ນົກໄກ່ນາປາກແດງ / Common Moorhen
APA 6th ed. ນົກໄກ່ນາປາກແດງ / Common Moorhen. (2022, October 15). Retrieved from https://www.phakhaolao.la/kb/0001449
MLA 8th ed. ນົກໄກ່ນາປາກແດງ / Common Moorhen. Pha Khao Lao, 15 October 2022, https://www.phakhaolao.la/kb/0001449.
Chicago 17th ed. Pha Khao Lao. 2022. "ນົກໄກ່ນາປາກແດງ / Common Moorhen." Published October 15, 2022. https://www.phakhaolao.la/kb/0001449.
Fulica fusca Linnaeus, 1766
French: Gallinule poule d'eau, Gallinule poule-d’eau, Gallinule poule-d'eau, Gallinule poule-d'eau (Eurasie) ແລະ Gallinule poule-d'eau.
Indonesian: Burung Cemperlali, Burung Mandar Batu ແລະ Mandar batu.
Japanese: バン
Korean: 쇠물닭
Thai: ນົກອີດຳ
Vietnamese: Chim Kịch, Kịch ແລະ Trích ré.
Chinese: 小, 紅冠水雞, 红骨顶 ແລະ 黑水鸡.
ລັກສະນະພິເສດຄືມີປາກສີແດງ ແຕ່ບໍລິເວນປາຍຈະງອຍປາກສີເຫຼືອງ, ໂຄນສັນປາກເທິງມີກະບັງສີແດງຄືກັບສີປາກ, ມ່ານຕາເປັນສີນ້ຳຕານເຂັ້ມ, ຂົນລຳໂຕດຳ, ອົກມີສີດຳແກມສີເທົາ, ດ້ານຫຼັງມີສຳດຳແກມສີນ້ຳຕານ, ມີຂີດຂາວເປັນເສັ້ນໆ ຍາວຕາມຂ້າງລຳໂຕ, ກົ້ນ ແລະ ຂົນຄຸມບໍລິເວນໃຕ້ຫາງເປັນສີຂາວ ແລະ ມີແຖບສີດຳບໍລິເວນກາງ. ນັກໄວອ່ອນປາກເປັນສີເຫຼືອງແກມຂຽວ, ຄໍດ້ານໜ້າ, ເອິກ ແລະ ທ້ອງສີຂາວແກມເທົາ, ລຳໂຕມີສີນ້ຳຕານແກມເທົາ ແລະ ບໍລິເວນໃຕ້ຫາງສີຂາວ
ສຽງຮ້ອງ: ກີ໊ກ ສັ້ນໆ ແລະ ຮ້ອງແບບຣົວໆ ກື໊ກໆ
ຖິ່ນອາໄສ: ມັກອາໄສຢູ່ຕາມທົ່ງນາ ແລະ ພື້ນທີ່ຊຸ່ມນ້ຳຕ່າງໆ, ບໍລິເວນບຶງ, ໜອງ ແລະ ຫ້ວນ້ຳ
ອາຫານ: ສາຍພັນນີ້ຈະກິນພືດຜັກ ແລະ ສັດນ້ຳຂະໜາດນ້ອຍຫຼາຍຫຼາຍຊະນິດ, ພວກມັນຊອກຫາກິນບໍລິເວນແຄມໜອງ ຫຼື ໃນໜອງ ແລະ ສາມາດດຳລົງໄປໃນນ້ຳໄດ້.
ການປະສົມພັນ: ຊ່ວງລະດູປະສົມພັນພວກມັນຈະສ້າງຮັງບໍລິເວນພື້ນດິນທີ່ມີພືດພັນໜາແໜ້ນ, ການວາງໄຂ່ຈະເລີ່ມເກີດຂື້ນໃນຊ່ວງໃບໄມ້ຫຼົ່ນ ຫຼື ກາງເດືອນມີນາຄົມ ຮອດກາງເດືອນພຶກສະພາ. ມັກວາງໄຂ່ໄດ້ປະມານ 8 ຟ້ອງຕໍ່ໂຕ ແລະ ຖ້າປະສົມພັັນໃນຊ່ວງປາຍປີຈະມີໄຂ່ພຽງ 5-8 ຟອງ ຫຼື ອາດມີໜ້ອຍກ່ວານັ້ນ, ໄລຍະການຝັກໄຂ່ປະມານ 3 ອາທິດ. ທັງພໍ່ ແລະ ແມ່ຊ່ວຍກັນຝັກໄຂ່ ແລະ ລ້ຽງລູກອອ່ນໃນຊ່ວງໃບໄມ້ປົ່ງ. ເມື່ອຖືກຄຸກຄາມລູກຈະເກາະພໍ່ ຫຼື ແມ່ ສ່ວນນົກທີ່ໂຕເຕັມໄວຈະບິນໜີໄປ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ
ຄຸນປະໂຫຍດ: ມີຄວາມສຳຄັນຕໍ່ລະບົບຕ່ອງໂສ້ງອາຫານ.