອນທີ່, ມີຊ່ອງເປີດຂອງຕ່ອມເຫງືອກ ທີ່ເຮັດໜ້າທີ່ຜະລິດເມືອກເພື່ອຊ່ວຍໃນການເຄື່ອນທີ່, ສ່ວນທ້າຍຂອງລຳໂຕຍັງປະກອບໄປດ້ວຍທາງເດີນອາຫານ, ລະບົບສືບພັນ ແລະ ລະບົບປະສາດ

      ອາຫານ: ຫອຍປາກກວ້າງສາມາດກິນພືດນ້ຳໄດ້ເກືອບທຸກຊະນິດທີ່ມີລັກສະນະໃບອ່ອນ, ສາມາດກິນອາຫານໄດ້ໄວສະເລ່ຍວັນລະ 50% ຂອງນ້ຳໜັກໂຕ ແລະ ສາມາດກິນໄດ້ຕະລອດເວລາ, ໃນເວລາກາງວັນແດດກ້າຈະຫຼົບລີ້ຢູ່ຮົ່ມຂອງພືດນ້ຳ. ວິທີການກິນອາຫານຂອງພວກມັນແມ່ນຈະໃຊ້ຄາງກະໄຕກັດ ແລະ ສົ່ງເຂົ້າຊ່ອງປາກ, ກ້າມຊີ້ນໃນປາກຈະສົ່ງໄປສ່ວນ radular ເຮັດໜ້າທີ່ໃນການບົດໃຫ້ລະອຽດ

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ສາມາດຮັບປະທານເປັນອາຫານໄດ້ ແລະ ເປັນທີ່ນິຍົມຢ່າງກວ່້າງຂວາງ, ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງ ຫຼື ນຳມາເຮັດນ້ຳປາຈາກຫອຍປາກກວ້າງໄດ້
  • ມີໂປຣຕີນສູງ 34-53%, ໄຂມັນ 1.66%.
  • ສູນວິໄຈຈາຫແຄນາດາລະບຸວ່າຫອຍປາກກວ້າງອຸດົມໄປດ້ວຍສານອາຫານ ຄືເປັນແຫຼ່ງຂອງວິຕາມິນເອ, ວິຈາມິນບີ 1 (ໄທອາມີນ), ບີ2 (ໄລໂບຟຼາມວິນ), ບີສາມ (ໄນອາຊິນ), ວິຕາມິນຊີ ແລະ ວິຕາມິນດີ
  • ການຮັບປະທານຫອຍປາກກວ້າງເຮົາຈະໄດ້ຮັບທາດເຫຼັກ, ທອງແດງ, ໄອໂອດີນ, ມັກນີຊຽມ, ແຄລຊຽມ, ສັງກະສີ, ແມງການີສ ແລະ ຟອສຟໍຣັດ

ປະໂຫຍດ: 

  • ໃຊ້ເປັນອາຫານສັດໄດ້ ເຊັ່ນ: ລ້ຽງເປັດ, ໄກ່  ແລະ ໝູ
  • ເປືອກສາມາດນຳມາປັບສະພາບຄວາມເປັນກົດຂອງດິນໄດ້
  • ເປືອກເມື່ອນຳໄປຖິ້ມໄວ້ໃຕ້ຕົ້ນໄມ້ ເມື່ອເນົ່າເປືອຍກໍ່ຈະກາຍເປັນປຸຍໃຫ້ກັບຕົ້ນໄມ້ 

 ຜົນເສຍຈາກຫອຍປາກກ້ວາງ: 

  • ທຳລາຍນາເຂົ້າຂອງຊາວນາເຮັດໃຫ້ເກີດຄວາມເສຍຫາຍເປັນຈຳນວນຫຼາຍ ແລະ ໄວ.
  • ບໍ່ຄວນກິນຫອຍປາກກວ້າງດິບ ເພາະອາດຈະມີແບັກທິເຣຍ, ຜູ້ປ່ວຍທີ່ເປັນພະຍາດຕັບ, ມະເຣັງ ແລະ ພະຍາດພູມແພ້ຄວນຫຼີກລ້ຽງ
ການສຶບພັນ ແລະ ວົງຈອນຊີວິດ

        ການປະສົມພັນ: ຫອຍປາກກວ້າງເປັນຫອຍທີ່ແຍກເພດ, ຫອຍທີ່ພ້ອມຈະຂະຫຍາຍພັນໄດ້ອາຍຸປະມານ 3 ເດືອນ. ການປະສົມພັນເພດຜູ້ຈະມີອະໄວຍະວະສືບພັນດຽວ ມີອັນທະເປັນທໍ່ຢື່ນອອກມາ ເພື່ອໃຊ້ສອດສະເປີມເຂົ້າໄປປະສົມພັນກັບໄຂ່ ກ່ອນທີ່ໄຂ່ຈະສ້າງເປືອກ, ຫຼັງຈາກໄຂ່ໄດ້ຮັບການປະສົມພັນ 1-2 ວັນ ຫອຍເພດເມຍຈະວາງໄຂ່ ໂດຍສ່ວນຫຼາຍຈະວາງໄຂ່ໃນຍາມກາງຄືນ ໂດຍຈະຄານຂຶ້ນໄປວາງຢູ່ບ່ອນທີ່ແຫ້ງເທິງຜິວນ້ຳ, ເວລາໃນການວາງໄຂ່ແມ່ນ 1-6 ຊົ່ວ, ໄຂ່ທີ່ອອກມາໃໝ່ຈະອ່ອນນຸ້ມ ແລະ ມີເມືອກຕິດທຸກໜ່ວຍ, ແຕ່ລະຄັ້ງປະກອບດ້ວຍໄຂ່ຈຳນວນ 388-3,000 ໜ່່ວຍ, ໄຂ່ຈະມີສີບົວ ແລະ ຈາງລົງເກືອບເປັນສີຂາວ, ພາຍໃນ 7-14 ວັນ ເປືອກໄຂ່ຈະແຕກອອກ ຫຼັງອອກຈາກໄຂ່ປະມານ 2 ວັນເປືອກຈະແຂງ, ສາມາດກິນອາຫານໄດ້ທັນທີ, ສະລັບແມ່ຫອຍເມື່ອວາງໄຂ່ແລ້ວ 4-10 ວັນກໍ່ສາມາດວາງໄຂ່ໄດ້ອີກ ແລະ ສາມາດວາງໄຂ່ໄດ້ຕະຫຼອດປີ ແລະ ສາມາດວາງໄຂ່ໄດ້ຈົນຮອດອາຍຸ 2-3 ປີ.

ການປະກອບສ່ວນ