ໜູຊິງບ້ານ / House Mouse

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Mus musculus Linnaeus, 1758 / Muridae
ຊື່ພ້ອງ
Mus abbotti
ຊື່ອື່ນ
ໄທ: ໜູຫຼິ່ງບ້ານ
ອັງກິດ: House Mouse
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ໜູຊະນິດພົບຕາມບ້ານເຮືອນຄົນເປັນຈຳນວນຫຼາຍ, ເປັນສັດລ້ຽງລູກດ້ວຍນ້ຳນົມ, ມີຂະໜາດນ້ອຍທີ່ສຸດ, ມີນ້ຳໜັກຕົວພຽງ 10-15 ກຼາມ, ຂະໜາດລຳໂຕ ແລະ ຫົວຍາວປະມານ 74 ມມ, ດັງແຫຼມ, ຂົນດ້ານຫຼັງສີເທົາບາງປົນສີນ້ຳຕານ, ມີລັກສະນະອ່ອນນຸ້ມ.  ຫາງຍາວປະມານ 79 ມມ, ມີ 2 ສີຄື ຂົນບໍລິເວນດ້ານເທິງມີສີດຳ ສ່ວນດ້ານລຸ່ມມີສີຈາງກວ່າ. ຕີນຫຼັງຍາວປະມານ 16 ມມ, ໃບຫູຍາວປະມານ 12 ມມ. ເຕົ້ານົມລວມທັງໝົດມີ 5 ຄູ່ ຢູ່ບໍລິເວນເອິກ 3 ຄູ່ ແລະ ຢູ່ບໍລິເວນທ້ອງ 2 ຄູ່, ຂົນດ້ານທ້ອງມີສີຂາວ.

       ຖິ່ນອາໄສ: ອາໄສຢູ່ຕາມບ້ານເຮືອນຄົນ ມັກລົບລີ້ຢູ່ຕາມຕູ້, ໂຕະ, ຫ້ອງເກັບເຄື່ອງ, ປ່ອງຮູຕາມຝາເຮືອນ ແລະ ເຮືອນຄົວ.

      ອາຫານ: ສາມາດກິນອາຫານໄດ້ທຸກຊະນິດ ແຕ່ມັກກິນແກ່ນພືດ, ໄລຍະການອອກຊອກຫາກິນປະມານ 10-30 ຟຸດ.

      ພຶດຕິກຳ: ສາມາດຮຽນຮູ້ ແລະ ປັບຕົວເຂົ້າກັບສະພາບແວດລ້ອມໄດ້ເປັນຢ່າງດີ, ຢູ່ພາຍໃນຮັງຈາມີຫົວໜ້າເຮັດໜ້າທີ່ສຳຫຼວດອາຫານ, ສຳລັບໂຕແມ່ເມື່ອລູກໃຫຍ່ສົມຄວນແລ້ວມັນຈະພາລູກອອກຫາກິນ ແລະ ສອນໃຫ້ລູກຮູ້ຈັກອາຫານ, ເມື່ອລູກໄດ້ 3 ເດືອນຈະແຍກຕົວອອກເປັນອິດສະຫຼະ. 

ທັກສະ

  • ການລອຍນ້ຳ: ໜູສາມາດລອຍນ້ຳໄດ້ ແລະ ດຳນ້ຳໄດ້ດົນຮອດ 2 ນາທີ ເຮັດໃຫ້ມັນຄ່ອງໂຕໃນການອອກຫາກິນ ແລະ ໜີສັດຕູ.
  • ການກະໂດດ: ສາມາດກະໂດດໄດ້ດີຫຼາຍບໍ່ວ່າຈະເປັນແນວນອນ, ຂຶ້ນສູງ ຫຼື ໂດດລົງລຸ່ມ, ໜູຊິງສາມາດໂດດລະດັບພື້ນສູງໄດ້ຮອດ 18-24 ນິ້ວ ແລະ ຖ້າມີທາງແລ່ນມັນສາມາດກະໂດດສູງໄດ້ຮອດ 3 ຟຸດ, ຖ້າກະໂດດແນວນອນສາມາດໄດ້ຮອດ 3 ຟຸດ ແລະ ຖ້າໂດດລົງແນວດິ່ງສາມາດໄປໄດ້ໄກຮອດ 15 ຟຸດ.
  • ການປີນ: ສາມາດປີນຂື້ນທໍ່ນ້ຳ, ຝາເຮືອນ ແລະ ອື່ນໆ ພວກມັນສາມາດປີນໄຕ່ໄດ້ດີ ແລະ ວ່ອງໄວ.
  • ການຂຸດຮູ: ໜູທຸກຊະນິດສາມາດຂູຸດຮູໄດ້, ແຕ່ສ່ວນຫຼາຍແລ້ວໜູຊິງຈະສ້າງຮັງຢູ່ບໍລິແວນຊາຍຄາເຮືອນ, ຕູ້ ແລະ ອື່ນໆ ແຕ່ຖ້າຫາກບໍ່ມີທີ່ເໝາະສົມພວກມັນຈະຂຸດຮູບໍລິເວນໃຕ້ຖຸານບ້ານ ຫຼື ບໍລິເວນໃກ້ບ້ານ.

