ນົກເປັດນ້ຳລາຍ/garganey
APA 6th ed. ນົກເປັດນ້ຳລາຍ/garganey. (2022, October 15). Retrieved from https://www.phakhaolao.la/kb/0001455
MLA 8th ed. ນົກເປັດນ້ຳລາຍ/garganey. Pha Khao Lao, 15 October 2022, https://www.phakhaolao.la/kb/0001455.
Chicago 17th ed. Pha Khao Lao. 2022. "ນົກເປັດນ້ຳລາຍ/garganey." Published October 15, 2022. https://www.phakhaolao.la/kb/0001455.
Anas circia Linnaeus, 1758
French: Sarcelle d’été ແລະ Sarcelle d'été.
Indonesian: Itik Alis Putih ແລະ Itik Jurai.
Japanese: アジ, シマアジ ແລະ タイワンショウドウツバメ.
Korean: 발구지
Thai: ເປັດລາຍ
Vietnamese: Mòng két mày trắng ແລະ Mồng két mày trắng.
Chinese: [bai-mei ya], [xun fu], 小石鸭, 巡凫, 溪的鸭, 白眉鴨, 白眉鸭 ແລະ 褐喉沙燕.
ນົກຂະໜາດນ້ອຍເຖິງຂະໜາດກາງ, ມີຂະໜາດ 40-41 ຊມ. ໂຕຜູ້ຫົວສີນ້ຳຕານເຂັ້ມ, ຄິວສີຂາວ, ຂົນບໍລິເວນສ່ວນອື່ນມີສີນ້ຳຕານເຂັ້ມ, ຊ່ວງບາໄຫຼ່ເປັນລາຍແຖບຍາວ ມີສີຂາວ ແລະ ດຳ, ທ້ອງມີສີຂາວຕັດກັບສີຂອງເອິກເຊິງມີສິີນ້ຳຕານເຂັ້ມຊັດເຈນ. ເພດແມ່ເປັນສີນ້ຳຕານ, ຄິ້ວສີຂາວ, ປາກມີຈຸດກົມຂະໜາດນ້ອຍສີຂາວ ໂດຍສະເພາະບໍລິເວນໂຄນ ຫຼື ບໍລິເວນຄາງ, ຄໍຫອຍ ແລະ ທ້ອງສີຂາວ.
ຖິ່ນອາໄສ: ພົບຢູ່ຕາມແຫຼ່ງນ້ຳຂະໜາດໃຫຍ່, ພົບຕາມໜອງ, ບຶງ, ທະເລສາບ ກາງວັນລອຍນ້ຳ ຫຼື ຢູ່ຕາມແຄມນ້ຳ, ມັກສ້າງຮັງຕາມຟຸ່ມໄມ້ໃກ້ແຫຼ່ງນ້ຳ ໂດຍໃຊ້ໃບໄມ້ແຫ້ງ ຫຼື ຫຍ້າທີ່ຢູ່ບໍລິເວນຮັງ ແລະ ໃຊ້ຂົນທີ່ຫຼົ່ນ. ສ່ວນຫຼາຍເປັນຂົນບໍລິເວນທ້ອງຂອງພໍ່ແມ່ນຳມາວາງຊ້ອນກັນເພື່ອຮອງຮັບໄຂ່
ອາຫານ: ອາຫານແມ່ນພວກປາ, ກຸ້ງ, ຫອຍ, ສາຣ່າຍ, ດີປຣີນ້ຳ, ແໜ ແລະ ເມັດພືດຕ່າງໆ, ມັກຫາກິນຕອນກາງຄືນ.
ລະດູປະສົມພັນ: ສາມາດປະສົມພັນໄດ້ຕະຫຼອດທັງປີ ແຕ່ການວາງໄຂ່ແຕ່ລະຄັ້ງປະມານ 8-13 ຟອງ
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.