ນົກເຈົ່ານາ / Chinese Pond Heron

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Ardeola bacchus (Bonaparte, 1855) / Ardeidae
ຊື່ພ້ອງ
ຊື່ອື່ນ
English: Chinese Pond Heron ແລະ Chinese Pond-Heron
French: Crabier chinois ແລະHéron chinois
Indonesian: Blekok Cina ແລະ Burung Blekok Cina
Japanese: アカガシラサギ
Korean: 흰날개해오라기
Thai: ນົກຍາງກຣອກພັນຈີນ
Vietnamese: Chim Cò bợ, Chim Cò luồng ແລະ Cò bợ
Chinese: 䴔䴖, 中国池鹭, 交胪, 池 鹭, 池鷺, 池鹭, 沙鹭, 沼鹭, 田牛拧沼鹭, 田螺鹭, 穿背心, 紫邬头, 红头鹭鸶, 红毛鹭, 花洼子, 花窑子, 花鹅 ແລະ 茭鸡.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ນອກລະດູປະສົມພັນໂຕຜູ້ ແລະ ໂຕແມ່ມີລັກສະນະຄືກັນ ຫຼັງມີສີນ້ຳຕານເຂັ້ມ, ຫົວ, ຄໍມີສີນ້ຳຕານເຂັ້ມ ແລະ ມີລາຍສີນ້ຳຕານແກມເຫຼືອງປົນສີຂຽວ. ປາກເປັນສີເຫຼືອງ, ປາຍສີດຳ. ລຳໂຕດ້ານເທິງເປັນສີນ້ຳຕານປົນເທົາເຂັ້ມ, ລຳໂຕດ້ານລຸ່ມເປັນສີຂາວ, ແຂງ ແລະ ຕີນເປັນສີເຫຼືອງປົນສີຂຽວ, ຂະນະບິນປີກ ແລະ ຫາງເປັນສີຂາວ, ບາງໂຕເປັນສີເຂັ້ມກວ່າເລັກນ້ອຍ. ໃນລະດູປະສົມພັນຫຼັງຈະເປັນສີນ້ຳເງິນປົນສີຂຽວປົນດຳ, ຫົວ, ຄໍ ແລະ ເອິກປ່ຽນເປັນສີນ້ຳຕານປົນແດງ. ປາກມີສີເຫຼືອງສົດ, ປາຍດຳ, ໜັງຮອບຕາມີສີຂຽວແກມສີເຫຼືອງ. ແຂງ ແລະ ຕີນເປັນສີແດງ.

       ສຽງຮ້ອງ: ເອີ້ນ ກຣອກໆ

       ຖິ່ນອາໄສ: ເປັນນົກປະຈຳຖິ່ນມັກພົບເຫັນໃນຊ່ວງລະດູໜາວ ຕາມທົ່ງນາ, ໜອງນ້ຳ, ແຄມປ່າ ແລະ ປ່າຊຸ່ມນ້ຳ.

       ອາຫານ: ອາຫານຂອງພວກມັນໄດ້ແກ່ສັດນ້ຳຂະໜາດນ້ອຍ ເຊັ່ນ ກຸ້ງ, ລູກປູ, ລູກປາ, ລູກງູ ແລະ ແມງໄມ້ຕ່າງໆ

       ພຶດຕິກຳ: ສ່ວນໃຫຍ່ຈະຢູ່ເປັນຝູງ ມັກເກາະຢູ່ຕາມກິ່ງໄມ້ແຫ້ງ ຫຼື ກໍໄຜ່, ມັກຫາກິນຕາມທີ່ໂລ່ງ, ມັກຢືນຢູ່ຊື່ໆ ແນມເບິ່ງຫາປາ ແລະ ເວລາພັກຜ່ອນຈະຫົດຄໍສັ້ນລົງ, ເວລາບິນຈະສົ່ງສຽງຮ້ອງດັງ.

       ໄວຈະເລີນພັນ: ເລີ່ມປະສົມພັນໃນຊ່ວງເດືອນເມສາ ຫາ ເດືອນສິງຫາ, ສ້າງຮັງຕາມຕົ້ນໄມ້

ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນ: ໃຊ້ເປັນອາຫານໄດ້

ປະໂຫຍດ:

  • ມີຄວາມສຳຄັນຕໍ່ຄວາມສົມດຸນຂອງລະບົບນິເວດ
  • ມີຄວາມສຳຄັນຕໍ່ລະບົບຕ່ອງໂສ້ອາຫານ
ການປະກອບສ່ວນ