ເຫງັນກ້ານຕາວ / Spotted Linsang
APA 6th ed. ເຫງັນກ້ານຕາວ / Spotted Linsang. (2022, October 15). Retrieved from https://www.phakhaolao.la/kb/0001463
MLA 8th ed. ເຫງັນກ້ານຕາວ / Spotted Linsang. Pha Khao Lao, 15 October 2022, https://www.phakhaolao.la/kb/0001463.
Chicago 17th ed. Pha Khao Lao. 2022. "ເຫງັນກ້ານຕາວ / Spotted Linsang." Published October 15, 2022. https://www.phakhaolao.la/kb/0001463.
ອັງກິດ: Spotted Linsang
ເປັນເຫງັນຊະນິດໜຶ່ງທີ່ມີຮູບຮ່າງຮຽວຍາວຄ້າຍແມວ, ຄວາມຍາວຂອງຫົວ-ລຳໂຕ 38-41 ຊມ, ຫາຍາວ 33-35 ຊມ, ສ່ວນຫົວຄ້າຍໝາຈິງຈອກ ແຕ່ປາກຢື່ນອອກມາຍາວກວ່າ, ດວງຕາໃຫຍ່, ປະສາດຫູໄວຫຼາຍ, ໃບຫູຊີ້ບິດໄດ້ຄ່ອງແຄ່ວ, ຂົນໜານຸ້ມ, ເປັນຈຸດຮຽງຕົວເປັນລາຍພາດຂະໜານກັບລຳໂຕ, ມີສີລຳໂຕທີ່ແຕກຕ່າງກັນຂຶ້ນກັບບາງຕົວເລີ່ມຕັ້ງແຕ່ສີເຫຼືອງ, ສີເນື້ອ ແລະ ສີນ້ຳຕານອ່ອນ. ຫາງຟູມີລາຍປ້ອງສີເຂັ້ມປະມານ 8-10 ປ້ອງ, ອຸ້ງຕີນກວ້າງ ມີຂົນປົກຄຸມ, ເລັບສາມາດຫົດກັບໄດ້, ອຸ້ງຕີນໜ້າມີປອກເລັບ, ມີຂົນຄຸມຕະຫຼອດຂາເຊິ່ງຕ່າງຈາກສັດຊະນິດອື່ນໃນຕະກຸນເຫັນ, ບໍ່ມີຕ່ອມຂ້າງກົ້ນ ແລະ ບໍ່ມີແຂ້ວກາມເທິງຄູ່ທີ່ 2.
ຖິ່ນອາໄສ: ອາໄສຢູ່ໃນປ່າຕືບໜາເຂດຮ້ອນ.
ອາຫານ: ກິນຊີ້ນເປັນອາຫານ ໂດຍສະເພາະແມ່ນສັດລ້ຽງລູກດ້ວຍນົມຂະໜາດນ້ອຍ ນອກນີ້ຍັງລ່ານົກ, ແມງໄມ້, ສັດເລືອຄານຂະໜາດນ້ອຍ, ໄຂ່, ສາກສັດ ແລະ ນອກຈາກນີ້ຍັງພົບວ່າກິນໝາກໄມ້ອີກດ້ວຍ. ຫາກິນຢູ່ເທິງຕົ້ນໄມ້ເປັນຫຼັກ, ເລັບທີ່ຍາວ ແລະ ແຫຼມ ບວກກັບຮູບຮ່າງທີ່ນ້ອຍຍາວ ເຮັດໃຫ້ມັນໂດດເຕັ້ນໄປມາຕາມກິ່ງໄມ້ຢ່າງຄ່ອງແຄ້ວ, ບາງຄັ້ງອາດລົງມາຫາກິນຕາມໜ້າດິນ, ອອກຫາກິນໃນຍາມກາງຄືນ ສ່ວນກາງເວັນແມ່ນນອນຫຼັບຢູ່ຮັງທີ່ເຮັດເປັນໂພ່ງໃຕ້ຮາກໄມ້ ເຊິ່ງພື້ນຮັງປູດ້ວຍໃບໄມ້ແຫ້ງ ແລະ ກິ່ງໄມ້
ພຶກຕິກຳກຳ: ເປັນສັດທີ່ມັກຢູ່ໂດດດ່ຽວບໍ່ມັກຊູຊີກັບສັດຕົວອື່ນ ແລະ ມີການສື່ສານດ້ວຍກິ່ນຄືກັບສັດກຸ່ມດຽວກັນ.
ລະດູປະສົມພັນ: ລະດູປະສົມມີຢູ່ 2 ລະດູ ຄື ຄັ້ງທີ່ໜຶ່ງໃນຊ່ວງ ເດືອນກຸມພາ ແລະ ຄັ້ງທ່ີ່ສອງແມ່ນຊ່ວງ ເດືອນ ສິງຫາ, ຕົວແມ່ສາມາດອອກລູກ 1-2 ຄັ້ງຕໍ່ປີ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານທີ່ຄົນນິຍົມ ແຕ່ຫາໄດ້ຍາກ