ໜູທ້ອງຂາວ / Ricefield Rat

ຊະນິດຮ່ວມ
ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Rattus argentiventer (Robinson & Kloss, 1916) / Muridae
ຊື່ພ້ອງ
ຊື່ອື່ນ
ລາວ: ໜູທ້ອງຂາວ ແລະ ໜູນາ
ໄທ: ໜູນາ ແລະ ໜູນາເຂົ້າ.
ອັງກິດ: Ricefield rat
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ເປັນໜູຂະໜາດກາງ, ມີສີນ້ຳຕານອົມເຫຼືອງ ແລະ ຂົນສີດຳ, ທ້ອງມີສີເທົາຢູ່ບໍລິເວນກາງສີຂາວ, ຫາງມີສີນ້ຳຕານປານກາງສະໝ່ຳສະເໝີ, ມີແຂ້ວດ້ານໜ້າທີ່ແຫຼມຄົມ, ໜູຍາວມີຂະໜາດຍາວລະຫວ່າງ 304-400 ມມ, ຫາງຍາວ 140-200 ມມ, ມີກະໂຫຼກຫົວຍາວ 37-41 ມມ ແລະ ມີນ້ຳໜັກສະເລ່ຍ 97-219 ມມ.
      ພຶດຕິກຳ: ມັກອາໄສຢູ່ຮ່ວມກັນເປັນຝູງໃຫຍ່ ເມື່ອຖືກໂຈມຕີ ຫຼື ຖືກລົບກວນພວກມັນຈະສົ່ງສຽງດັງ. ມັກຊອກຫາກິນໃນຍາມກາງຄືນ, ເຄື່ອນໄຫວຢ່າງວອງໄວໃນຕອນຄ່ຳ ແລະ ກັບມາຕອນເຊົ້າມືດ, ໃນຊ່ວງກາງວັນຈະພົບເຫັນຕາມຟຸ່ມໄມ້, ສວນກະສິກຳ ແລະ ທົ່ງນາ.
      ອາຫານ: ອາຫານຫຼັກຂອງພວກມັນແມ່ນປວກ, ແມງໄມ້, ຕັກແຕນ, ຫອຍທາກ, ເມັດພືດ, ຖົ່ວ, ເຂົ້າ, ຜັກ ແລະໝາກໄມ້
      ຖິ່ນທີ່ຢູ່ອາໄສ: ພົບຕາມທົ່ງຫຍ້າ, ທົ່ງນາ ຫຼື ປ່າແຄມທົ່ງນາ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້ ແລະ ເປັນອາຫານຫຼັກຂອງກຳປູເຈຍ
ການສຶບພັນ ແລະ ວົງຈອນຊີວິດ

      ການປະສົມພັນ: ໃຊ້ເວລາໃນຖືພາ 3 ອາທິດ ແລະ ໃຫ້ກຳເນີດລູກຄັ້ງລະ 5-10 ໂຕຕໍ່ຄັ້ງ.

ການປະກອບສ່ວນ