ງູປາ / Gerard's Water Snake

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Gerarda prevostiana (Eydoux & Gervais, 1837) / Homalopsidae
ຊື່ພ້ອງ
Gerarda prevostiana, John C. Murphy & Harold Knight Voris
Gerardia prevostiana, R.C. Sharma
Gerarda prevostiana, Merel J. Cox et al.
Gerarda prevostiana, Ulrich Manthey & Wolfgang Grossmann
Gerardia prevostianus, Indraneil Das
Gerardia prevostiana, Malcolm Arthur Smith
Gerardia prevostiana, Frank Wall
Gerardia sic prevostiana, George Albert Boulenger
Helipophis flavescens, Fritz Müller
ຊື່ອື່ນ
English: cat-eyed water snake, Gerard's water snake and the glossy marsh snake.
Thai: ງູປາຕາເລັກ, ງູປາຕາແມວ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

 ລຳໂຕຍາວປະມານ 41 ຊມ, ຫາງຍາວປະມານ 5 ຊມ, ເປັນງູທີ່ມີໜ້າຜາກຍາວກວ່າໄລຍະຈາກປາຍດັງເລັກນ້ອຍ ຫຼື ຫຼາຍກວ່າຂ້າງກະມ່ອມ, ເກັດບໍລິເວນໜ້າຜາກຍາວກວ່າເກັດດັງເລັກນ້ອຍ, ມີເກັດກາງກະມ່ອມ 1 ອັນ ແລະ ມີເກັດກາງຫົວທີ່ຕິດກັບຕ່ໍ 2 ເກັດ (temporals 1+2), ຮິມຝີປາກເທິງມີ 8 ເກັດ, ເກັດຮິມຝີປາກລຸ່ມມີ 4 ລວມທັງເກັດຄາງກະໄຕ ເຊິ່ງມີຂະໜາດໃຫຍ່ກວ່າດ້ານຫຼັງຫຼາຍ. ດ້ານຫຼັງມີເກັດທັງໝົດ 17 ແຖວຢູບໍລິເວນກາງລຳໂຕ, ບໍລິເວນທ້ອງມີ 146-158 ເກັດ, ບໍລິເວນຫາງມີ 31-34 ເກັດ. ສີຜິວດ້ານເທິງມີສີນ້ຳຕານປົນຂຽວສະໝໍ່າສະເໝີ, ເກັດດ້ານເອິກມີ 3 ແຖວເປັນສີຂາວ, ໜ້າທ້ອງ ແລະ ໃຕ້ຫາງມີສີຂາວ, ມີຂອບສີເຂັ້ມ.
       ຖິ່ນອາໄສ: ມັກອາໄສຢູ່ບໍລິເວນຝັ່ງນ້ຳ, ພື້ນທີ່ທົ່ງພຽງເຂດດິນທາມບໍລິເວນພື້ນທີ່ຊຸ່ມນ້ໍາ
       ອາຫານ: ປົກກະຕິມັກກິນປູຫຼາຍກວ່າປາ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້, ເປັນອາຫານຂອງປະຊົນເຂດຊົນນະບົດ.
ການປະກອບສ່ວນ