ນົກອ້ຽງຫົວເຫຼືອງ / Golden-crested Myna

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Ampeliceps coronatus Blyth, 1842 / Sturnidae
ຊື່ພ້ອງ
ຊື່ອື່ນ
English: Gold-crested crackle, Gold-crested Munah, Gold-crested Myna, Gold-crested Mynah, Golden crested Myna ແລະ Golden-crested Myna.
French: Mainate à couronne, Mainate couronné ແລະ Martin couronné.
Japanese: キガシラムクドリ
Thai: ນົກອ້ຽງຫົວເຫຼືອງ
Vietnamese: Chim Sáo đầu vàng, Chim Sáo vàng ແລະ Sáo vàng.
Chinese: 金冠树八哥
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

        ສີສັນຂອງຮ່າງກາຍທົ່ວໄປຈະເປັນສີດຳ, ເປັນມັນ ແລະ ມີສີເຫຼືອງບໍລິເວນກະມ່ອມ, ດ້ານຂ້າງຂອງຫົວ, ກະຈຸກຂົນດ້ານງອນ, ປາກ (ບໍລິເວນໂຄນປາກເປັນສີເທົາ), ໜັງຮອບຕາ, ຄໍຫອຍ ແລະ ລາຍພາດບໍລິເວນໂຄນຂົນປາຍປີກ (ຈະເຫັນໄດ້ຊັດເຈນໃນເວລາທີ່ບິນ ແລະ ສາມາດສັງເກດເຫັນເປັນສີຂາວ) ແລະ ນິ້ວຕີນສີສົ້ມ. ແຕກຕ່າງຈາກນົກຂຸນທອງຄື ມັນມີຂະໜາດນ້ອຍກວ່າ, ເຊິ່ງມີຂະໜາດປະມານ 22 ກູາມ, ຄໍຫອຍ ແລະ ກະມ່ອມມີສີເຫຼືອງທອງ. ເພດແມ່ຈະມີສີເຫຼືອງທອງສະເພາະບໍລິເວນກະມ່ອມ, ທ້າຍທອຍເທົ່ານັ້ນ. ຕົວອ່ອນມີລັກສະນະຄ້າຍຕົວແມ່ ແຕ່ບໍລິເວນຫົວຈະເປັນສີດຳ ແລະ ຄໍຫອຍມີລາຍແຕ້ມສີເຫຼືອງ.

        ຖິ່ນອາໄສ: ພົບໄດ້ທົ່ວໄປຕາມປ່າປະສົມ, ປ່າດົງດິບເຂດຊຸ່ມ ແລະ ປ່າດົງດິບແລ້ງ ທີ່ມີຄວາມສູງເໜືອໜ້ານ້ຳທະເລ 800 ແມັດ, ເປັນນົກປະຈຳຖິ່ນ.

        ອາຫານ: ກິນໝາກໄມ້ຕ່າງໆ, ນ້ຳຫວານດອກໄມ້ບາງຊະນິດ ໂດຍສະເພາະແມ່ນງິ້ວປ່າ, ແໜບົວ ແລະ ໂຕໜອນ.

        ພຶດຕິກຳ: ມັກເປັນຄູ່ ຫຼື ເປັນຝູງຂະໜາດນ້ອຍ ແຕ່ບາງຄັ້ງກໍ່ພົບເປັນກຸ່ມໃຫຍ່, ອາໄສ ແລະ ຫາກິນສະເພາະຕາມກິ່ງກ້ານຕາມກິ່ງໄມ້ລະດັບສູງພໍສົມຄວນ, ບໍ່ຄ່ອຍລົງມາຟຸ່ມໄມ້ ຫຼື ພື້ນດິນ.

        ສຽງຮ້ອງ: ສຽງຮ້ອງຈະແຫຼມສູງ.

        ການປະສົມພັນ: ປະສົມພົນໃນຊ່ວງລະດູຮ້ອນ ຫຼື ລະຫວ່າງເດືອນກຸມພາ ຫາ ເດືອນເມສາ. ສ້າງຮັງຕາມໂພ່ງຂອງຕົ້ນໄມ້ທີ່ຢູ່ສູງຈາກພື້ນດິນ 5-10 ແມັດ, ເປັນໂພງເປົ່າຂອງນົກຫົວຂວານ, ນົກໂພດົກ ແລະ ສັດອື່ນໆ, ໃນແຕ່ລະຮັງມີໄຂ່ 3-5 ຟອງ, ໄຂ່ສີນ້ຳເງິນ ມັກໃຊ້ຮັງເດີມທຸກໆປີ ອາດວາງໄຂ່ເກີນກວ່າ 1 ຮັງໃນແຕ່ລະປີ.

ບັນຍາຍການນຳໃຊ້

ອາຫານ:

  • ຊີ້ນ: ໃຊ້ເປັນອາຫານໄດ້.
ການປະກອບສ່ວນ