ງູສິງ / Oriental Rat Snake

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Ptyas mucosa (Linnaeus, 1758) / Colubridae
ຊື່ພ້ອງ
Coluber mucosus Linnaeus, 1758
Natrix mucosa Laurenti, 1768
Coluber blumenbachii Merrem, 1820
Coluber dhumna Cantor, 1839
Ptyas blumenbachii Fitzinger, 1843
Coryphodon blumenbachii A.M.C. Duméril and Bibron, 1854
Leptophis trifrenatus Hallowell, 1861
Ptyas mucosus Cope, 1861
Zamenis mucosus Boulenger, 1890
Zaocys mucosus Wall, 1921
Ptyas mucosa David and Das, 2004
ຊື່ອື່ນ
Chinese: 滑鼠蛇
English: Dhaman, Oriental Ratsnake, Gebänderte Rattenschlange ແລະ Asiatische Rattenschlange.
Thai: ງູສີງຫາງລາຍ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

      ເປັນງູນ້ຳທີ່ມີຂະໜາດໃຫຍ່, ຄວາມຍາວຈາກປາຍປາກຮອດຮູທະວານມີ 1,293 ມມ ແລະ ຫາງຍາວ 460 ມມ. ຫົວຍາວ ແລະ ກວ້າງກວ່າສ່ວນຂອງລຳຄໍ, ປາຍຫົວມົນ, ຕາໃຫຍ່, ລຳໂຕກົມ, ຫາງຍາວ ແລະ ປາຍຫາງຮຽວ. ຜິວໜັງລຳໂຕມີເກັດປົກຄຸມ, ເກັດເທິງຫົວເປັນແຜ່ນກວ້າງ, ເກັດສ່ວນຫຼັງຂອງລຳໂຕບໍລິເວນຕໍ່ກັບຫົວມີພື້ນຜິວລຽບ, ເກັດທ້ອງຂະຫຍາຍກວ້າງ, ເກັດໃຕ້ຫາງເປັນແຖວຄູ່, ເກັດຮອບລຳໂຕບໍລິເວນກາງລຳໂຕມີຈຳນວນ 17 ເກັດ, ເກັດທ້ອງຈຳນວນ 203 ເກັດ ແລະ ເກັດໃຕ້ຫາງຈຳນວນ 121 ເກັດ. ດ້ານເທິງຂອງຫົວ ແລະ ລຳໂຕສ່ວນຫຼັງມີສີນ້ຳຕານອົມເທົາ, ສ່ວນຫົວເຂັ້ມກວ່າລຳໂຕເລັກນ້ອຍ, ສ່ວນດ້ານໜ້າມີສີນ້ຳຕານອ່ອນ ຫຼື ສີນ້ຳຕານປົນສີເຫຼືອງ, ຄາງກະໄຕເທິງ ແລະ ຄາງກະໄຕລຸ່ມມີສິນ້ຳຕານປົນສີເຫຼືອງ ແຕ່ແຜ່ນເກັດມີຂອບສີດຳ. ລຳໂຕມີຂີດສັ້ນສີຂາວກະຈາຍຢູ່ທົ່ວລຳໂຕ ແລະ ມີຫຼາຍຢູ່ສ່ວນເທິງຫຼາຍກວ່າດ້ານລຸ່ມຂອງລຳໂຕ, ສ່ວນກາງ ແລະ ດ້ານທ້າຍຂອງລຳໂຕຈົນຮອດປາຍຫາງມີລາຍຂີດສີດຳສັ້ນຂີດຊ້ອນເປັນແຖວທາງສ່ວນລຸ່ມຂອງລຳໂຕໂດຍວາງຂວາງເປັນໄລຍະ, ຜິວໜັງລະຫວ່າງເກັດມີສິດຳ, ດ້ານທ້ອງສີຂາວ ແລະ ມີຈຸດສີນ້ຳຕານກະຈາຍຢ່າງໜາແໜ້ນຢູ່ທາງສວ່ນທ້າຍຂອງທ້ອງ, ໃຕ້ຫາງມີສີເຫຼືອງ.
      ຖິ່ນອາໄສ: ອາໄສຢູ່ຕາມພື້ນປ່າຫຼາຍປະເພດ ແລະ ບາງຄັ້ງກໍພົບຢູ່ແຫຼ່ງອາໄສຂອງຄົນ
       ອາຫານ: ອອກຫາກິນໃນຍາມກາງເວັນບໍລິເວນພື້ນດິນ, ອາຫານແມ່ນສາມາດກິນສັດໄດ້ຫຼາຍປະເພດ ເຊັ່ນ: ໜູ, ຈີຈ້ຽມ, ກົບ, ນົກ ແລະ ສັດຂະໜາດນ້ອຍອື່ນໆ.
       ນິໄສ: ເລືອຂຶ້ນຕົ້ນໄມ້ໄດ້ບໍ່ດີປານໃດ, ແຕ່ລອຍນ້ຳໄດ້ດີ ໂດຍມີລັກສະນະທີ່ຊູສ່ວນຫົວຂຶ້ນມາເໜືອນ້ຳ, ເມື່ອຖືກລົບກວນຈະພາຍາຍາມເລືອໜີ ແຕ່ເມື່ອພາຍາຍາມໜີບໍ່ໄດ້ຈະຍົກສ່ວນຫົວ ຫຼື ສ່ວນໜ້າຂອງລຳໂຕຂຶ້ນມາສູງຈາກພື້ນດິນ, ແກ່ວງຫາງຖີ່, ສ່ວນດ້ານຂ້າງຂອງລຳຄໍຈະຂະຫຍາຍກວ້າງອອກ ແລ້ວພັບສ່ວນໜ້າຂອງລຳໂຕໄປມາ ພ້ອມທັງມີສຽງຂູ່ບໍ່ໃຫ້ເຂົ້າໃກ້, ເປັນງູທີ່ເລືອໄດ້ໄວຫຼາຍ ແລະ ມີຂໍ້ດ້ອຍໃນການໃຊ້ລຳໂຕຮັດເຍື່ອ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊເປັນອາຫານໄດ້ແຕ່ບໍ່ນິຍົມ.
ການສຶບພັນ ແລະ ວົງຈອນຊີວິດ

      ລະດູປະສົມພັນ: ລະດູປະສົມພັນແມ່ນຊ່ວງເດືອນມີນາ ຫາ ເດືອນພຶດສະພາ, ວາງໄຂ່ຄັ້ງລະ 6-8 ໜ່ວຍ.

ການປະກອບສ່ວນ