ນົກຍາງແດງ / Eurasian Bittern
APA 6th ed. ນົກຍາງແດງ / Eurasian Bittern. (2022, October 15). Retrieved from https://www.phakhaolao.la/kb/0001453
MLA 8th ed. ນົກຍາງແດງ / Eurasian Bittern. Pha Khao Lao, 15 October 2022, https://www.phakhaolao.la/kb/0001453.
Chicago 17th ed. Pha Khao Lao. 2022. "ນົກຍາງແດງ / Eurasian Bittern." Published October 15, 2022. https://www.phakhaolao.la/kb/0001453.
French: Butor d'Europe, Butor étoilé ແລະ Grand Butor
Japanese: サンカノゴイ
Korean: 알락해오라기
Thai: ນົກຍາງແດງໃຫຍ່
Vietnamese: Chim Diệc sao, Chim Vạc rạ ແລະ Vạc rạ.
Chinese: [da ma-lu], [da ma-yan], [da shui luotuo], [pu ji], 大水骆驼, 大麻, 大麻千干鸟, 大麻, 大麻鳽, 大麻鷺 ແລະ 蒲鸡.
ເປັນນົກຂະໜາດໃຫຍ່, ມີຂະໜາດປະມານ 76 ຊມ. ປາກຊື່, ສີເຫຼືອງປົນສີສົ້ມ, ຄ້າຍນົກແຂ້ວຍັງນ້ອຍ, ຂົນສີນ້ຳຕານແກມເຫຼືອງ, ໜ້າຜາກເຖິງທ້າຍທອຍ ແລະ ແຖບໜວດສີດຳ. ລຳໂຕດ້ານເທິງ ແລະ ດ້ານລຸ່ມມີລາຍເກັດຄ້າຍລູກສອນສີນ້ຳຕານເຂັ້ມ ຫຼື ສີດຳ. ໃນຂະນະກຳລັງບິນປີກຈະມີລາຍຂວາງສີນ້ຳຕານເຂັ້ມ, ກວ້າງ 116-125 ຊມ. ຫາງຍາວ 8-13 ຊມ
ສຽງຮ້ອງ: ບູມ
ຖິ່ນອາໄສ: ອາໄສຢູ່ແຫຼ່ງນ້ຳຈືດທີ່ມີພືດນ້ຳເປັນຈຳນວນຫຼາຍ ແລະ ໜາແໜ້ນ, ມັກອອກຊອກຫາກິນໃນຊ່ວງຕອນເຊົ້າມືດ ຫຼື ຕອນຄ່ຳ
ອາຫານ: ກິນແມງໄມ້ ແລະ ສັດນ້ຳຕ່າງໆ. ຫາອາຫານໂດຍການເກາະພືດຕ່າງໆທີ່ເກີດຕາມນ້ຳຄ່ອຍຈອບເບິ່ງເຍື່ອ ແລະ ໃຊ້ປາກຈັບກິນເຫຍື່ອທັນທີ.
ການປະສົມພັນ: ແຫຼ່ງຂະຍາຍພັນຂອງນົກຍາງແດງແມ່ນໜອງນ້ຳຈືດເຂດຮນ້ອນ, ຢູ່ຮ່ວມກັບນົກຍາງຄວາຍ ມັກຈັບຢູ່ເທິງຕົ້ນໄມ້. ນົກຊະນິດນີ້ມີການສະແດງກ້ຽວພາລາສີໂດຍການສັ່ນຫົວລະຫວ່າງກຳລັງກ້ຽວພາລາສີ, ຕາດ້ວຍໄລ່ກັນ ແລະ ເລີ່ມບິນວົນເປັນວົງກົມ
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ.