ນົກເປັດກ່າ / White-winged Duck

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Asarcornis scutulata (Müller, 1842) / Anatidae
ຊື່ພ້ອງ
Cairina scutulata
ຊື່ອື່ນ
English: White winged Duck, White-winged Duck ແລະ White-winged Wood Duck.
French: Canard à ailes blanches ແລະ Nette à ailes blanches.
Indonesian: Itik liar, Itik Sayap Putih, Mentok Rimba ແລະ Rimba.
Japanese: ハジロモリガモ.
Thai: ເປັດກ່າ
Vietnamese: Ngan cánh trắng
Chinese: 白翅栖鸭
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

       ມີຂະໜາດໃຫຍ່ກວ່າເປັດລ້ຽງ, ມິຄວາມຍາວລຳໂຕປະມານ  76 ຊມ, ມີແຜ່ນຂາວບໍລິເວນໂຄນປີກ ເຊິ່ງເຫັນໄດ້ຊັດເຈນທັງໃນຂະນະພັກ ແລະ ໃນຂະທີ່ບິນ. ໂຕຜູ້ມີລຳໂຕເປັນມັນ, ສີດຳ ແລະ ສີນ້ຳຕານແດງຕັດກັບລຳໂຕ ແລະ ຄໍທີ່ມີສີຂາວ, ຕາສີເຫຼືອງສົ້ມ, ຈະງອຍປາກສີສົ້ມ ແລະ ມີລາຍສີດຳ.

       ຖິ່ນອາໄສ: ອາໄສຢູ່ຕາມແມ່ນ້ຳລຳທານ ຫຼື ແຫຼ່ງນ້ຳໃນປ່າເລິກ.

       ພຶດຕິກຳ: ອາດຈະພົບຢູ່ໂດດດ່ຽວ, ເປັນຄູ່ ຫຼື ເປັນຝູງຂະໜາດນ້ອຍ, ເລີ່ມອອກບິນໃນຍາມກາງຄືນ ໃນເວລາກາງວັນມັກເກາະພັກຜ່ອນນອນຫຼັບຕາມກິ່ງໄມ້ໃຫຍ່ໃນປ່າ.

       ອາຫານ: ເປັດກ່າຫາອາຫານຈາກແຫຼ່ງນ້ຳ ໄດ້ແກ່: ແກ່ນຫຍ້າ, ເຂົ້າເປືອກ ແລະ ສັດນ້ຳເປັນຕົ້ນ, ອອກຫາກິນຕອນຄ່ຳບິນໄປຫາກິນບໍລິເວນທີ່ໂລ່ງຂອງແມ່ນ້ຳ ແລະ ໃນໜອງ, ຫາກິນຢູ່ຕະຫຼອດທັງຄືນ ແລະ ບິນກັບແຫຼ່ງອາໄສໃນຕອນເຊົ້າມືດ.

      ລະດູປະສົມພັນ: ພົບວ່າເປັດກ່າຂະຫຍາຍພັນໃນຊ່ວງລະດູຝົນ, ວາງໄຂ່ໃນໂພງໄມ້ຄັ້ງລະ 9-10  ຟອງ, ໄຂ່ສີຂາວບໍ່ມີລາຍ, ຂະໜາດສະເລ່ຍ 45.6 x 64.3 ມິນລີແມັດ, ໃຊ້ເວລາໃນການຝັກໄຂ່ 31-35 ວັນ. ລູກເປັດເກີດໃຫມ່ມີຂົນປົກຄຸມລຳໂຕ, ຂາ ແລະ ນິ້ວແຂງແຮງສາມາດຢາງໄດ້ຫຼັງຈາກຂົນແຫ້ງ.

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານທີ່ໄດ້ຮັບຄວາມນິຍົມຫຼາຍ ແຕ່ຫາໄດ້ຍາກ.
ການປະກອບສ່ວນ