 ປະສາດສຳພັດ: 

  • ການສຳພັດ: ໜູມີໜວດ ແລະ ຂົນທີ່ຍາວທີ່ຍາວກວ່າຂົນທຳມະດາ ແລະ ຂຶ້ນກະຈາຍຢູ່ທົ່ວໄປເປັນປະສາດສຳພັດທີ່ດີ.
  • ການເຫັນ: ມີລະບົບປະສາດທີ່ເບິ່ງເຫັນໄດ້ບໍ່ດີ, ສາມາດເບິ່ງເຫັນໄດ້ໃນໄລຍະໃກ້ ແລະ ຕາບອດສີ ເຫັນສະເພາະສີຂາວ ແລະ ສີດຳ ສະນັ້ນຈຶ່ງສາມາດເບິ່ງເຫັນເວລາກາງຄືນໄດ້ດີກວ່າ.
  • ການຮັບຮູ້ຣົດຊາດ: ບໍ່ມີປະສາດຮັບຮູ້ຣົດຊາດ ແຕ່ພວກມັນມີຄວາມສະຫຼາດຫຼາຍພວກມັນຈະບໍ່ຄ່ອຍກິນອາຫານທີ່ມີຣົດຊາດແປກໆ
  • ການໄດ້ຍິນ: ໜູໄດ້ຍິນສຽງພຽງໄລຍະປະມານ 6 ນິ້ວເທົ່ານັ້ນ
  • ການຊົງຕົວ: ມີການຊົງຕົວດີຫຼາຍມາແຕ່ກຳເນີດ.   
ບັນຍາຍການນຳໃຊ້

ໂທດ: ເປັນສັດຕູທີ່ສຳຄັນຂອງມະນຸດ ເພາະພວກມັນເຂົ້າໄປທຳລາຍພືດຜົນຜະລິດ, ເຂົ້າຂອງເຄື່ອງໃຊ້ ແລະ ເຂົ້າໄປລົບກວນຖິ່ນທີ່ຢູ່ອາໄສຂອງຄົນ ເຊິ່ງສ້າງຄວາມເສຍຫາຍໃຫ້ກັບເສດຖະກິດຢ່າງມະຫາສານໂດຍທາງກົງ ແລະ ທາງອ້ອມ

  • ທາງກົງ: ທ່ີ່ສາມາດເຫັນໄດ້ຊັນເຈນຄືກັດກິນພືດ, ໝາກໄມ້ ແລະ ຜົນຜະລິດຂອງມະນຸດຕັ້ງແຕ່ໄຮ່ນາ ຕະຫຼອດຈົນການເກັບຮັກສາ, ຂົນສູງ ແລະ ແປຮູບຜົນຜະລິດ. ນອກຈາກພືດພັນການກະເສດແລ້ວເຄື່ອງອຸປະໂພກ ແລະ ບໍລິພວກຂອງມະນຸດຍັງຖືກກັດແຫ່ນ.
  • ທາງອ້ອມ: ໜູເປັນພາຫະນຳເຊື່ອພະຍາດຫຼາຍຊະນິດສູ່ຄົນ ແລະ ສັດລ້ຽງ, ນອກຈາກນີ້ມັນຍັງກັດແຫ່ນອາຄານບ້ານເຮືອນ, ເຄື່ອງໃຊ້, ເຄື່ອງອຸປະກອນໄຟ້າ ແລະ ສາຍໄຟອາດເປັນສາເຫດເຮັດໃຫ້ເກີດໄຟຟ້າລັດວົງຈອນໄດ້.
ການສຶບພັນ ແລະ ວົງຈອນຊີວິດ

ການປະສົມພັນ: ສາມາດປະສົມພັນ ແລະ ແພ່ພັນໄດ້ໄວ, ອອກລູກປີລະ 8 ຄອກ ແຕ່ລະຄອກມີລູກປະມານ 5-6 ໂຕ ແລະ ສາມາດມີລູກໄດ້ເມື່ອມີອາຍຸ 3-5 ເດືອນ, ເມື່ອໂຕແມ່ໄດ້ຮັບການປະສົມພັນແລ້ວຈະຖືພາປະມານ 21-22 ວັນ ສຳລັບໜູທີ່ມີລູກຕິດກັນບໍ່ຍຸດອາດຈະຖືພາດົນຍກ່ວາ ເປັນເວລາ 25-29 ວັນ, ສ່ວນໃຫຍ່ໜູຊິງເມື່ອປະສົມພັນແລ້ວຈະຕັ້ງຄັນປະມານ 19 ວັນ, ໜູຊິງສ່ວນໃຫຍ່ຈະມີອາຍຸຢູ່ໄດ້ປະມານ 2 ປີ.

    ການປະກອບສ່ວນ